ນຳ​ການ​ພົວ​ພັນ​ ຫວ​ຽດ​ນາມ - ກຳ​ປູ​ເຈຍ ນັບ​ມື້​ນັບ​ເຂົ້​າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

06:48 | 22/12/2021

ຍ​ສ​ໝ - ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ, ທ່ານ​ປະ​ທານ​ປະ​ເທດ ຫງ​ວຽ​ນ​ຊວນ​ຟຸກ ຈະ​ມາ​ຢ້ຽມ​ຢາມ​ສັດ​ຖະ​ວະ​ໄມ​ຕີ ກຳ​ປູ​ເຈຍ ໃນ​ລະ​ຫວ່າງວັນ​ທີ 21 – 22 ທັນ​ວາ ປີ 2021.

ນຳ​ການ​ພົວ​ພັນ​ ຫວ​ຽດ​ນາມ - ກຳ​ປູ​ເຈຍ ນັບ​ມື້​ນັບ​ເຂົ້​າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Techo Hun Sen (ພາບ: TTXVN)

ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ຜູ້​ນຳ​ໜ້າ​ລັດ ຫວຽດນາມ ໄປຍັງ ກຳປູ​ເຈຍ ພາຍຫຼັງ​ບູ​ລະ​ນະກົງຈັກການ​ນຳ​ຂັ້ນ​ສູງ​ ຫຼັງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກ​ອມ​ມູ​ນິດ. ສຳລັບ​ລາຊະອານາຈັກ​ກຳປູ​ເຈຍແລ້ວ, ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ປະມຸກ​ລັດ​ຕ່າງປະ​ເທດ ​ຢູ່​ລາຊະ​ອານາຈັກ​ກຳປູ​ເຈຍ​ ໃນ​ປີ 2021.

ການຢ້ຽມຢາມເພື່ອແນໃສ່ປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ, ສະແດງໃຫ້ເຫັນກາ​ນ​ຖືເປັນສຳຄັນ ແລະ ພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ; ​ເຫດການ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ສາຍ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ, ຄວາມ​ສາມັກຄີ, ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານລະ​ຫວ່າງ ຫວຽດນາມ - ກຳປູ​ເຈຍ ສືບ​ຕໍ່​ພັດທະນາ​ຢ່າງ​ດີງາມ.

ການ​ຢ້ຽມຢາມ​ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທຳ​ອິດ​ເພື່ອ​ເລີ່​ມດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ “ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ກຳ​ປູ​ເຈຍ - ຫວຽດນາມ” ​ແລະ ຄົບຮອບ 55 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (ວັນທີ 24 ມິຖຸນາ 1967 – ວັນທີ 24 ມິຖຸນາ 2022).

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວ​ພັນລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ພັດ​ທະ​ນາ​ໃນ​ຫລາຍ​ດ້ານເປັນ​ຢ່າງ​ດີ​. ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ນຳ​ສອງ​ຝ່າຍ​ ຈັດ​ຕັ້ງ​ການ​ໂອ້​ລົມ​​ທາງ​ໂທ​ລະ​ສັບ, ການ​ສົນ​ທະ​ນາ​ແບບໄກ​ເປັນ​ປະ​ຈຳ. ສອງ​ຝ່າຍ​ໄດ້​ສົມທົບ​ກັນ​​ ​ເພື່ອຈັດ​ຕັ້ງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ສອງ​ປະ​ເທດຢ່າງ​ສຳ​ເລັດ​ຜົນ​. ​​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ ເລື່ອງ​ທ່າ​ນປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ, ​ນາຍົກລັດຖະມົນຕີ Hunsen ​​ໄປຢ້ຽມ​ຢາມ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ທອງ​ລຸນ ສີ​ສຸ​ລິດ (ຮ່າ​ໂນ້ຍ, 26 ກັນຍາ 2021) ແລະ ມີ​ການ​ພົບ​ປະ​ກັບ​ທ່ານປະທານປະ​ເທດ ແລະ ທ່ານນາຍົກລັດຖະມົນຕີ.

