ສະພາຜູ້ແທນປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ລາວ ເພີ່ມທະວີການຮ່ວມມື | |
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ |
ວັນທີ 25 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ດິງຍືຮວານ, ຮອງຫົວໜ້າບັນນາທິການ ໄດ້ນຳໜ້າຄະນະຜູ້ແທນໜັງສືພິມເຍິນເຢິນ (ປະຊາຊົນ) ຂອງຫວຽດນາມ ເຂົ້າຢ້ຽມຂ່ຳນັບສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ.
ທີ່ການຕ້ອນຮັບ, ສະຫາຍ ຄຳພັນ ເຜີຍຍະວົງ ຮຽກຮ້ອງໃຫ້ໜັງສືພິມເຍິນເຢິນ ສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອໜັງສືພິມປະຊາຊົນຂອງລາວ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນຫັນເວັບໄຊຂອງໜັງສືພິມປະຊາຊົນ ເປັນທັນສະໄໝໂດຍໄວ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນການໂຄສະນາເຜີຍແຜ່ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.
![]() |
ສະຫາຍ ດິງຍືຮວານ ເຂົ້າຢ້ຽມຂ່ຳນັບສະຫາຍ ຄຳພັນ ເຜີຍຍະວົງ. ພາບ: nhandan.vn |
ສະຫາຍ ດິງຍືຮວານ ໃຫ້ຮູ້ວ່າ ໜັງສືພິມເຍິນເຢິນ ໃຫ້ຄຳໝັ້ນສັນຍາຈະແບ່ງປັນປະສົບການຂອງຕົນໃນການຫັນປ່ຽນດີຈີຕອນຢ່າງແຮງໃນ 2 ປີຜ່ານມາ ເພື່ອຊ່ວຍໃຫ້ໜັງສືພິມປະຊາຊົນຂອງລາວ ຍົກລະດັບລະບົບໜັງສືພິມເອເລັກໂຕນິກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນທ່າອ່ຽງໃໝ່.
ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານໃຫຍ່ຂອງໜັງສືພິມປະຊາຊົນ ທີ່ນະຄອນຫຼວງວຽງຈັນ ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນໜັງສືພິມເຍິນເຢິນ ນຳໂດຍສະຫາຍ ດິງຍືຮວານ, ຮອງຫົວໜ້າບັນນາທິການ ແລະຄະນະຜູ້ແທນໜັງສືພິມປະຊາຊົນຂອງລາວ ນຳໂດຍສະຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ.
ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວຂອງແຕ່ລະຝ່າຍ ແລະຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ; ເນັ້ນໜັກວ່າ, ຫວ່າງມໍ່ໆມານີ້, ສອງຝ່າຍໄດ້ເພີ່ມທະວີການຮ່ວມມືນັບມື້ນັບແໜ້ນແຟ້ນ, ພິເສດແມ່ນໃນໂຄງການຍົກລະດັບເວັບໄຊຂອງໜັງສືພິມປະຊາຊົນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່.
![]() |
ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ. ພາບ: nhandan.vn |
ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຄວາມຄືບໜ້າ ແລະແຜນການປະຕິບັດໂຄງການຍົກລະດັບເວັບໄຊຂອງໜັງສືພິມປະຊາຊົນ, ຫວັງວ່າ ພາຍຫຼັງການຍົກລະດັບໄດ້ນຳເຂົ້ານຳໃຊ້ແລ້ວ ຈະກາຍເປັນໜຶ່ງໃນບັນດາເວັບໄຊໜັງສືພິມເອເລັກໂຕນິກທີ່ມີຄວາມທັນສະໄໝທີ່ສຸດຢູ່ປະເທດລາວ. ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ.
ບູນມີ