ກອງບັນຊາການທະຫານແຂວງຫົວພັນ, ລາວ ຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງເຊີນລາ

19:07 | 25/01/2024

ກອງບັນຊາການທະຫານແຂວງຫົວພັນ, ລາວ ຢ້ຽມຢາມ ແລະອວຍພອນປີໃໝ່ກອງບັນຊາການທະຫານແຂວງເຊີນລາ

ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ ຫວຽດນາມ - ລາວ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ ຫວຽດນາມ - ລາວ
ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021

ຕອນເຊົ້າວັນທີ 24 ມັງກອນ, ຄະນະຜູ້ແທນກອງບັນຊາການທະຫານແຂວງຫົວພັນ, ສປປ ລາວ ໄດ້ມາຢ້ຽມຢາມ, ອວຍພອນບຸນເຕັດ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງເຊີນລາ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ.

ກອງບັນຊາການທະຫານແຂວງຫົວພັນ, ລາວ ຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງເຊີນລາ

ບັນຍາກາດທີ່ການອວຍພອນບຸນເຕັດ. ພາບ: baosonla.org.vn

ຕາງໜ້າການນໍາກອງບັນຊາການທະຫານແຂວງຫົວພັນ, ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບທະຫານຊາຍແດນ ແລະກອງບັນຊາການທະຫານແຂວງເຊີນລາ; ພ້ອມດຽວກັນນັ້ນ ທ່ານກໍສະແດງຄວາມປາດຖະໜາຢາກໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍນັບມື້ນັບສະໜິດແໜ້ນ ແລະໝັ້ນຄົງເຂັ້ມແຂງ.

ການນຳກອງບັນຊາການທະຫານຊາຍແດນ ແລະກອງບັນຊາການທະຫານແຂວງເຊີນລາ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງທີ່ດີງາມ, ການເອົາໃຈໃສ່ ແລະການຊ່ວຍເຫຼືອຂອງແຂວງຫົວພັນ ທີ່ມີຕໍ່ທະຫານຊາຍແດນ ແລະກອງບັນຊາການທະຫານແຂວງເຊີນລາ ໃນໄລຍະທີ່ຜ່ານມາ.

ໃນໄລຍະຈະມາເຖິງ, ສອງຝ່າຍຫວັງວ່າຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການກໍ່ສ້າງບໍລິເວນ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະການພັດທະນາ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 23 ມັງກອນ, ຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງເຊີນລາ.

ບູນມີ

ເຫດການ
302 Found

Found

The document has moved here.