ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

09:41 | 29/01/2024

ນໍາຮວ່າງນກຽນ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ວັນທີ 28 ພະຈິກ, ສະຫາຍ ຫງວຽນວັນຟອງ ຮອງເລຂາພັກນະຄອນ ຮ່າໂນ້ຍ ໄດ້ເປັນປະທານການຕ້ອນຮັບຄະນະຜູ້ແທນເມືອງ ຈັນທະບູລີ (ນະຄອນຫຼວງ ວຽງຈັນ, ສປປ ລາວ) ນຳໂດຍ ສະຫາຍ ດວງຕາ ສຸລິວົງ, ເລຂາພັກເມືອງ, ເຈົ້າເມືອງຈັນທະບູລີ ເຂົ້າຢ້ຽມຂໍ່ານັບ.

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ສະຫາຍຮອງເລຂາພັກນະຄອນ ຫງວຽນວັນຟອງ (ທີ່ສາມຈາກເບື້ອງຂວາ) ມອບຂອງຂວັນທີ່ລະນຶກຂອງຄະນະພັກນະຄອນ ຮ່າໂນ້ຍ ໃຫ້ແກ່ຄະນະປະຕິບັດງານ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ລາວ. ພາບ: ກິ່ງຈີ

ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນຟອງ ຢືນຢັນວ່າ: ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ຖືນະຄອນຫຼວງວຽງຈັນ ແມ່ນຄູ່ຮ່ວມທີ່ເປັນມູນເຊື້ອ; ຫວັງວ່າ ເມືອງຮວ່ານກຽມ ແລະ ເມືອງຈັນທະບູລີ ຈະປຶກສາຫາລື ແລະ ກຳນົດເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຕາມທິດເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ... ເຊັ່ນ: ພັດທະນາອຸດສາຫະກຳວັດທະນະທຳສົມທົບກັບການທ່ອງທ່ຽວ ແລະ ການຄ້າການບໍລິການ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນຄູອາຈານ, ປະສົບການ, ແບບຢ່າງ ແລະ ວິທີການຄຸ້ມຄອງໂຮງຮຽນ; ການຫັນເປັນດີຈີຕອນໃນການກໍ່ສ້າງລະບົບອໍານາດການປົກຄອງ...

ເນັ້ນໜັກວ່າ ນີ້ແມ່ນບັນດາຂົງເຂດທີ່ເມືອງ ຮວ່ານກຽມ ບັນລຸໄດ້ບັນດາໝາກຜົນທີ່ໜ້າສົ່ງເສີມໃນໄລຍະຜ່ານມາ, ສະຫາຍ ຫງວຽນວັນຟອງ ສະເໜີໃຫ້ການນຳເມືອງ ຈັນທະບູລີ ສືບຕໍ່ຄົ້ນຄວ້າບັນດາບົດບັນທຶກຊ່ວຍຈຳຮ່ວມມື ແລະຕັ້ງໜ້າ ສະເໜີບັນດາຂົງເຂດຮ່ວມມືຕື່ມອີກຕາມຄວາມຕ້ອງການຕົວຈິງ.

ສະຫາຍ ດວງຕາ ສຸລິວົງ ຕີລາຄາສູງຂໍ້ສະເໜີຂອງທ່ານຮອງເລຂາພັກນະຄອນ ຮ່າໂນ້ຍ; ຢືນຢັນບັນດາຄຳຊີ້ນໍາ ແລະການແບ່ງປັນສະແດງໃຫ້ເຫັນວ່າ ການນຳນະຄອນ ຮ່າໂນ້ຍ ມີຄວາມເອົາໃຈໃສ່ທີ່ສຸດໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ທ້ອງຖິ່ນ. ສະຫາຍ ດວງຕາ ສຸລິວົງ ກໍ່ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ເພື່ອໃຫ້ການພົວພັນນີ້ບັນລຸປະສິດທິຜົນສູງສຸດຢ່າງບໍ່ຢຸດຢັ້ງ.

ບູນມີ

ເຫດການ
302 Found

Found

The document has moved here.