ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢ້ຽມຢາມປະເທດກຳປູເຈຍ: ຜັນຂະຫຍາຍເປັນອັນລະອຽດໃນຂໍ້ຕົກລົງຂອງສອງປະເທດ

19:07 | 18/01/2022

ຍ​ສ​ໝ - ຕອບ​ຮັບ​ຕາມ​ຄຳ​ເຊີນ​ຂອງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ປະ​ເທດ​ກຳ​ປູ​ເຈຍ ທ່ານ Park Sokhonn, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດ ທ່ານ ​ບຸ່ຍ​ແທັງ​ເຊີນ ຈະ​ໄປ​ຢ້ຽມ​ຢາມ​ລາ​ຊາ​ອາ​ນາ​ຈັກ​ກຳ​ປູ​ເຈຍ ລະ​ຫວ່າງວັນ​ທີ 19 ຫາ 20 ມັງ​ກອນ 2022 ຕອບ​ຮັບ​ຕາມ​ຄຳ​ເຊີນ​ຂອງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ປະ​ເທດ​ກຳ​ປູ​ເຈຍ ທ່ານ Park Sokhonn, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດ ທ່ານ ​ບຸ່ຍ​ແທັງ​ເຊີນ ຈະ​ໄປ​ຢ້ຽມ​ຢາມ​ລາ​ຊາ​ອາ​ນາ​ຈັກ​ກຳ​ປູ​ເຈຍ ລະ​ຫວ່າງວັນ​ທີ 19 ຫາ 20 ມັງ​ກອນ 2022.

ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ
ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ

ຕອບ​ການ​ສຳ​ພາດ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ຫວຽດ​ນາມ​ທີ່​ກຳ​ປູ​ເຈຍ ວັນ​ທີ 17 ມັງ​ກອນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ຂອງ​ຫວຽດ​ນາມ​ທີ່​ກຳ​ປູ​ເຈຍ ທ່ານ ຫງວຽນ​ຮຸ່ຍ​ຕັ່ງ ໄດ້​ກ່າວ​ເປີດ​ປະ​ເດັນ​ຄວາມ​ໝາຍ​ຂອງ​ການ​ມາ​ຢ້ຽມ​ຢາມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢ້ຽມຢາມປະເທດກຳປູເຈຍ: ຜັນຂະຫຍາຍເປັນອັນລະອຽດໃນຂໍ້ຕົກລົງຂອງສອງປະເທດ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ. ພາບ: aseanvietnam.vn

ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຂອງທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ດຳ​ເນີນ​ຂຶ້ນ​ພາຍຫຼັງ​ບໍ່​ທັນ​ຄົບ​ໜຶ່ງ​ເດືອນ​ຂອງ​ການ​ຢ້ຽມ​ຢາມ​ພົບ​ປະ​ເປັນ​ທາງ​ການ​ຂອງ​ທ່ານ ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຈະ​ຮ່ວມ​ກັບ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ​ຂອງ​ກຳ​ປູ້​ເຈຍ Park Sokhonn ໃນ​ການ​ຜັນ​ຂະ​ຫຍາຍ​ເປັນ​ອັນ​ລະ​ອຽດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ລະ​ອຽດ, ມີ​ຜົນເປັນ​ຈິງ ຂອງ​ປີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ, ກຳ​ປູ​ເຈຍ-ຫວຽດ​ນາມ, ຂ່ຳ​ນັບ​ຮັບ​ຕ້ອນ 55 ປີ ສະ​ເຫຼີມ​ສະຫຼອງວັນ​ທີ່​ສອງ​ປະ​ເທດ​ໄດ້​ສ້າງ​ຕ້ງ​ສາ​ຍ​ພົວ​ພັນ​ການ​ທູດ (24 ມິ​ຖຸ​ນາ 1967 ຫາ 24 ມິ​ຖຸ​ນາ 2022); ພ້ອມ​ກັບ​ການ​ແລກ​ປ່ຽນ, ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ຕ່າງໆ ແລະ ໃນ​ພາກ​ພື້ນ​ທີ່​ຮ່ວມ​ກັນ​ໃຫ້​ຄວາມ​ເອົາໃຈໃສ່.

ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ມີ​ຄວາມ​ເລິກ​ເຊິ່ງ ແລະ ຍົກ​ສູງ​ຂຶ້ນກວ່າ​ເກົ່າ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍື່ນ​ຍົງ​ຍາວ​ນານ” ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ-ກຳ​ປູ​ເຈຍ.

