ປກສ ແຂວງຄຳມ່ວນ ອວຍພອນຕຳຫຼວດແຂວງກວາງບິ່ງ ເນື່ອງໃນປີໃໝ່ປະຈຳຊາດຂອງຫວຽດນາມ

14:04 | 25/01/2024

ປກສ ແຂວງຄຳມ່ວນ ອວຍພອນປີໃໝ່ຕຳຫຼວດແຂວງກວາງບິ່ງ

ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10 ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10
ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ

ວັນທີ 25 ມັງກອນ, ຄະນະປະຕິບັດງານຂອງກອງບັນຊາການ ປກສ ແຂວງຄໍາມ່ວນ ນໍາໂດຍທ່ານພັນເອກ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ມາຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ນັກຮົບ ກອງບັນຊາການຕໍາຫຼວດແຂວງ ກວາງບິ່ງ.

ທີ່ການພົບປະ, ການນຳຕຳຫຼວດຂອງສອງແຂວງໄດ້ແລກປ່ຽນບາງຂໍ້ມູນກ່ຽວກັບສະພາບເສດຖະກິດ - ສັງຄົມ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຫວຽດນາມ - ລາວ; ພ້ອມທັງ, ເຫັນດີເປັນເອກະພາບຕັດສິນໃຈປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພິເສດແມ່ນວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດຢ່າງມີປະສິດທິຜົນ; ສືບຕໍ່ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນເມື່ອໄປມາ ແລະພົບປະແລກປ່ຽນຢູ່ເຂດຊາຍແດນ.

ປກສ ແຂວງຄຳມ່ວນ ອວຍພອນຕຳຫຼວດແຂວງກວາງບິ່ງ ເນື່ອງໃນປີໃໝ່ປະຈຳຊາດຂອງຫວຽດນາມ

ກອງບັນຊາການ ປກສ ແຂວງຄຳມ່ວນ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການຕຳຫຼວດແຂວງ ກວາງບິ່ງ. ພາບ: congan.quangbinh.gov.vn

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ໃນນາມການນຳກອງບັນຊາການ ປກສ ແຂວງຄຳມ່ວນ, ທ່ານພັນເອກ ຄໍາສິງ ນົນທະສອນ ໄດ້ສົ່ງຄຳອວຍພອນເຖິງພະນັກງານ, ນັກຮົບກອງບັນຊາການຕຳຫຼວດແຂວງ ກວາງບິ່ງ ປີໃໝ່ມີສຸຂະພາບເຂັ້ມແຂງ ແລະປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ.

ທ່ານພັນເອກພິເສດ ເຈິ່ນກວາງຮ໊ຽວ, ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງກວາງບິ່ງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳ ແລະພະນັກງານ-ນັກຮົບກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄຳມ່ວນ; ພ້ອມທັງ ປາດຖະໜາວ່າກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄຳມ່ວນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະຕິບັດວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ກໍ່ຄືບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ, ແລະລະຫວ່າງກອງບັນຊາການຕຳຫຼວດແຂວງກວາງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄຳມ່ວນ.

ຕາງໜ້າການນຳກອງບັນຊາການ ຕຳຫຼວດ ແຂວງກວາງບິ່ງ, ທ່ານພັນເອກພິເສດ ເຈິ່ນກວາງຮ໊ຽວ ໄດ້ສົ່ງຄຳອວຍພອນເຖິງພະນັກງານ, ນັກຮົບ, ກອງບັນຊາການ ປກສ ແຂວງ ຄຳມ່ວນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ອວຍພອນໃຫ້ພົວພັນອັນດີງາມ ລະຫວ່າງ 2 ແຂວງນັບມື້ນັບພັດທະນາ.

ສົມເພັດ

ເຫດການ
302 Found

Found

The document has moved here.