ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024

10:06 | 27/01/2024

ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ສປປ ລາວ, ປີ 2024

ຫຼາຍກິດຈະກຳພົບປະມິດຕະພາບ ເນື່ອງໃນໂອກາດວັນຊາດ ສປປ.ລາວ ຄົບຮອບ 48 ປີ ຫຼາຍກິດຈະກຳພົບປະມິດຕະພາບ ເນື່ອງໃນໂອກາດວັນຊາດ ສປປ.ລາວ ຄົບຮອບ 48 ປີ
ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ) ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)

ຕອນເຊົ້າວັນທີ 27 ມັງກອນ, ຢູ່ສະໜາມກິລາແຂວງດ້ຽນບຽນ ໄດ້ດຳເນີນພິທີເປີດລາຍການ “ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ສປປ ລາວ, ປີ 2024”.

ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024
ບັນຍາກາດທີ່ພິທີເປີດການພົບປະແລກປ່ຽນວັດທະນະທຳ ແລະແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ ກັບນັກຮຽນ 6 ແຂວງພາກເໜືອ ຂອງລາວ ໃນປີ 2024. ພາບ: qdnd.vn

ເຂົ້າຮ່ວມການພົບປະແລກປ່ຽນ ແລະແຂ່ງຂັນກິລາ ມີພະນັກງານ, ຄູ-ອາຈານ ແລະນັກຮຽນ 300 ກວ່າຄົນຈາກແຂວງດ້ຽນບຽນ ແລະ 6 ແຂວງພາກເໜືອຂອງລາວ ເຊິ່ງລວມມີແຂວງ: ອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ. ລາຍການແລກປ່ຽນໄດ້ດຳເນີນເປັນເວລາ 4 ວັນ (ແຕ່ວັນທີ 27 – 30 ມັງກອນ) ໂດຍມີ 2 ກິດຈະກໍາຕົ້ນຕໍ, ຄື: ການພົບປະແລກປ່ຽນວັດທະນະທຳ ແລະແຂ່ງຂັນກິລາມິດຕະພາບຂອງນັກຮຽນ...

ກ່າວຄຳເຫັນທີ່ພິທີ, ທ່ານ ວື່ອາບັງ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ, ຫົວໜ້າຄະນະຊີ້ນຳ, ຄະນະຈັດຕັ້ງລາຍການເນັ້ນໜັກວ່າ: “ຈຸດປະສົງຂອງລາຍການແມ່ນເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການພົວພັນສາກົນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດໃນຕະຫຼອດໄລຍະປະຫວັດສາດອັນສະຫງ່າງາມຂອງສອງປະເທດອ້າຍນ້ອງຫວຽດນາມ - ລາວ. ພ້ອມກັນນັ້ນ ກໍ່ສືບຕໍ່ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານການສຶກສາ ແລະບຳລຸງສ້າງ, ການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາກາຍະກຳ; ຮຽນຮູ້ກ່ຽວກັບວັດທະນະທໍາ, ປະເພນີລະຫວ່າງສອງປະເທດ. ນີ້ແມ່ນການສືບທອດ ແລະສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະພັດທະນາ. ນອກຈາກນັ້ນ, ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954/7-5-2024).

ພາຍຫຼັງພິທີເປີດ, ໃນຕອນບ່າຍຂອງວັນດຽວກັນ, ບັນດານັກກິລາໄດ້ລົງແຂ່ງຂັນກິລາມິດຕະພາບຢ່າງເປັນທາງການ, ຢູ່ບັນດາສະຖານທີ່, ຄື: ສະໜາມກິລາແຂວງ, ສະໜາມກິລາໃນຮົ່ມແຂວງ. ຕອນຄ່ຳວັນທີ 30 ມັງກອນ, ຄະນະສິລະປະຈະແລກປ່ຽນການສະແດງສິລະປະ ແລະສິ້ນສຸດລາຍການຢູ່ສູນປະຊຸມວັດທະນະທຳແຂວງດ້ຽນບຽນ.

ສົມເພັດ

ເຫດການ
302 Found

Found

The document has moved here.