ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

07:07 | 16/04/2022

ຍ​ສ​ໝ - ທ່ານ​ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ປະ​ທານ​ແນວ​ລາວ​ສ້າງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ​ແຫ່ງ​ຊາດ ກຳ​ປູ​ເຈຍ ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ສອງ​ປະ​ເທດ.

ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ
ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 1700 ຄົນ ຢູ່ ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 1700 ຄົນ ຢູ່ ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ
ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ (ພາບ: TTXVN)

ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນປີໃໝ່ Chol Thnam Thmay ກຳປູເຈຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນ ທ່ານສິນລາວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ ແລະ ທ່ານ Heng Samrin ປະທານກິດຕິມະສັກພັກປະຊາຊົນກຳປູເຈຍ, ປະທານສະພາແຫ່ງຊາດກຳປູເຈຍ, ປະທານສະພາແນວໂຮມສາມັກຄີພັດທະນາແຫ່ງຊາດ.

ໃນຈົດໝາຍອວຍພອນປີໃໝ່ລາວ ຂອງ ທ່ານ ໂດວັນຈຽນ ສົ່ງ​ໄປ​ຍັງທ່ານ ສິນລາວົງ ຄຸດໄພທູນ, ກຳ​ມະ​ການ​ກົມ​ການ​ເມືອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະທານສູນກາງແນວລາວສ້າງຊາດ, ​ຂຽນ​ວ່າ:

ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ເມື່ອ​ເຫັນ​​ວ່າ ໃນ​ປີ​ຜ່ານ​ມາ, ພັກ, ລັດ ແລະ​ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງ​ຍາດ​ໄດ້​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ຫຼາຍ​ຢ່າງ​ໃນພາລະກິດແຫ່ງການ​​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ​ຂອງ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ປີ 2022 ເປັນປີທີ່ມີຄວາມໝາຍສຳຄັນພິເສດຕໍ່ສອງປະເທດ ຫວຽດນາມ ແລະ ລາວ ເມື່ອສອງປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022).

ໃນຈົດໝາຍອວຍພອນປີໃໝ່ຂອງ ທ່ານ ໂດວັນຈຽນ ສົ່ງ​ໄປ​ຍັງທ່ານ Heng Samrin ປະທານກິດຕິມະສັກພັກປະຊາຊົນກຳປູເຈຍ, ປະທານສະພາແຫ່ງຊາດກຳປູເຈຍ, ປະທານສະພາແນວໂຮມສາມັກຄີພັດທະນາແຫ່ງຊາດ ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ເມື່ອ​ເຫັນ​ວ່າ ​ໃນ​ປີ​ຜ່ານ​ມາ, ລັດ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ຫຼາຍ​ຢ່າງ​ໃນພາລະກິດແຫ່ງ​ການ​​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ຂອງ​ສະ​ພາແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ​ແຫ່ງ​ຊາດ​ ກຳ​ປູ​ເຈຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.