ນະຄອນດ່ານັງ-ແຂວງຈໍາປາສັກ ຍູ້ແຮງການຮ່ວມມື

13:11 | 30/01/2024

ນະຄອນດ່ານັງ-ແຂວງຈໍາປາສັກ ຍູ້ແຮງການຮ່ວມມື

ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024
ແຂວງດົ່ງນາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການໃນການເຄື່ອນໄຫວສະພາປະຊາຊົນ ແຂວງດົ່ງນາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການໃນການເຄື່ອນໄຫວສະພາປະຊາຊົນ

ຕອນບ່າຍວັນທີ 30 ມັງກອນ, ຄະນະປະຕິບັດງານແຂວງຈໍາປາສັກ (ລາວ) ນໍາໂດຍສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈໍາປາສັກ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບການນໍານະຄອນດ່ານັງ.

ນະຄອນດ່ານັງ-ແຂວງຈໍາປາສັກ ຍູ້ແຮງການຮ່ວມມື

ທ່ານ ໂຮ່ກີ່ມິງ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັງ (ເບື້ອງຂວາ) ຕ້ອນຮັບທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບຄະນະ, ທ່ານ ໂຮ່ກີ່ມິງ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ດ່ານັງ ໄດ້ສົມທົບກັບ 5 ແຂວງພາກກາງລາວ, ໃນນັ້ນ ມີແຂວງຈໍາປາສັກ, ຜັນຂະຫຍາຍຫຼາຍໂຄງການຮ່ວມມື, ແຜນການ...

ນະຄອນດ່ານັງ-ແຂວງຈໍາປາສັກ ຍູ້ແຮງການຮ່ວມມື

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ ອວຍພອນປີໃໝ່ການນໍານະຄອນດ່ານັງ. ພາບ: ສໍານັກຂ່າວສານຫວຽດນາມ

ໄລຍະ 2018-2022, ນະຄອນດ່ານັງ ຊ່ວຍເຫຼືອແຂວງຈໍາປາສັກ 17,83 ຕື້ດົ່ງ ເພື່ອປະຕິບັດໂຄງການຮ່ວມມືຕ່າງໆ.

ທ່ານຮອງປະທານຄະນະກໍາມະການນະຄອນດ່ານັງ ເນັ້ນໜັກວ່າ ໃນປີ 2022, ທັງສອງປະເທດໄດ້ຈັດຕັ້ງຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ. ນະຄອນດ່ານັງ ຫວັງວ່າ ຈະພ້ອມກັບແຂວງຕ່າງໆຂອງລາວ, ໃນນັ້ນ ມີແຂວງ ຈໍາປາສັກ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ໃຫ້ນັບມື້ນັບຂຽວສົດງົດງາມ, ຍືນຍົງຕະຫຼອດໄປ.

ໂດຍສະແດງຄວາມດີໃຈເມື່ອໄດ້ມາຢ້ຽມຢາມ ແລະອວຍພອນຢູ່ນະຄອນດ່ານັງ ເນື່ອງໃນໂອກາດບຸນເຕັດປະຈໍາຊາດຫວຽດນາມ, ທ່ານ ສົມບູນ ເຮືອງວົງສາ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະຄຳອວຍພອນອັນປະເສີດມາຍັງອໍານາດການປົກຄອງ ແລະປະຊາຊົນນະຄອນດ່ານັງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ແລະສະແດງຄວາມຊົມເຊີຍຕໍ່ໝາກຜົນທີ່ດີງາມເຊິ່ງນະຄອນດ່ານັງ ບັນລຸໄດ້ໃນຊຸມປີຜ່ານມາ.

ກ່າວສະແດງຄວາມຂອບໃຈຕໍ່ການສະນັບສະໜູນ ແລະຊ່ວຍເຫຼືອຂອງນະຄອນດ່ານັງ ໃນໄລຍະຜ່ານມາກ່ຽວກັບດ້ານສາທາລະນະສຸກ, ການສຶກສາ, ການສ້າງສາ, ທ່ານ ສົມບູນ ເຮືອງວົງສາ ປາດຖະໜາຢາກໃຫ້ນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງພັກ, ສອງລັດ ນັບມື້ນັບພັດທະນາ, ພິເສດແມ່ນຄວາມຮັກແພງ ແລະການພົວພັນລະຫວ່າງແຂວງຈໍາປາສັກ ກັບນະຄອນດ່ານັງ ນັບມື້ນັບໝັ້ນແກ່ນ, ເຂົ້າສູ່ລວງເລິກ.

ສົມເພັດ

ເຫດການ
302 Found

Found

The document has moved here.