ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ

10:03 | 26/01/2024

ຍສໝ - ສະຫາຍນາງ ຮວ່າງທິເລືອງເຕີມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາເນື້ອໃນໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃຫ້ເປັນຢ່າງດີ.

ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ
ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ

ວັນທີ 25 ມັງກອນ, ສະຫາຍ ວີເຕັ່ງ ຈື່ໄມເຕັ່ງ, ຮອງປະທານແນວລາວສ້າງຊາດແຂວງຫົວພັນ ແລະຄະນະປະຕິບັດງານໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ. ຕ້ອນຮັບມີສະຫາຍນາງ ຮວ່າງທິເລືອງເຕີມ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ພ້ອມດ້ວຍພະນັກງານ.

ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ

ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ຕ້ອນຮັບຄະນະຜູ້ແທນແຂວງຫົວພັນ. ພາບ: ມິງຕ໊ວນ

ສະຫາຍ ວີເຕັ່ງ ຈື່ໄມເຕັ່ງ ແລະສະຫາຍນາງຮອງປະທານຜູ້ປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ໄດ້ແຈ້ງໝາກຜົນພົ້ນເດັ່ນຂອງວຽກງານແນວໂຮມ ປີ 2023, ໜ້າທີ່ຈຸດສຸມປີ 2024 ຂອງສອງແຂວງ. ພ້ອມທັງ, ຢັ້ງຢືນວ່າ ຈະສືບຕໍ່ຮັກສາ, ເສີມຂະຫຍາຍປະສິດທິຜົນການພົວພັນແລກປ່ຽນ, ສົມທົບກັນເພື່ອປະກອບສ່ວນສ້າງສາ, ຮັກສານ້ຳໃຈສາມັກຄີພິເສດມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງແຂວງເຊີນລາ-ຫົວພັນ ເວົ້າສະເພາະ.

ໃນບັນຍາກາດເຕັມໄປດ້ວຍນ້ຳໃຈສາມັກຄີ, ສະຫາຍ ວີເຕັ່ງ ຈື່ໄມເຕັ່ງ ໄດ້ສົ່ງຄຳອວຍພອນໄຊອັນປະເສີດເຖິງພະນັກງານຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງເຊີນລາ ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024.

ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ

ຄະນະຜູ້ແທນແຂວງຫົວພັນ ມອບຂອງຂວັນ, ອວຍພອນປີໃໝ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ. ພາບ: ມິງຕ໊ວນ

ຕາງໜ້າຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເຊີນລາ, ສະຫາຍນາງ ຮວ່າງທິເລືອງເຕີມ ສະແດງຄວາມຂອບອົກຂອບໃຈການຢ້ຽມຢາມ, ອວຍພອນປີໃໝ່ຂອງຄະນະຜູ້ແທນແຂວງຫົວພັນ, ສະແດງຄວາມຂອບອົກຂອບໃຈນ້ຳໃຈ, ຄວາມສາມັກຄີຂອງຄະນະກຳມະການແນວລາວສ້າງຊາດແຂວງ ຫົວພັນ ທີ່ມີຕໍ່ກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ. ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາເນື້ອໃນໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃຫ້ເປັນຢ່າງດີ.

ສົມເພັດ

ເຫດການ
302 Found

Found

The document has moved here.