ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Travex ຢູ່ ລາວ

19:19 | 26/01/2024

ຍສໝ - ງານຕະຫຼາດນັດລວມມີ 34 ຮ້ານວາງສະແດງ, ວາງສະແດງບັນດາຜະລິດຕະພັນຂອງ 105 ຫົວໜ່ວຍທີ່ມາຈາກກບັນດາປະເທດ ອາຊຽນ.

ເອກະລັກພິເສດ 'ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024' ເອກະລັກພິເສດ 'ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024'
ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ ຫວຽດນາມ - ລາວ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ ຫວຽດນາມ - ລາວ

ຕອນເຊົ້າວັນທີ 24 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດງານຕະຫຼາດນັດ ທ່ອງທ່ຽວສາກົນ Travex. ຫວຽດນາມ ມີ 4 ທ້ອງຖິ່ນ ແລະ 2 ວິສາຫະກິດທ່ອງທ່ຽວເຂົ້າຮ່ວມການວາງສະແດງ, ແນະນຳບັນດາຜະລິດຕະພັນທ່ອງທ່ຽວ.

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Travex ຢູ່ ລາວ

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Travex ຢູ່ ລາວ

ງານຕະຫຼາດນັດລວມມີ 34 ຮ້ານວາງສະແດງ, ວາງສະແດງບັນດາຜະລິດຕະພັນຂອງ 105 ຫົວໜ່ວຍທີ່ມາຈາກກບັນດາປະເທດ ອາຊຽນ. ຮ້ານວາງສະແດງຂອງຂະແໜງທ່ອງທ່ຽວ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງ 4 ທ້ອງຖິ່ນ, ແມ່ນ: ດ້ຽນບຽນ, ນິງບິ່ງ, ເງະອານ ແລະ ບິ່ງດິ້ງ ແລະ 2 ວິສາຫະກິດທ່ອງທ່ຽວ, ແມ່ນ: Hanoi Tourist ແລະ Vietravel. ຈຸດພົ້ນເດັ່ນຂອງຮ້ານວາງສະແດງ ຫວຽດນາມ ແມ່ນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວຊີວະພາບ, ປະຫວັດສາດ, ວັດທະນະທຳ ແລະ ຈິດວິນຍານ ເພື່ອເຊື້ອເຊີນແຂກທ່ອງທ່ຽວມາ ຫວຽດນາມ ຊອກຫາສິ່ງທີ່ໃໝ່ອ່ຽມ ແລະ ດຶງດູດໃຈ.

ງານຕະຫຼາດນັດ ທ່ອງທ່ຽວສາກົນ Travex ໄດ້ເປີດປະຕູຮອດວັນທີ 27 ມັງກອນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.