ຍູ້ແຮງຄວາມຄືບໜ້າໃນການກໍ່ສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ

14:50 | 28/01/2024

ຍສໝ - ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ: ໂຄງການພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ແຜນການປີ 2024 ຈະສຳເລັດການອອກແບບອານຸສາວະລີ ແລະສະຖາປັດຕະຍະກຳ, ການກໍ່ສ້າງ ແລະພື້ນຖານໂຄງລ່າງກ່ຽວກັບທັດສະນີຍະພາບ ແລະໂຄງການລວມ, ໃນຕົ້ນໄຕມາດທີ I ປີ 2025, ໂຄງການຈະກໍ່ສ້າງສຳເລັດ ແລະເປີດສະຫຼອງນຳໃຊ້.

ຫວຽດນາມ ຍູ້ແຮງການເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ ຫວຽດນາມ ຍູ້ແຮງການເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ
ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ

ຕອນເຊົ້າວັນທີ 27 ມັງກອນ, ໃນຂອບເຂດການຢ້ຽມຢາມລາວ, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກປະຊາຊົນປະຕິວັດລາວ.

ທ່ານ ທອງສະລິດ ມັງໜໍ່ເມກ ມີຄວາມປິຕິຊົມຊື່ນເມື່ອບັນດາອົງການຂອງຫວຽດນາມ ແລະລາວ ຍາມໃດກໍ່ມີການພົວພັນມິດຕະພາບ ແລະການຮ່ວມມືຢ່າງມີປະສິດທິຜົນ.

ຍູ້ແຮງຄວາມຄືບໜ້າໃນການກໍ່ສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ

ບັນຍາກາດທີ່ການຕ້ອນຮັບ. ພາບ: bvhttdl.gov.vn

ເມື່ອແລກປ່ຽນກ່ຽວກັບສະພາບການຜັນຂະຫຍາຍໂຄງການກໍ່ສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ທ່ານ ທອງສະລິດ ມັງໜໍ່ເມກ ແລະທ່ານ ຫງວຽນວັນຮຸ່ງ ໄດ້ແບ່ງປັນດ້ວຍຄວາມປິຕິຍິນດີຕໍ່ເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ແລະກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ເຊິ່ງແມ່ນສອງອົງການທີ່ກົມການເມືອງ, ລັດຖະບານສອງປະເທດ ໄດ້ໃຫ້ກຽດ, ເຊື່ອໝັ້ນ ແລະມອບໝາຍໃຫ້ເປັນປະທານຜັນຂະຫຍາຍໂຄງການກໍ່ສ້າງດ້ານວັດທະນະທຳທີ່ສຳຄັນນີ້.
ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ: ໂຄງການພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ແຜນການປີ 2024 ຈະສຳເລັດການອອກແບບອານຸສາວະລີ ແລະສະຖາປັດຕະຍະກຳ, ການກໍ່ສ້າງ ແລະພື້ນຖານໂຄງລ່າງກ່ຽວກັບທັດສະນີຍະພາບ ແລະໂຄງການລວມ, ໃນຕົ້ນໄຕມາດທີ I ປີ 2025, ໂຄງການຈະກໍ່ສ້າງສຳເລັດ ແລະເປີດສະຫຼອງນຳໃຊ້.

ຍູ້ແຮງຄວາມຄືບໜ້າໃນການກໍ່ສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ

ການນຳທັງສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: bvhttdl.gov.vn

ໂດຍເນັ້ນໜັກວ່າໂຄງການແມ່ນກິດຈະກໍາທີ່ມີຄວາມໝາຍເປັນພິເສດ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ແລະທ່ານ ທອງສະລິດ ມັງໜໍ່ເມກ ຢືນຢັນວ່າ 2 ຝ່າຍຈະສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນ ແລະເພີ່ມທະວີຄວາມຄືບໜ້າໃນການຜັນຂະຫຍາຍ ເພື່ອໃຫ້ໂຄງການກາຍເປັນແບບຢ່າງ, ເປັນສັນຍາລັກໃຫ້ແກ່ການພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ, ນໍາໂຄງການດ້ານວັດທະນະທຳນີ້ໃຫ້ກາຍເປັນສະຖານທີ່ຮັບໃຊ້ໃຫ້ປະຊາຊົນລາວບັນດາເຜົ່າ, ພ້ອມດຽວກັນນັ້ນ ກໍ່ເປັນສະຖານທີ່ໃຫ້ແກ່ການສຶກສາອົບຮົມມູນເຊື້ອປະຕິວັດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ຄົນລຸ້ນໜຸ່ມສອງປະເທດ.

ກ່ຽວກັບການຮ່ວມມືໃນຂົງເຂດຫໍພິພິທະພັນ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ແລະທ່ານ ທອງສະລິດ ມັງໜໍ່ເມກ ໄດ້ເຫັນດີເປັນເອກະພາບຕໍ່ທັດສະນະທີ່ວ່າ ຄວນຍູ້ແຮງການຮ່ວມມືລະຫວ່າງສອງຝ່າຍໃຫ້ຫຼາຍກວ່າອີກ ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນຂອງເຂດປູສະນີຍະສະຖານ, ຮ່ອງຮອຍປະຫວັດສາດຂອງການປະຕິວັດ ແລະເຂດປູສະນີຍະສະຖານ, ຮ່ອງຮອຍປະຫວັດສາດຂອງການນໍາສອງປະເທດ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.