ຫວຽດນາມ ແລະ ລາວ ຊຸກຍູ້ການສົມທົບກັນໃນບັນດາການເຄື່ອນໄຫວທາງການທູດຫຼາຍຝ່າຍ

ຫວຽດນາມ ແລະ ລາວ ຊຸກຍູ້ການສົມທົບກັນໃນບັນດາການເຄື່ອນໄຫວທາງການທູດຫຼາຍຝ່າຍ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ຢູ່​ເຊີ​ແນວ, ວັນ​ທີ 1 ທັນວາ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ເລຖິຕວຽດໝ່າຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຖາວອນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ (ສປຊ), ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ​ສາກົນ​ອື່ນໆ​ຢູ່​ນະຄອນ Geneva ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປ​ອວຍພອນ​ຄະນະ​ຜູ້​ແທນ​ຖາວອນ​ລາວ ທີ່​ນະຄອນ​ເຈ​ນີວາ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 48 ປີ​ແຫ່ງ​ວັນ​ຊາດ ສປປ ລາວ (2 ທັນ​ວາ 1975 – 2 ທັນ​ວາ 2023).

ພິທີອອກເດີນທາງເຂົ້າຮ່ວມງານແຂ່ງຂັນລົດຖີບມິດຕະພາບ ກຳປູເຈຍ-ລາວ-ຫວຽດນາມ

ພິທີອອກເດີນທາງເຂົ້າຮ່ວມງານແຂ່ງຂັນລົດຖີບມິດຕະພາບ ກຳປູເຈຍ-ລາວ-ຫວຽດນາມ

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ທັນວາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສົມທົບ​ກັບ​ສະຫະພັນ​ລົດຖີບ ​ແລະ ​ລົດ​ຍົນ​ຫວຽດນາມ ຈັດ​ຕັ້ງ​ພິທີ​ອອກ​ເດີນທາງ​ເຂົ້າຮ່ວມ​ການ​ແຂ່ງຂັນ​ລົດຖີບ​ມິດຕະພາບ ກຳປູ​ເຈຍ - ລາວ - ຫວຽດນາມ.

ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ”

ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ”

ຍສໝ - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ຍສໝ - ຊົ່ວໂມງຮຽນທີ່ມີຄວາມໝາຍຢູ່ເຂດຊາຍແດນຂອງນັກຮຽນສອງປະເທດຫວຽດນາມ - ລາວ ໄດ້ຊ່ວຍໃຫ້ພວກນ້ອງນ້ອຍເຂົ້າໃຈເຖິງຄຸນຄ່າສັກກະລະບູຊາຂອງອະທິປະໄຕ ແລະ ຜືນແຜ່ນດິນ, ຈາກນັ້ນ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ບັນດາແຂວງຄູ່ແຮກສ່ຽວ ຫວຽດນາມ - ລາວ: ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ

ບັນດາແຂວງຄູ່ແຮກສ່ຽວ ຫວຽດນາມ - ລາວ: ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ

ຍສໝ - ບັນດາໂຮງຮຽນມີຄວາມກວ້າງຂວາງ ແລະ ມີສິ່ງອໍານວຍຄວາມສະດວກຄົບຊຸດ; ໂຮງໝໍທີ່ມີອຸປະກອນການແພດທີ່ທັນສະໄໝ; ການ​ຮ່ວມ​ມື​ໃນ​ການ​ຖ່າຍ​ທອດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ແນວ​ພັນ​ພືດ... ​ແມ່ນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ແຂວງ​ເອື້ອຍ​ນ້ອງ​ສອງ​ຝັ່ງ​ຊາຍ​ແດນ​ຫວຽດນາມ - ລາວ.

ລູກຫວຽດນາມ ຂອງບ້ານເຊຊັບ

ລູກຫວຽດນາມ ຂອງບ້ານເຊຊັບ

ຍສໝ - ສຳລັບປະຊາຊົນບ້ານເຊຊັບ, ເມືອງກະລຶມ, ແຂວງເຊກອງ (ລາວ) ແລ້ວ, ພະນັກງານແພດທະຫານ ຄ້າຍທະຫານຊາຍແດນ ເຍິມ (ກອງບັນຊາການທະຫານຊາຍແດນແຂວງແຂວງເທື່ອທຽນເຫວ້) ກໍ່ຄືດັ່ງແພດໝໍປະຈຳໝູ່ບ້ານ.

ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ

ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ

ຍສໝ - ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ແບ່ງປັນ​ປະສົບ​ການ, ການ​ຮ່ວມ​ມື​ດ້ານ​ວິຊາ​ຊີບ... ການ​ພົວພັນ​ລະຫວ່າງ​ແມ່ຍິງ ຫວຽດນາມ - ລາວ ນັບ​ມື້​ນັບ​ສະໜິດ​ແໜ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ

ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ

ຍສໝ - ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023), ວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ປະທານສະພາແຫ່ງຊາດ ຫວຽດນາມ ທ່ານ ດິງເຫວ້ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ໄຊສົມພອນ ພົມວິຫານ. ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ການພົບປະແລກປ່ຽນມິດຕະພາບປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຈັດຕັ້ງເປັນຄັ້ງທຳອິດ

ການພົບປະແລກປ່ຽນມິດຕະພາບປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຈັດຕັ້ງເປັນຄັ້ງທຳອິດ

ຍສໝ - ຕອນ​ເຊົ້າ​ວັນ​ທີ 1 ທັນວາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂ່າວ​ແນະນຳ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ປ້ອງ​ກັນ​ຊາຍ​ແດນ ລະຫວ່າງ ຫວຽດນາມ - ລາວ - ກຳປູ​ເຈຍ ຄັ້ງ​ທຳ​ອິດ.

ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ

ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ

ຍສໝ - ຕອນ​ບ່າຍ​ວັນ​ທີ 1 ທັນວາ, ຢູ່​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງ​​ອົງການກຳມະບານ ລາວ ​ແລະ ສູນຜູ້ແຮງ​ງານ ກູ​ບາ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​​ອົງການກຳມະບານຫວຽດນາມ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ ຫງວຽນ​ດິງ​ແຄງ ຢືນຢັນ​ຫຼັກ​ໝັ້ນ​ຂອງ​​ອົງການກຳມະບານ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ: ສືບ​ຕໍ່​ຮັກສາ, ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລາວ ​ແລະ ກູ​ບາ ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ ​ແລະ ​ເລິກ​ເຊິ່ງ, ປະສິດທິຜົນກ່ວາ​ອີກ.

ຫຼາຍກິດຈະກຳພົບປະມິດຕະພາບ ເນື່ອງໃນໂອກາດວັນຊາດ ສປປ.ລາວ ຄົບຮອບ 48 ປີ

ຫຼາຍກິດຈະກຳພົບປະມິດຕະພາບ ເນື່ອງໃນໂອກາດວັນຊາດ ສປປ.ລາວ ຄົບຮອບ 48 ປີ

ຍສໝ - ມີຫຼາຍການເຄື່ອນໄຫວໃນຂອບເຂດທົ່ວປະເທດ ໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023).

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ

ຍສໝ - ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ນຳໂດຍສະຫາຍ ຫງວຽນວັນຈູງ ຫົວໜ້າກົງສູນໃຫຍ່ ໄດ້ໄປຢ້ຽມຢາມ ແລະອວຍພອນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ).

ຫວຽດນາມ ຍາມໃດກໍ່ໃຫ້ຄວາມຮັກແພງເປັນພິເສດ ແລະ ບຸລິມະສິດສູງສຸດໃຫ້ແກ່ລາວ

ຫວຽດນາມ ຍາມໃດກໍ່ໃຫ້ຄວາມຮັກແພງເປັນພິເສດ ແລະ ບຸລິມະສິດສູງສຸດໃຫ້ແກ່ລາວ

ຍສໝ - ຕາມ​ນັກ​ຂ່າວ​ຈາກ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 48 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ (2 ທັນ​ວາ 1975 – 2 ທັນວາ 2023), ແຕ່​ວັນ​ທີ 21 – 29 ພະຈິກ, ຄະນະ​ຜູ້​ແທນ ສ. ສະ​ຖານ​ກົງ​ສຸນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ປາ​ເຊ​ໃຕ້ ໂດຍ​ທ່ານ​ກົງ​ສູນ​ໃຫຍ່ ຫງວຽນ​ວັນ​ຈູງ ໄດ້​ໄປ​ຢ້ຽມ​ຢາມ ແລະ ຊົມ​ເຊີຍ​ຄະ​ນະ​ພັກ, ລັດ ແລະ ປະ​ຊາ​ຊົນ 4 ແຂວງ​ພາກ​ໃຕ້​ລາວ (ຈຳ​ປາ​ສັກ, ອັດ​ຕະ​ປື, ເຊ​ກອງ, ສາລະ​ວັນ).

