ພິທີອັດຊຸດບໍາລຸງສ້າງ, ຝຶກອົບຮົມ ໃຫ້ແກ່ພະນັກງານບັນດາແຂວງພາກເໜືອລາວ

11:04 | 26/01/2024

ພິທີອັດຊຸດບໍາລຸງສ້າງ, ຝຶກອົບຮົມ ໃຫ້ແກ່ພະນັກງານບັນດາແຂວງພາກເໜືອລາວ

ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ
ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ

ຕອນບ່າຍວັນທີ 25 ມັງກອນ, ທີ່ສູນສຶກສານອກໂຮງຮຽນແຂວງ, ພະແນກສຶກສາ ແລະກໍ່ສ້າງ ແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີປິດຊຸດບໍາລຸງສ້າງ, ຝຶກອົບຮົມດ້ານຕົວຈິງຢູ່ຮາກຖານໃຫ້ແກ່ພະນັກງານບັນດາແຂວງ: ອຸດົມໄຊ, ຜົ້ງສາລີ ແລະຫຼວງພະບາງ ແຫ່ງ ສປປ ລາວ ປີ 2023. ທ່ານ ວື່ອາບັ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ, ຜູ້ຕາງໜ້າການນໍາບາງພະແນກ, ຄະນະ, ຂະແໜງການທີ່ແຂວງດ້ຽນບຽນ ແລະ 3 ແຂວງພາກເໜືອລາວ ເຂົ້າຮ່ວມ.

ພິທີອັດຊຸດບໍາລຸງສ້າງ, ຝຶກອົບຮົມ ໃຫ້ແກ່ພະນັກງານບັນດາແຂວງພາກເໜືອລາວ

ບັນດາຜູ້ແທນເຂົ້າຮ່ວມພິທີປິດ. ພາບ: baodienbienphu.com.vn

ໃນລະຫວ່າງວັນທີ 8 ທັນວາ 2023 ຮອດວັນທີ 26 ມັງກອນ 2024, ພະນັງການຂອງລາວ 23 ຄົນທີ່ມາຈາກບັນດາແຂວງພາກເໜືອລາວ ໄດ້ຮໍ່າຮຽນ, ແບ່ງປັນ, ຖອດຖອນບົດຮຽນ, ເພີ່ມທະວີຄວາມເຂົ້າໃຈກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງດ້ຽນບຽນ... ຫຼັກສູດບໍາລຸງສ້າງແມ່ນແທດເໝາະກັບລະດັບຄວາມຮູ້ ແລະຄວາມຕ້ອງການຂອງບັນດາພະນັກງານ. ຊ່ວຍໃຫ້ເຂົາເຈົ້າມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບບາງເນື້ອໃນຂອງຂະແໜງ, ຂົງເຂດທີ່ຕົນໄດ້ຮັບຜິດຊອບ; ປະກອບສ່ວນຍົກສູງລະດັບຄວາມຮູ້, ຄວາມສາມາດດ້ານວິຊາການ, ຈາກນັ້ນ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ບັນລຸປະສິດທິຜົນ.
ກ່າວຄໍາເຫັນທີ່ພິທີປິດ, ທ່ານ ວື່ອາບັ່ງ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ວຽກງານບໍາລຸງສ້າງພະນັກງານໃຫ້ແກ່ບັນດາແຂວງພາກເໜືອລາວ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະຖືວ່າ ນີ້ແມ່ນໜ້າທີ່ການເມືອງສໍາຄັນຂອງແຂວງ, ປະກອບສ່ວນປັບປຸງ ແລະພັດທະນາຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ.

ພິທີອັດຊຸດບໍາລຸງສ້າງ, ຝຶກອົບຮົມ ໃຫ້ແກ່ພະນັກງານບັນດາແຂວງພາກເໜືອລາວ

ບັນດາພະນັກງານຮັບໃບຢັ້ງຢືນສໍາເລັດຊຸດບໍາລຸງສ້າງ. ພາບ: baodienbienphu.com.vn

ທ່ານ ວື່ອາບັ່ງ ກໍ່ໄດ້ສະເໜີໃຫ້ບັນດາພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນແຂວງດ້ຽນບຽນ ຄວນຕີລາຄາ, ໄຈ້ແຍກ, ຖອດຖອນບົດຮຽນກ່ຽວກັບຄວາມສະດວກ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງຊຸດບໍາລຸງສ້າງ, ຝຶກອົບຮົມຄັ້ງນີ້ ເພື່ອມີມາດຕະການປະຕິບັດເນື້ອໃນຂອງແຜນການຮ່ວມມືບໍາລຸງສ້າງລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນກວ່າອີກ.

ສິ້ນສຸດຊຸດບໍາລຸງສ້າງ, ພະນັກງານ 23 ຄົນໄດ້ຮັບໃບຢັ້ງຢືນສໍາເລັດຊຸດບໍາລຸງສ້າງ; ພະແນກສຶກສາ ແລະກໍ່ສ້າງ ແຂວງດ້ຽນບຽນ ໄດ້ມອບໃບຍ້ອງຍໍໃຫ້ແກ່ 7 ຄົນ ແລະ 2 ໝູ່ຄະນະທີ່ມີຜົນງານດີເດັ່ນໃນຊຸດບໍາລຸງສ້າງ.

ສົມເພັດ

302 Found

Found

The document has moved here.