ມອບຮັບໂຄງການກໍ່ສ້າງສຳນັກງານກອງບັນຊາການກອງພົນທະຫານລາບ ທີ 1 - ຂອງຂວັນຂອງກອງທັບ ຫວຽດນາມ ມອບໃຫ້ກອງທັບ ລາວ

15:09 | 29/01/2024

ຍສໝ - ຕາມນັກຂ່າວ​ສຳ​ນັກ​ຂ່າວສານ​ ຫວຽດນາມ​ ປະຈຳ​ລາວ, ວັນ​ທີ 16 ມັງກອນ ຢູ່​ເມືອງ ​ວັງ​ວຽງ, ​ແຂວງ​ ວຽງ​ຈັນ, ພາກ​ກາງ​ ລາວ ໄດ້ດຳເນີນພິທີ​ມອບຮັບໂຄງການກໍ່ສ້າງສະນັກງານກອງ​ບັນຊາ​ການ​ກອງພົນທະຫານລາບ ​ທີ 1 ກອງທັບ​ປະຊາຊົນ​ ລາວ ​ແລະ ບັນດາລາຍການທີ່​ກ່ຽວຂ້ອງ, ຂອງຂວັນຂອງກະຊວງປອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປອງກັນປະເທດ ລາວ

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ) ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

ເຂົ້າຮ່ວມມີ ທ່ານພົນໂທ ຄຳລຽນ ອຸທາໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານພົນເອກ ຫວໍວັນຖົງ, ທີ່ປຶກສາຝ່າຍປ້ອງກັນຊາດຫວຽດນາມ ປະຈໍາ ລາວ; ຕາງໜ້າການນຳຂອງແຂວງ ວຽງຈັນ, ແຂວງ ໄຊສົມບູນ ແລະ ອຳນາດການປົກຄອງເມືອງ ວັງວຽງ; ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກົມໃຫຍ່, ​ບັນດາກົມອົງການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ ​ແລະ ພະນັກງານນັກຮົບກອງພົນທະຫານລາບທີ 1 ຂອງ ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

​ໂດຍ​ຕັ້ງ​ຢູ່​ເມືອງ ​ວັງ​ວຽງ, ​ແຂວງ​ ວຽງ​ຈັນ, ກິດຈະກຳສຳນັກງານກອງບັນຊາການກອງພົນທະຫານລາບທີ 1 ຂອງກອງທັບປະຊາຊົນ ລາວ ແລະ ບັນດາລາຍການທີ່ກ່ຽວຂ້ອງ ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 2 ລ້ານ USD, ລວມມີ 2 ລ້ານ USD ແມ່ນ​ເງິນ​ສະໜັບສະໜູນ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ 1,2 ຕື້ກີບ (ປະມານ 60,000 USD), ເຊິ່ງເປັນເງິນສະໜັບສະໜູນຂອງບໍລິສັດຮ່ວມມືສາກົນ 705 ຂອງກະຊວງປ້ອງກັນປະເທດ ຫວຽດນາມ. ໃນນັ້ນ, ໂຄງການສຳນັກງານກອງບັນຊາການກອງພົນ ໄດ້ກໍ່ສ້າງດ້ວຍການອອກແບບທີ່ທັນສະໄໝປະກອບດ້ວຍ 2 ຊັ້ນ, ແຕ່ລະຊັ້ນແມ່ນ 1,800 ຕາແມັດ ດ້ວຍສິ່ງອໍານວຍຄວາມສະດວກຄົບຊຸດເຊັ່ນ ລະບົບໄຟຟ້າ ແລະ ນໍ້າ, ລະບົບປ້ອງກັນອັກຄີໄພ, ເຟີນິເຈີຄົບຊຸດ, ເຄື່ອງຕົບແຕ່ງເວທີພິທີການ, ມີລະບົບລໍາໂພງ...

ໃນການກ່າວຄຳປາໄສຊີ້ນຳທີ່ເຫດການ, ທ່ານພົນໂທ ຄຳລຽນ ອຸທາໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຕີລາຄາສູງຕໍ່ການໂຄງການ ທີ່ໄດ້ມອບຮັບກົງກັບເນື່ອງໃນໂອກາດທົ່ວກອງທັບປະຊາຊົນ ລາວ ພວມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949-20 ມັງກອນ 2024).

