ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງແຂວງກວາງຈິ ກັບແຂວງເຊກອງ

11:05 | 30/01/2024

ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງແຂວງກວາງຈິ ກັບແຂວງເຊກອງ

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia

ວັນທີ 30 ມັງກອນ, ທີ່ສໍານັກງານຫ້ອງວ່າການປົກຄອງແຂວງເຊກອງ ໄດ້ດຳເນີນກອງປະຊຸມລະຫວ່າງແຂວງກວາງຈິ ແລະແຂວງເຊກອງ ເພື່ອແນໃສ່ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງທ້ອງຖິ່ນ.

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາໝາກຜົນລວມກ່ຽວກັບການປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄດ້ລົງນາມທີ່ການພົບປະເຈລະຈາຂັ້ນສູງສອງແຂວງກວາງຈິ-ເຊກອງ ໃນເດືອນສິງຫາ 2023. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ ແລະລະບົບການເມືອງຂອງແຕ່ລະແຂວງ.

ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງແຂວງກວາງຈິ ກັບແຂວງເຊກອງ

ພິທີລົງນາມ, ມອບ-ຮັບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງແຂວງກວາງຈິ-ເຊກອງ. ພາບ: ເລເຈື່ອງ.

ໂດຍແລກປ່ຽນທີ່ກອງປະຊຸມ, ທ່ານ ຫວໍວັນຮຶງ ປະທານຄະນະກຳມະການປະຊາຊົນແຂວງກວາງຈິ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງແຂວງເຊກອງ-ກວາງຈິ ໃນໄລຍະຜ່ານມາ, ເຖິງວ່າສອງທ້ອງຖິ່ນບໍ່ມີເສັ້ນຊາຍແດນຕິດຈອດກັນກໍ່ຕາມ. ໃນໄລຍະຈະມາເຖິງ, ອຳນາດການປົກຄອງທຸກຂັ້ນຂອງສອງແຂວງຄວນເພີ່ມທະວີການຮ່ວມມືທັງດ້ານການເມືອງ ແລະການພົວພັນຕ່າງປະເທດ. ໃນນັ້ນ, ຍູ້ແຮງການຮ່ວມມືພັດທະນາເສດຖະກິດ, ຈຸດສຸມແມ່ນ ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໄດ້ດຳເນີນການຂຸດຄົ້ນ, ສົ່ງອອກຖ່ານຫີນຜ່ານຄູ່ດ່ານສາກົນ ລາໄລ-ລາໄລ.

ຄົ້ນຄວ້າສຶກສາຄວາມເປັນໄປໄດ້ໃນການການຮ່ວມມືດ້ານການຄ້າ-ການລົງທຶນ, ການບໍລິການ logistics, ການທ່ອງທ່ຽວເພື່ອຂຸດຄົ້ນທ່າແຮງກ່ຽວກັບທີ່ຕັ້ງຢູ່ແລວເສດຖະກິດຕາມລວງຂວາງ ຕາເວັນອອກ-ຕາເວັນຕົກ (Para EWEC), ເຊື່ອມຕໍ່ລະຫວ່າງບັນດາແຂວງເຊກອງ-ຈຳປາສັກ-ສາລາວັນ-ກວາງຈິ ແລະເຂດເສດຖະກິດຈຸດສຸມທາງພາກກາງ ໄປຜ່ານດ່ານຊາຍແດນສາກົນລາໄລ.

ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງແຂວງກວາງຈິ ກັບແຂວງເຊກອງ

ຜູ້ຕາງໜ້າສະມາຄົມວິສາຫະກິດແຂວງກວາງຈິ ມອບຂອງຂວັນໃຫ້ແຂວງເຊກອງ. ພາບ: ເລເຈື່ອງ.

ເນື່ອງໃນໂອກາດນີ້, ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວາງຈິ ທ່ານ ຫວໍວັນຮຶງ ປະທານຄະນະກຳມະການປະຊາຊົນແຂວງກວາງຈິ ໄດ້ມອບເງິນສົດໃຫ້ອຳນາດການປົກຄອງ ແລະປະຊາຊົນແຂວງເຊກອງ ເພື່ອເປັນຂອງຂວັນ ເຊິ່ງມີມູນຄ່າ 200 ລ້ານດົ່ງ; ສະມາຄົມວິສາຫະກິດແຂວງກວາງຈິ ມອບຂອງຂວັນ 11 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງໃຫ້ແຂວງເຊກອງ.

ສົມເພັດ

ເຫດການ
302 Found

Found

The document has moved here.