ກວາງຈິ-ສະຫວັນນະເຂດ ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ

09:03 | 29/01/2024

ກວາງຈິ-ສະຫວັນນະເຂດ ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ

ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ
ສ້ອມແປງ ປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ ສ້ອມແປງ ປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ

ວັນທີ 29 ມັງກອນ, ກອງບັນຊາການທະຫານແຂວງກວາງຈິ ແລະ ສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະເຈລະຈາປະຈຳປີ ຄັ້ງທີ 17 ເພື່ອແນໃສ່ຕີລາຄາໝາກຜົນການສົມທົບກັນປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2023 ແລະເຫັນດີເປັນເອກະພາບຕໍ່ທິດທາງ, ໜ້າທີ່ປີ 2024.

ກວາງຈິ-ສະຫວັນນະເຂດ ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ

ກອງບັນຊາການທະຫານແຂວງກວາງຈິ ແລະແຂວງສະຫວັນນະເຂດ ລົງນາມໃນບົດບັນທຶກການສົມທົບກັນປະຕິບັດໜ້າທີ່ ປີ 2024. ພາບ: qdnd.vn

ສະຫາຍ ພັນເອກພິເສດ ຫງວຽນຫືວດ່ານ, ຫົວໜ້າການທະຫານກອງບັນຊາການທະຫານແຂວງກວາງຈິ ແລະສະຫາຍ ພັນເອກ ຄໍາຜົງ ພັດທະນາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ເປັນປະທານຮ່ວມ.

ໃນບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບແບບພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການສົມທົບກັນປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2023.

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານສອງແຂວງໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກເພື່ອແນໃສ່ສືບຕໍ່ປະຕິບັດບັນດາເນື້ອໃນສົມທົບກັນເຄື່ອນໄຫວໃນປີ 2024 ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການພັດທະນາເສດຖະກິດ, ສັງຄົມ; ພົບປະແລກປ່ຽນ, ສົມທົບກັນ ແລະແລກປ່ຽນວຽກງານລວມ.

ລະອຽດແມ່ນສອງຝ່າຍ ກໍາແໜ້ນສະພາບການ, ສົມທົບກັນລາດຕະເວນຄວບຄຸມຄຸ້ມຄອງລະບົບຫຼັກໝາຍຊາຍແດນ ແລະເສັ້ນຊາຍແດນແຫ່ງຊາດທີ່ຕິດກັບສອງແຂວງເປັນປະຈຳ; ພ້ອມກັນນັ້ນ, ກໍແຈ້ງໃຫ້ກັນຊາບບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ປະຕິບັດວຽກງານໂຄສະນາເຜີຍແຜ່, ເກັບກຳຂໍ້ມູນຂ່າວສານ, ສຳຫຼວດ, ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງສະຫວັນນະເຂດ ໃຫ້ເປັນຢ່າງດີ; ຈັດຕັ້ງການຢ້ຽມຢາມ, ແລກປ່ຽນປະສົບການໃນການເຄື່ອນໄຫວພະລາທິການ, ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນລະຫວ່າງບັນດາອົງການ, ກົມກອງຂຶ້ນກັບກອງບັນຊາການທະຫານສອງແຂວງ...

ໃນວັນດຽວກັນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມາຢ້ຽມຢາມ, ມອບຂອງຂວັນອວຍພອນປີໃໝ່ໃຫ້ກອງບັນຊາການທະຫານແຂວງກວາງຈິ ເນື່ອງໃນໂອກາດບຸນປີໃໝ່ ປະຈໍາຊາດ 2024.

ສົມເພັດ

ເຫດການ
302 Found

Found

The document has moved here.