ມອບຮັບໂຄງການກໍ່ສ້າງສຳນັກງານກອງບັນຊາການກອງພົນທະຫານລາບ ທີ 1 - ຂອງຂວັນຂອງກອງທັບ ຫວຽດນາມ ມອບໃຫ້ກອງທັບ ລາວ
ທ່ານພົນໂທ ຄຳລຽນ ອຸທາໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກ່າວຄຳປາໄສຊີ້ນຳທີ່ເຫດການ

ທ່ານ​ພົນ​ໂທ ຄຳ​ລຽນ ​ໄດ້​ຢືນຢັນ​ວ່າ ເລື່ອງກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ ກໍ່ສ້າງ​ໂຄງການສຳນັກງານກອງບັນຊາການກອງພົນທະຫານລາບ ທີ 1 ແລະ ບັນດາລາຍການທີ່ກ່ຽວຂ້ອງ​ໃນ​ຄັ້ງ​ນີ້ ຈະສືບ​ຕໍ່​ເປັນຫຼັກຖານພະຍານໃຫ້ການ​ພົວພັນ​ມິດຕະພາບທີ່ຍິ່ງໃຫຍ່ບໍ່ມີຂີດຈຳກັດລະຫວ່າງ ລາວ ​ແລະ ຫວຽດນາມ ເວົ້າລວມ ​ແລະ ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ ເວົ້າສະ​ເພາະ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ກໍ​ໄດ້​ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ພັກ, ລັດ, ປະຊາຊົນ ​ແລະ ກອງທັບ​ຫວຽດນາມ ທີ່ຍາມ​ໃດ​ກໍ່​ໜູນຊ່ວຍ​ພັກ, ລັດ, ປະຊາຊົນ ​ແລະ ກອງທັບ ​ລາວ ຕະຫຼອດ​ໄລຍະ​ສົງຄາມ​ຕ້ານ​ສັດຕູ​ລວມ, ກໍ​ຄືໃນວິວັດການປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ​ໃນ​ປະຈຸບັນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັນ​ສຶກສາ​ພະນັກງານ, ພາລະ​ກອນ​ທົ່ວ​ກອງທັບ​ກ່ຽວກັບຄວາມ​ໝາຍ​ຂອງການສຳພັນສູ້ຮົບລາວ - ຫວຽດນາມ, ກ່ຽວກັບການໜູນຊ່ວຍ ແລະ ຊ່ວຍເຫຼືອ​ຂອງ​ພັກ, ລັດ ຫວຽດນາມ ໃຫ້ເລິກ​ເຊິ່ງກວ່າອີກ, ພິ​ເສດ​ແມ່ນ​ກອງທັບ ​ຫວຽດນາມ ​ທີ່ມີຕໍ່ການ​ເຕີບ​ໂຕ ​ແລະ ພັດທະນາ​ຢ່າງເຂັ້ມ​ແຂງ​​ຂອງ​ກອງທັບ ​ລາວ ມື້​ນີ້.

ກ່າວ​ຄຳປາໄສທີ່​ພິທີ, ທ່ານພົນຈັດຕະວາ ອຸ່ນ​ຈັນ ດວງ​ວັນ​ສົມ, ຫົວໜ້າກອງພົນທະຫານລາບທີ 1 ​ໄດ້​ຕີ​ລາຄາ​ສູງ​ຄຸນຄ່າ, ລະດັບຄວາມຄືບໜ້າ ແລະ ຄຸນ​ນະພາ​ບຂອງ​ໂຄງການ​ກໍ່ສ້າງສຳນັກງານກອງ​ບັນຊາ​ການກອງພົນພ້ອມ​ກັບ​ລະບົບ​ເດີ່ນອ້ອມຂອບເຂດ ແລະ ​ເສັ້ນທາງ​ເບຕົງເສີມເຫຼັກ​ທີ່​ບໍລິສັດ​ຮ່ວມ​ມື​ສາກົນ 705 ຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ກໍ່ສ້າງ; ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ໂຄງການ​ຢ່າງ​ໝັ້ນຄົງ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ...

ກອງພົນທະຫານລາບ ທີ 1 ແມ່ນ​ກອງພົນກຳລັງຫຼວງຂອງ​ກອງທັບ​ປະຊາຊົນ​ ລາວ, ມີໜ້າທີ່ເຄື່ອນທີ່ການປ້ອງ​ກັນນະຄອນຫຼວງວຽງ​ຈັນ ປ້ອງ​ກັນອົງການນຳພາສູງສຸດຂອງ​ພັກ, ລັດ ລາວ ແລະ ແມ່ນອູ່ບຳລຸງສ້າງ​ການ​ນຳ, ພະນັກງານບັນຊາການດີເດັ່ນ​ຫຼາຍ​ທ່ານຂອງກອງທັບ​ປະຊາຊົນ ​ລາວ. ຄຽງ​ຂ້າງ​ໜ້າ​ທີ່ກຽມ​ພ້ອມ​ສູ້​ຮົບ ແລະ ​ສູ້​ຮົບ, ກອງພົນຍາມໃດກໍ່ໜູນຊ່ວຍ, ປຸກລະດົມປະຊາຊົນຢ່າງທັຍການ, ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມຮັກຈາກປະຊາຊົນ.

ມິງດຶກ

ເຫດການ
302 Found

Found

The document has moved here.