ທ່ານ​ເອ​ກະ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮຸ່ຍ​ຕັ່ງ ກ່າວ​ວ່າ: ແນ​ໃສ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ເປັນ​ມູນ​ເຊື້ອ​ທີ່​ງົດ​ງາມກວ່າ​ເກົ່າ ແລະ ແນ​ໃສ່​ລະ​ນຶກ 55 ປີ​ ການ​ພົວ​ພັນ​ການ​ທູດ​ຫວຽດ​ນາມ-ກຳ​ປູ​ເຈຍ, ສອງ​ປະ​ເທດ​ຈະ​ສຸມ​ໃສ່​ບາງວຽກ​ງານ​ຄື:

ໜຶ່ງ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ງົດ​ງາມ​ທາງ​ດ້ານ​ການ​ເມືອງ ເພື່ອ​ກຳ​ນົດ​ທິດ​ທາງ​ສັງ​ລວມ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຕ້ອງ​ເອົາ​ໃຈ​ໃສ່ປົກ​ປັກ​ຮັກ​ສາ ແລະ ບໍ່​ຢຸດຢັ້ງ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ລະ​ດັບ​ຄວາມ​ສຳ​ຄັນຕໍ່​ຍຸດ​ທະ​ສາດ, ຄວາມ​ໝາຍ​ການຢູ່​ລອດ​ຂອງ​ສາຍ​ພົວ​ພັນຫວຽດ​ນາມ-ກຳ​ປູ​ເຈຍ​ຕໍ່​ກັບ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປ້ອງ​ຮັກ​ສາປະ​ເທດ​ຊາດ​ຢູ່​ແຕ່​ລະ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່. ປຸກ​ລະ​ດົມ, ເພີ່ມ​ທະ​ວີ​ຄວາມ​ເຊື່ອ​ໝັ້ນ​ທາງ​ການ​ເມືອງ, ສ້າງ​ພື້ນ​ຖານສັງ​ຄົມ​ທີ່​ແໜ້ນ​ໜາ, ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ສອງ, ສືບ​ຕໍ່​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຮ່ວມ​ມື​ທີ່​ດີ​ງາມ​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຊາດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ. ນີ້​ເປັນ​ໜຶ່ງ​ໃນ​ເສົາຫຼັກ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ສອງ​ປະ​ເທດ, ຮັບ​ປະ​ກັນຮັກ​ສາ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​ຂອງ​ແຕ່​ລະ​ປະ​ເທດ.

ສາມ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈະ​ຊຸກ​ດັນ ແລະ ບໍ່​ຢຸດຢັ້ງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປ​ະ​ເທດ ແລະ ກາຍ​ເປັນ​ແຫຼ່ງ​ກຳ​ລັງ ແລະ ປັດ​ໃຈ​ຮັບ​ປະ​ກັນ​ການ​ຂະ​ຫຍາຍ​ຕົວ​ທີ່​ໝັ້ນ​ຄົງ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ.

ສີ່, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຊຸກ​ດັນ​ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ-ຍົກ​ລະ​ດັບ, ສາ​ທາ​ລະ​ນະ​ສຸກ ແລະ ວິ​ທະ​ຍາ​ສາດ-ເຕັກ​ນິກ.

ໃນ​ປີ 2022, ສອງ​ປະ​ເທດ​ຕ້ອງ​ປະ​ສານ​ສົມ​ທົບ​ຈັດ​ຕັ້ງ​ໃຫ້​ສຳ​ເລັດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ສັບ​ປະ​ດາຮູ​ບ​ເງົາ​ຂອງ​ຕົນ​ໃນ​ແຕ່​ລະ​ປະ​ເທດ; ຊຸກ​ຍູ້​ວຽກ​ງານ​ເຜີຍ​ແຜ່, ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ​ສອງ​ຊາດ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື, ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ສອງ​ປະ​ເທດ; ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ໃຫ້​ຄວາມ​ສຳ​ຄັນ, ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ​ສາຍ​ພັວ​ພັນ​ລະ​ຫວ່າງ​ສອງ​ຊາດ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ສຶກ​ສາ-ຍົກ​ລະ​ດັບ ແລະ ສາ​ທາ​ລະ​ນະ​ສຸກ.

ຫ້າ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈະ​ຮ່ວມ​ກັບ​ເສີມ​ຂະ​ຫຍາຍ​ການພົວ​ພັນຮ່ວມ​ມື​ທີ່​ດີ​ດ້ວຍ​ກັນ​ລະ​ຫວ່າງບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ທ້ອງ​ຖິ່ນ ເປັນ​ຕົ້ນ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ; ຊຸກ​ດັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຊົນ​ຊັ້ນ​ປະ​ຊາ​ຊົນ, ກຸ່ມ​ກ້ອນ, ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ສອງ​ຊາດ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ໄປ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ​ຍິ່ງກວ່າ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.