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ແລະ ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ສືບ​ຕໍ່​ໄດ້​ຮັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ. 2 ປະເທດໄດ້ປະ​ຕິ​ບັດສຳເລັດການປັກຫຼັກໝາຍຊາຍ​ແດນທາງບົກປະມານ 84% ແລະ ໄດ້ລົງນາມໃນເອກະສານນິຕິກຳ 2 ສະບັບໃນວັນທີ 5 ຕຸລາ 2019 ໂດຍຮັບ​ຮູ້ຜົນສຳເລັດຂອງການປັກຫຼັກໝາຍທີ່​ບັນ​ລຸ​ໄດ້ນັ້ນ. ວັນ​ທີ 22 ທັນ​ວາ 2020, ສອງ​ປະ​ເທດ​ໄດ້​​ສົມ​ທົບກັນ​ຈັດ​ຕັ້ງ​ພິ​ທີ​​ແລກ​ປ່ຽນ​ເອ​ກະ​ສານສັດ​ຕະ​ຍະ​ບັນ​ຕາມ​ຮູບ​ແບບ​ທາງ​ໄກ​ເພື່ອ​ໃຫ້​ເອ​ກະ​ສານ​ນິ​ຕິ​ກຳ​ສອງ​ສະ​ບັບ​ກ່ຽວ​ກັບ​ຊາຍ​ແດນ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາເປັນ​ຢ່າງ​ດີ​ເຖິງ​ແມ່ນ​ວ່າປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດກໍ່​ຕາມ, ​ແຕ່ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດຍັງ​ມີ​ການ​​ເຕີບໂຕ​ຢ່າງ​ແຮງ. ​ໃນ 10 ​ເດືອນ​ຕົ້ນ​ປີ 2021, ວົງ​ເງິນ​ການສົ່ງ​ອອກ​ສິນຄ້າ​ລະຫວ່າງ 2 ປະ​ເທດ​ບັນລຸ 7,87 ຕື້ USD, ​ເພີ່ມ​ຂຶ້ນ 87,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ຫວຽດນາມ ມີ 188 ​ໂຄງການ​ລົງທຶນ​ທີ່​ຍັງ​ມີ​ຜົ​ນ​ສັກ​ສິດ​ຢູ່​ກຳປູ​ເຈຍ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 2,88 ຕື້ USD, ຢືນ​ຢູ່ອັນ​ດັບ​ທີ 5 ຂອງ​ບັນ​ດາ​ປະ​ເທດ​ທີ່​ມາລົງ​ທຶນ​ຢູ່​ກຳ​ປູ​ເຈຍ.

ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ​ໃນ​ປີ 2020, ຫວຽດນາມ ​ໄດ້​ໜູນ​ຊ່ວຍທັງ​ເງິນ ​ແລະ ອຸປະກອນ​ການ​ແພດ​ ​ໃຫ້​ແກ່​ລັດຖະບານ ​ແລະ ປະຊາຊົນ​ກຳປູ​ເຈຍ ຢ່າງ​ຮີບ​ດ່ວນ​, ​ໃນ​ນັ້ນ​ມີ​ອຸປະກອນ, ຊຸດ​ກວດ PCR ​ເປັນ​ມູນ​ຄ່າ​ປະມານ 300.000 USD. ​ໃນ​ປີ 2021, ຫວຽດນາມ ​ໄດ້​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໃຫ້​ກຳປູ​ເຈຍ ດ້ວຍ​ເງິນເປັນ​ຈຳ​ນວນ 500.000 USD ​ແລະ ​ເຄື່ອງ​​ອຸ​ປະ​ກອ​ນ​ການ​ແພດ​ຫຼາຍ​ຢ່າງ​ຄື: ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 800 ​ເຄື່ອງ, ຜ້າອັດປາກອັດດັງການແພດ 2 ລ້ານ​ອັນ, ຜ້າອັດປາກອັດດັງ N95 300.000 ອັນທີ່​ມີ​ມູນ​ຄ່າ​ປະມານ 10 ລ້ານ USD ເພື່ອ​ປະ​ກອບ​ສ່ວນ​​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ລັດຖະບານ ​ແລະ ປະຊາຊົນ​ກຳປູ​ເຈຍ​.

ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ທ້ອງ​ຖິ່ນ​ຂອງ​ຫວຽດນາມ ມີ​ຫຼາຍ​ຮູບ​ການ​ໜູນ​ຊ່ວຍ​ໂດຍ​ກົງ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ມື ກຳປູ​ເຈຍ, ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ນ້ຳໃຈ​ແບ່ງປັນ ​ແລະ ໜູນ​ຊ່ວຍ​ເພື່ອນ​ມິດ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ສະພາກາແດງກຳປູເຈຍ, ສະມາຄົມມິດຕະພາບ ກຳ​ປູ​ເຈຍ - ຫວຽດນາມ ແລະ ປະຊາຊົນກຳປູເຈຍ ໄດ້ມອບຢາວັກຊີນ Sinopharm ຈໍານວນ 200.000 ໂດ​ສ ໃຫ້ແກ່ຫວຽດນາມ, ຜ້າອັດປາກອັດດັງການແພດ 1 ລ້ານອັນ, ຜ້າອັດປາກອັດດັງ N95 100.000 ອັນ, ເຄື່ອງຜະລິດອົກຊີເຈນ 100 ໜ່ວຍ ແລະ ເງິນ 350.000 ໂດລາ...

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ກຳປູ​ເຈຍ ປະ​ຈຳ​ຫວຽດ​ນາມ Chay Navuth ​ແລ້ວ, ການ​ຢ້ຽມຢາມ ກຳປູ​ເຈຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ກຳປູ​ເຈຍ - ຫວຽດນາມ, ພ້ອມ​ກັນ​ນັ້ນ ກໍ່​ເປັນການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ບຸນ​ຄົງ

ເຫດການ