ຫວຽດນາມຊ່ວຍເຫຼືອກຳປູເຈຍສ້າງສູນບຳບັດຜູ້ຕິດຢາເສບຕິດແຫ່ງຊາດ

16:59 | 23/03/2022

ຍ​ສ​ໝ - ເຊົ້າ​ວັນ​ທີ 22 ມີ​ນາ ທີ່​ແຂວງ ເພ​ຣຍ ສີ​ຫາ​ນຸ (ກຳ​ປູ​ເຈຍ) ຈັດ​ຕັ້ງ​ພິ​ທີເປີດ​ສູນ​ປິ່ນ​ປົວ-ຟື້ນ​ຟູ​ຄວາມ​ສາ​ມາດ​ໃຫ້​ແກ່​ຜູ້​ທີ່​ສະ​ໝັກ​ໃຈ​ບຳ​ບັດ​ອອກ​ຈາກ​ຢາ​ເສບ​ຕິດ ແລະ ຕາມ​ການ​ສະ​ເໜີ​ຈາກ​ຊຸມ​ຊົນ.

ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ: ສັນຍາລັກຕົວແທນແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງຊາດ ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ: ສັນຍາລັກຕົວແທນແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງຊາດ
ຝຶກອົບຮົມການນຳໃຊ້ແຜນທີ່ພູມສາດຊາຍແດນຫວຽດນາມ-ກຳປູເຈຍ ຝຶກອົບຮົມການນຳໃຊ້ແຜນທີ່ພູມສາດຊາຍແດນຫວຽດນາມ-ກຳປູເຈຍ

ມູນ​ຄ່າ​ການ​ໃຊ້​ຈ່າຍ​ທັງ​ໝົດ​ການກໍ່​ສ້າງຫຼາຍກວ່າ 7,4 ລ້ານໂດ​ລາ USD. ໃນ​ນັ້ນ ຫວຽດ​ນາມມອບ​ໃຫ້ 3 ລ້ານໂດ​ລາ USD, ໄທ​ຊ່ວຍ​ເຫຼືອ 1 ລ້ານ​ໂດ​ລາ USD. ໃນ​ໂອ​ກາດ​ນີ້, ຕາງ​ໜ້າ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ຕີ​ລາ​ຄາ​ສູງ ແລະ ຂອບ​ໃຈ​ຫວຽດ​ນາມ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ​ທີ່​ໄດ້​ຕັ້ງ​ໜ້າ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ໃນ​ການ​ກໍ່​ສ້າງໂຄງ​ການ​ທີ່​ມີ​ຄວາມ​ໝາຍສຳ​ຄັນ​ຕໍ່​ກັບ​ສັງ​ຄົມການ​ເປັນ​ຢູ່​ຂອງ​ປະ​ເທດ​ນີ້.

ຫວຽດນາມຊ່ວຍເຫຼືອກຳປູເຈຍສ້າງສູນບຳບັດຜູ້ຕິດຢາເສບຕິດແຫ່ງຊາດ
ຫວຽດນາມຊ່ວຍເຫຼືອກຳປູເຈຍສ້າງສູນບຳບັດຜູ້ຕິດຢາເສບຕິດແຫ່ງຊາດ. ພາບ​: vov

ທ່ານ ຫງວຽນ​ຮຸຍ​ຕັ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ໃຫ້​ຊາບ​ວ່າ, ເຫດ​ການ​ນີ້​ເປັນ​ຂີດ​ໝາຍ​ບາດ​ກ້າວ​ໜຶ່ງ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ບຳ​ບັດ​ຜູ້​ຕິດ​ຢາ​ເສບ​ຕິດ​ເວົ້າ​ສະ​ເພາະ ແລະ ໃນ​ຂົງ​ເຂດ​ສັງ​ຄົມ​ເວົ້າ​ລວມ. ໂຄງ​ການ​ນີ້​ຈະ​ກາຍ​ເປັນ​ຕົ້ນ​ແບບ​ຂອງ​ສູນ​ທີ່​ໄດ້​ມາດ​ຕະ​ຖານ​ເພື່ອ​ປິ່ນ​ປົວ, ບຳ​ບັດ ແລະ ສ້າງວິ​ຊາ​ຊີບ​ໃຫ້​ແກ່​ຜູ້​ຕິດ​ຢາ​ເສບ​ຕິດ. ຫວຽດ​ນາມ​ພ້ອມ​ທີ່​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ບັນ​ດາ​ຮູບ​ແບບ​ວິ​ທີ​ການ​ທີ່​ສຳ​ເລັດ​ຜົນ​ທາງ​ດ້ານ​ການ​ບຳ​ບັດ​ຜູ້​ຕິດ​ຢາ​ເສບ​ຕິດ​ໃຫ້​ກັບ​ຝ່າຍ​ກຳ​ປູ​ເຈຍ ແລະ ປະ​ກອບ​ທັງ​ທິດ​ທາງ​ການ​ສ້າງວິ​ຊາ​ຊີບໃຫ້​ແກ່​ຜູ້​ຕິດ​ຢາ​ເສບ​ຕິດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢ້ຳ​ເນັ້ນວ່າ: “ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ​ເຫດ​ການ​ໃນ​ວັນ​ນີ້​ເປັນ​ຂີດ​ໝາຍ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ, ກຳ​ປູ​ເຈຍ-ຫວຽດ​ນາມ ແລະ ການ​ປະ​ກອບ​ຕົວ​ຈິງ​ເພື່ອ​ຊົມ​ເຊີຍ 55 ປີ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທຸດ​ສອງ​ປະ​ເທດ (24 ມິ​ຖຸ​ນາ 1967 – 24 ມິ​ຖຸ​ນາ 2022) ພ້ອມ​ກັນ​ນັ້ນ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຕ້ານ​ສິ່ງ​ເສບ​ຕິດ​ໃນ​ແຕ່​ລະ​ປະ​ເທດ”.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.