ພິທີປິດຊຸດຝຶກອົບຮົມທັກສະການນຳ, ພະນັກງານຄຸ້ມຄອງ ໃຫ້ພະນັກງານລາວ

19:11 | 26/01/2024

ພິທີປິດຊຸດຝຶກອົບຮົມວຽກງານນໍາພາ ແລະຄຸ້ມຄອງ ໃຫ້ພະນັກງານລາວ

ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5 ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5
ພິທີປິດຊຸດຝຶກອົບຮົມວິຊາສະເພາະວຽກງານປະຫວັດສາດການທະຫານໃຫ້ແກ່ ກອງທັບປະຊາຊົນລາວ ພິທີປິດຊຸດຝຶກອົບຮົມວິຊາສະເພາະວຽກງານປະຫວັດສາດການທະຫານໃຫ້ແກ່ ກອງທັບປະຊາຊົນລາວ

ຫວ່າງແລ້ວນີ້, ຢູ່ໂຮງຮຽນການເມືອງ ຫງວຽນຈິ໊ແທັງ ໄດ້ດໍາເນີນພິທີປິດຊຸດຝຶກອົບຮົມທັກສະການນຳ, ພະນັກງານຄຸ້ມຄອງ ຊຸດທີ 1 ໃຫ້ບັນດາພະນັກງານແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະສະຫວັນນະເຂດ (ປະເທດລາວ).

ພິທີປິດຊຸດຝຶກອົບຮົມທັກສະການນຳ, ພະນັກງານຄຸ້ມຄອງ ໃຫ້ພະນັກງານລາວ

ທີ່ການມອບໃບຢັ້ງຢືນໃຫ້ແກ່ບັນດານັກສຳມະນາກອນ. ພາບ: baothuathienhue.vn
Trao chứng chỉ cho các học viên. Ảnh: baothuathienhue.vn

ພາຍຫຼັງເວລາກວ່າ 3 ອາທິດ, ພະນັກງານ 60 ຄົນ ທີ່ມາຈາກແຂວງສາລະວັນ, ເຊກອງ, ຈຳປາສັກ ແລະສະຫວັນນະເຂດ ຂອງລາວ ໄດ້ສຳເລັດເນື້ອໃນ ແລະຫຼັກສູດຊຸດຝຶກອົບຮົມທີ່ໄດ້ວາງອອກ. ບັນດານັກສໍາມະນາກອນ ໄດ້ຮັບການຝຶກອົບຮົມຫົວຂໍ້ຕ່າງໆຕາມຫຼັກສູດຂອງກະຊວງພາຍໃນ ແລະສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ລວມມີ: ເນື້ອໃນສັງລວມກ່ຽວກັບການນຳພາ ແລະການຄຸ້ມຄອງຂັ້ນພະແນກ; ວັດທະນະທໍາການນໍາພາ ແລະການຄຸ້ມຄອງ; ທັກສະເປັນເສນາທິການຂອງຜູ້ນໍາ ແລະພະນັກງານຄຸ້ມຄອງຂັ້ນພະແນກ; ທັກສະໃນການວາງແຜນ ແລະ ການຈັດຕັ້ງປະຕິບັດແຜນການຂັ້ນພະແນກ...

ນອກຈາກຫົວຂໍ້ຕາມແຜນການແລ້ວ, ໂຮງຮຽນການເມືອງ ຫງວຽນຈິ໊ແທັງ ຍັງໄດ້ບໍາລຸງເພີ່ມເຕີມ 6 ຫົວຂໍ້ທີ່ເໝາະສົມກັບນັກສຳມະນາກອນ ກໍຄືມູນເຊື້ອວັດທະນະທຳ, ຊາວເຫວ້, ປະສົບການໃນການນຳພາ ແລະການຄຸ້ມຄອງຂອງແຂວງເທື່ອທຽນເຫວ້.

ມອບໃບຍ້ອງຍໍໃຫ້ແກ່ບັນດານັກສຳມະນາກອນທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ. ພາບ: baothuathienhue.vn

ນອກຈາກນັ້ນ, ນັກສຳມະນາກອນຍັງໄປທັດສະນະສຶກສາທີ່ບັນດາເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຢູ່ນະຄອນເຫວ້; ຢ້ຽມຢາມກອງບັນຊາການທະຫານແຂວງ ເທື່ອທຽນເຫວ້.

ສິ້ນສຸດຊຸດຝຶກອົບຮົມ, ນັກສຳມະນາກອນທັງ 60 ຄົນ ໄດ້ຮັບໃບຢັ້ງຢືນຮຽນຈົບຫຼັກສູດ; ໃນນັ້ນ, ມີນັກສຳມະນາກອນ 14 ຄົນທີ່ມີຜົນງານດີເດັ່ນ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການເຄື່ອນໄຫວຂອງຊຸດອົບຮົມໄດ້ຮັບໃບຍ້ອງຍໍ.

ບູນມີ

ເຫດການ
302 Found

Found

The document has moved here.