ບັນດາຜົນງານໃນການຮ່ວມມືດ້ານການລົງທຶນຫວຽດນາມ - ລາວ

ບັນດາຜົນງານໃນການຮ່ວມມືດ້ານການລົງທຶນຫວຽດນາມ - ລາວ

ຍສໝ - ຂະ​ແໜງ​ການ​ລົງທຶນ​ພວມ​ກາຍ​ເປັນ “​ເອກ​ອັກຄະ​ລັດຖະທູດໃນການເສດຖະກິດ” ທີ່​ສຳຄັນ​ໃນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ. 241 ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວເປັນຢ່າງດີ, ຊຸກຍູ້ໃຫ້ໄດ້ຮັບໝາກຜົນຢ່າງຈະແຈ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ຫວຽດນາມ ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ, ປະສານ​ສົມທົບ ​ແລະ ຊ່ວຍ​ເຫຼືອ​ລາວ ປະຕິບັດ​ໜ້າ​ທີ່​ທີ່​ສຳຄັນ​ຂອງ​ອາ​ຊຽນ

ຫວຽດນາມ ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ, ປະສານ​ສົມທົບ ​ແລະ ຊ່ວຍ​ເຫຼືອ​ລາວ ປະຕິບັດ​ໜ້າ​ທີ່​ທີ່​ສຳຄັນ​ຂອງ​ອາ​ຊຽນ

ຍສໝ - “ຫວຽດນາມ ຍາມໃດກໍ່ຢືນຄຽງຂ້າງ, ປະສານສົມທົບ ແລະ ຊ່ວຍເຫຼືອລາວ ປະຕິບັດໜ້າທີ່ສຳຄັນຂອງຕົນຢູ່ ອາຊຽນ” - ນັ້ນແມ່ນຄຳຢືນຢັນຂອງທ່ານຫງວຽນບ໋າຮຸ່ງ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ເມື່ອກ່າວຄຳປາໄສຂອງຫົວໜ້າຄະນະສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ມາອວຍພອນ ກະຊວງການຕ່າງປະເທດລາວ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃນຕອນເຊົ້າຂອງວັນທີ 28 ພະຈິກ 2023.

ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ຢ້ຽມຢາມ ແລະເຮັດວຽກກັບສອງແຂວງຂອງລາວ

ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ຢ້ຽມຢາມ ແລະເຮັດວຽກກັບສອງແຂວງຂອງລາວ

ຍສໝ - ຄະນະຜູ້ແທນໄດ້ເຮັດວຽກກັບການນຳພະແນກສຶກສາທິການ ແລະກິລາ ແລະໂຮງຮຽນມັດທະຍົມຕອນປາຍ 2 ແຫ່ງ ຂອງ 2 ແຂວງອັດຕະປື ແລະຈໍາປາສັກ ເພື່ອລາຍງານ ແລະແລກປ່ຽນສະພາບການຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ໄລຍະ 2022-2026 ລະຫວ່າງ ແຂວງ ແຄ໊ງຮວ່າ ກັບແຂວງ ອັດຕະປື ແລະຈຳປາສັກ ກ່ຽວກັບການຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.

ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

ອັດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານແມ່ຍິງກອງທັບລາວ

ຍສໝ - ພາຍຫຼັງ 1 ເດືອນ, ພະນັກງານຫຼັກແຫຼ່ງຂອງແມ່ຍິງກອງທັບປະຊາຊົນລາວ 20 ຄົນ ໄດ້ຮັບການຝຶກອົບຮົມໃນ 10 ຫົວຂໍ້ທິດສະດີກ່ຽວກັບວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນກອງທັບ.

ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພະຈິກ, ຢູ່​ ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ (BPD) ​ໄດ້ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”.

ເທສະບານເມືອງ ກີແອງ ເຊັນຮ່ວມມືກັບເມືອງ ຄູນຄຳ ຂອງ ລາວ

ເທສະບານເມືອງ ກີແອງ ເຊັນຮ່ວມມືກັບເມືອງ ຄູນຄຳ ຂອງ ລາວ

ຍສໝ - ການ​ເຄື່ອນ​ໄຫວ​ນີ້ແມ່ນ​ເພື່ອຊຸກຍູ້ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ - ລາວ; ປະຕິບັດບົດບັນທຶກກອງປະຊຸມຂັ້ນສູງລະຫວ່າງແຂວງ ຮ່າຕິ້ງ ແລະ ແຂວງ ຄໍາມ່ວນ.

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ຍສໝ - ວັນ​ທີ 18 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ ປະເທດລາວ, ​ໄດ້ຈັດພິທີເລີ່ມເປີດໂຮງໝໍ​ສາກົນ ​ລາ​ວີ. ນີ້​ແມ່ນ​ໂຮງໝໍ​ສາກົນ​ຊັ້ນ I ​ໂດຍໄດ້​ຮັບໃບ​ຮັບຮອງ​ຈາກ​ກະຊວງ​ສາທາລະນະ​ສຸກ​ລາວ, ປະກອບສ່ວນ​ຍົກສູງການ​ບໍລິການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ເວົ້າ​ສະ​ເພາະ ​ແລະ ຊາວ​ລາວ​ເວົ້າ​ລວມ.