ຄະນະພະນັກງານແຂວງຄໍາມ່ວນ, ລາວ ອວຍພອນປີໃໝ່ທະຫານເຂດ 4

00:00 | 30/01/2024

ຄະນະພະນັກງານແຂວງຄໍາມ່ວນ, ລາວ ອວຍພອນປີໃໝ່ທະຫານເຂດ 4

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ວັນທີ 30 ມັງກອນ, ຄະນະພະນັກງານແຂວງຄໍາມ່ວນ ສປປ ລາວ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ, ກຳມະການປະຈຳພັກແຂວງ, ເລຂາພັກ, ເຈົ້າແຂວງຄໍາມ່ວນ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ຢູ່ກອງບັນຊາການທະຫານເຂດ 4 ຂອງຫວຽດນາມ. ທ່ານພົນຈັດຕະວາ ຫງວຽນງອກຮ່າ ຮອງຜູ້ບັນຊາການທະຫານເຂດ 4 ເປັນປະທານຕ້ອນຮັບຄະນະ.

ທີ່ການເຮັດວຽກ, ທ່ານ ວັນໄຊ ພອງສະຫວັນ ໄດ້ອວຍພອນຄະນະປະຈໍາພັກ, ກອງບັນຊາການທະຫານເຂດ 4; ພະນັກງານ, ນັກຮົບ, ກໍາລັງປະກອບອາວຸດທະຫານເຂດ 4 ເນື່ອງໃນໂອກາດລະດູບານໃໝ່, ປີໃໝ່ ປີມະໂລງ 2024 ຈົ່ງມີຄວາມເບີກບານມ່ວນຊື່ນ, ມີຄວາມຜາສຸກ, ມີໄຊຊະນະໃໝ່.

ຄະນະພະນັກງານແຂວງຄໍາມ່ວນ, ລາວ ອວຍພອນປີໃໝ່ທະຫານເຂດ 4

ສະຫາຍ ວັນໄຊ ພອງສະຫວັນ, ກຳມະການປະຈຳພັກແຂວງ, ເລຂາພັກ, ເຈົ້າແຂວງຄໍາມ່ວນ ມອບດອກໄມ້ອວຍພອນປີໃໝ່ ກອງບັນຊາການທະຫານເຂດ 4. baoquankhu4.com.vn

ທ່ານ ວັນໄຊ ພອງສະຫວັນ ປາດຖະໜາວ່າ ປີ 2024, ຄະນະປະຈໍາພັກ, ກອງບັນຊາການທະຫານເຂດ 4 ຈະສືບຕໍ່ເອົາໃຈໃສ່ຊີ້ນໍາ, ບັນດາກົມກອງປະຕິບັດໜ້າທີ່ຢູ່ບໍລິເວນ, ບັນດາກົມກອງທີ່ແຮກສ່ຽວກັບລາວ ສືບຕໍ່ສົມທົບກັນ, ປະຕິບັດໜ້າທີ່ໃຫ້ເປັນຢ່າງດີ ເພື່ອຊ່ວຍທ້ອງຖິ່ນພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພື່ອການພັດທະນາລວມຂອງສອງປະເທດ.

ທ່ານພົນຈັດຕະວາ ຫງວຽນງອກຮ່າ ຮອງຜູ້ບັນຊາການທະຫານເຂດ 4 ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະພະນັກງານແຂວງຄໍາມ່ວນ ມາຢ້ຽມຢາມ, ອວຍພອນປີໃໝ່ຢູ່ກອງບັນຊາການທະຫານເຂດ 4; ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ ແລະກົມກອງໃນກອງທັບລາວ ເວົ້າລວມ, ແຂວງຄໍາມ່ວນ ເວົ້າສະເພາະ ຍາມໃດກໍ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂເພື່ອຊ່ວຍເຫຼືອບັນດາກົມກອງຂອງທະຫານເຂດ 4 ປະຕິບັດສໍາເລັດໜ້າທີ່ຢູ່ປະເທດ ລາວ.

ຄະນະພະນັກງານແຂວງຄໍາມ່ວນ, ລາວ ອວຍພອນປີໃໝ່ທະຫານເຂດ 4

ທ່ານພົນຈັດຕະວາ ຫງວຽນງອກຮ່າ ແລະບັນດາກົມກອງຂອງທະຫານເຂດ 4 ຖ່າຍຮູບທີ່ລະນຶກກັບຄະນະພະນັກງານແຂວງຄໍາມ່ວນ. ພາບ: baoquankhu4.com.vn

ທ່ານພົນຈັດຕະວາ ຫງວຽນງອກຮ່າ ຮອງຜູ້ບັນຊາການທະຫານເຂດ 4 ປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງຄໍາມ່ວນ ຈະສືບຕໍ່ສົມທົບກັບບັນດາແຂວງ, ກົມກອງຂອງທະຫານເຂດ 4, ບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນປະຕິບັດໜ້າທີ່ຢ່າງມີປະສິດທິຜົນ, ແທດຈິງ; ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາກົມກອງຂອງທະຫານເຂດ 4 ປະຕິບັດສໍາເລັດໜ້າທີ່ຢູ່ບໍລິເວນແຂວງຄໍາມ່ວນ ໃຫ້ເປັນຢ່າງດີ; ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າລວມ, ທະຫານເຂດ 4 ກັບແຂວງຄໍາມ່ວນ ເວົ້າສະເພາະ.

ບູນມີ

ເຫດການ
302 Found

Found

The document has moved here.