ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື

15:03 | 30/01/2024

ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ຫຼວງນ້ຳທາ ຢຶດໄມ້ດູ່ລັກລອບສົ່ງໄປຈີນ 3,2 ພັນທ່ອນ 153,48 ແມັດກ້ອນ ຫຼວງນ້ຳທາ ຢຶດໄມ້ດູ່ລັກລອບສົ່ງໄປຈີນ 3,2 ພັນທ່ອນ 153,48 ແມັດກ້ອນ

ຫວ່າງມໍ່ໆນີ້, ຄະນະປະຕິບັດງານສານປະຊາຊົນແຂວງ ຝູເຖາະ (ຫວຽດນາມ) ນຳໂດຍສະຫາຍ ໂດ໊ງອກຕວ໊ນ, ປະທານສານປະຊາຊົນແຂວງ ຝູເຖາະ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສານປະຊາຊົນແຂວງ ຫຼວງນ້ຳທາ.

ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື

ປະທານສານປະຊາຊົນແຂວງ ຝູເຖາະ ແລະປະທານສານປະຊາຊົນແຂວງ ຫຼວງນ້ຳທາ ລົງນາມ ໃນບົດບັນທຶກວ່າດ້ວຍການຮ່ວມມືດ້ານຕຸລາການ. ພາບ: baove.congly.vn

ສອງຝ່າຍໄດ້ປຶກສາຫາລື ແລະເປັນເອກະພາບກັນລົງນາມໃນບົດບັນທຶກການພົບປະສອງຝ່າຍ ເຊິ່ງມີເນື້ອໃນດັ່ງນີ້: ສານປະຊາຊົນແຂວງ ຝູເຖາະ ໜູນຊ່ວຍເຄື່ອງອຸປະກອນຫ້ອງການ ໃຫ້ແກ່ສານປະຊາຊົນແຂວງ ຫຼວງນ້ຳທາ ໃນຂອບເຂດຄວາມສາມາດຂອງສານປະຊາຊົນສອງຂັ້ນ ແຂວງ ຝູເຖາະ. ສານປະຊາຊົນສອງແຂວງ ສືບຕໍ່ຮັກສາການຢ້ຽມຢາມ, ເຮັດວຽກ ແລະແລກປ່ຽນປະສົບການໜຶ່ງຄັ້ງຕໍ່ປີ. ສານປະຊາຊົນແຂວງ ຝູເຖາະ ແລະສານປະຊາຊົນແຂວງ ຫຼວງນ້ຳທາ ໄດ້ເຫັນດີເປັນເອກະພາບມອບໃຫ້ຫົວໜ້າຫ້ອງການສານປະຊາຊົນສອງແຂວງເປັນຜູ້ຕິດຕໍ່ປະສານ, ສະໜອງຂໍ້ມູນຂ່າວສານ ແລະແລກປ່ຽນບົດຮຽນປະສົບການໃນການຜັນຂະຫຍາຍການປະຕິບັດບົດບັນທຶກດັ່ງກ່າວ. ສອງຝ່າຍມີຄວາມຮັບຜິດຊອບລາຍງານໃຫ້ສານປະຊາຊົນສູງສຸດຂອງສອງປະເທດ ແລະອຳນາດການປົກຄອງທ້ອງຖິ່ນຂອງສອງແຂວງຮັບຮູ້ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດການເຄື່ອນໄຫວຕາມບົດບັນທຶກສະບັບດັ່ງກ່າວ.
ຄຽງຂ້າງນັ້ນ, ສອງຝ່າຍກໍ່ປາດຖະໜາຢາກສືບຕໍ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງສານຂອງສອງແຂວງ; ຍູ້ແຮງການແລກປ່ຽນບົດຮຽນປະສົບການຢ່າງເປັນປະຈໍາກ່ຽວກັບການພິພາກສາຄະດີຕ່າງໆ; ແລກປ່ຽນ, ຮໍ່າຮຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ; ສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນຂອງສານສອງແຂວງໄປທັດສະນະສຶກສາ, ຊອກຮູ້ວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນສອງຊາດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນ ແລະຄວາມເຫັນອົກເຫັນໃຈກັນ...

ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື

ຄະນະປະຕິບັດງານສານປະຊາຊົນແຂວງ ຝູເຖາະ ຖ່າຍຮູບທີ່ລະນຶກກັບປະທານສະພາປະຊາຊົນແຂວງ ຫຼວງນ້ຳທາ (ລາວ). ພາບ: baove.congly.vn

ສ່ວນສະຫາຍ ທອງແດງ ສິດທິສອນ ປະທານສານປະຊາຊົນແຂວງຫຼວງນ້ຳທາ ຫວັງວ່າໃນໄລຍະຈະມາເຖິງ, ສານປະຊາຊົນແຂວງ ຝູເຖາະ ຈະເອົາໃຈໃສ່ເຖິງການເພີ່ມທະວີການແລກປ່ຽນບົດຮຽນໃນການພິພາກສາຄະດີຕ່າງໆລະຫວ່າງສານປະຊາຊົນສອງແຂວງ, ເພີ່ມທະວີການສະກັດກັ້ນອາດຊະຍາກຳຂ້າມຊາດເປັນປະຈຳ; ສືບຕໍ່ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາເພື່ອໃຫ້ພະນັກງານ, ລັດຖະກອນຂອງສານປະຊາຊົນສອງປະເທດ ມີຄວາມເຂົ້າໃຈດ້ານວັດທະນະທໍາ, ຮີດຄອງປະເພນີຂອງສອງປະເທດ, ສອງຊາດ...

ບູນມີ

ເຫດການ
302 Found

Found

The document has moved here.