ຍສໝ - ຕອນບ່າຍວັນທີ 13 ກຸມພາ, ທີ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີເຊັນສັນຍາການພັດທະນາໂຄງການ (PDA) ລະຫວ່າງລັດຖະບານ ລາວ ແລະ ບໍລິສັດ ຈິດຈະເລີນ ກໍ່ສ້າງ ຈໍາກັດ ໃຫ້ໂຄງການໂຮງງານໄຟຟ້າພະລັງງານລົມ ນອງ ທີ່ມີກຳລັງຕິດຕັ້ງ 1.200 MW.
ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ່າ ຫາກໍ່ໄດ້ອອກມະຕິເລກທີ 98/QD-UBND ກ່ຽວກັບການມອບຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ, ສປປ ລາວ ໃນສົກຮຽນ 2024-2025.
ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029.
ຍສໝ - ວັນທີ 15 ມັງກອນ 1975, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ເປັນຂີດໝາຍສຳຄັນໃນການເພີ່ມທະວີການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. 50 ປີຜ່ານມາ, ສະມາຄົມໄດ້ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ . ບັນດາການເຄື່ອນໄຫວທີ່ມີຄວາມຫຼາກຫຼາຍ ແລະ ປະດິດສ້າງຂອງສະມາຄົມ ໄດ້ປະກອບສ່ວນສ້າງສາຍພົວພັນມິດຕະພາບແບບພິເສດນີ້ໃຫ້ເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.
ຍສໝ - ຕອນເຊົ້າວັນທີ 11 ມັງກອນ 2025, ຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ສົມທົບກັບແຂວງ ຫົວພັນ, ລາວ ໄດ້ຈັດພິທີປະດັບຫລຽນໄຊພັດທະນາ, ຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງແຂວງ ຮ່ວາບິ່ງ ມີຜົນງານດີເດັ່ນໃນການປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ເມືອງ ຫົວເມືອງ, ແຂວງ ຫົວພັນ ໄລຍະ 2019-2024.
ຍສໝ - ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ເພີ່ມທະວີ ແລະ ເປີດກວ້າງການເຄື່ອນໄຫວທາງການທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.
ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ.
ຍສໝ - ການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນແຕ່ລະໄລຍະຜ່ານມາ ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ.
ຍສໝ - ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 23 – 24 ທັນວາ.
ຍສໝ - ຕອນເຊົ້າວັນທີ 25 ທັນວາ, ຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ໂດຍໄດ້ຮັບການມອບສິດຈາກປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຄະນະຜູ້ແທນແຂວງ ຜົ້ງສາລີ ໄດ້ປະດັບຫຼຽນໄຊມິດຕະພາບ, ຫຼຽນກາມິດຕະພາບຂອງປະທານປະເທດ, ລັດຖະບານລາວ ມອບໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງແຂວງ ດ້ຽນບຽນ.
ຍສໝ - ໂດຍປະຕິບັດໂຄງການຮ່ວມມືສາກົນລະຫວ່າງແຂວງ ເລິມດົງ ກັບ ແຂວງ ຈໍາປາສັກ ແລະ ແຂວງ ບໍລິຄຳໄຊ (ລາວ) ກ່ຽວກັບການລົງນາມການຮ່ວມມື ແລະ ໜູນຊ່ວຍການບຳລຸງສ້າງນັກສຶກສາ ລາວ, ຫວ່າງມໍ່ໆມານີ້, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເລິມດົງ ໄດ້ຈັດພິທີມອບ-ຮັບນັກສຶກສາ ລາວ 5 ຄົນທີ່ມາຮຽນຢູ່ມະຫາວິທະຍາໄລ ດາລາດ ສົກຮຽນ 2024-2025.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມໃນການປຶກສາຫາລືການເມືອງ ຄັ້ງທີ 11 ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ແຕ່ວັນທີ 16-18 ທັນວາ 2024.
ຍສໝ - ສືບຕໍ່ການໄປປະຕິບັດງານ ຢູ່ແຂວງ ບັກຢາງ, ວັນທີ 17 ທັນວາ, ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວປູຊະນີຍະສະຖານ - ນິເວດ ໄຕອ່ຽນຕື້ (ເຊີນດົ້ງ) ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ.
ຍສໝ - ຈາກ ເຊີນລາ ຫາ ແທງຮວ໋າ, ກອນຕູມ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ພົບປະເຈລະຈາລະຫວ່າງປະຊາຊົນ ຫວຽດນາມ ແລະ ລາວ ໄດ້ສ້າງຂົວເຊື່ອມຕໍ່ແບບຍືນຍົງ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການຮ່ວມມືໃນໄລຍະຍາວ.
ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.
ຍສໝ - ວັນທີ 24 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານພົນໂທ ເລືອງຕ່າມກວາງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການພົບປະກັບ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງໃນໂອກາດເລີ່ມອາຍຸການປະຕິບັດງານຢູ່ ຫວຽດນາມ.
ຍສໝ - ໃນ 2 ວັນ (ວັນທີ 10 ແລະ 11 ທັນວາ), ໂຮງຮຽນການເມືອງແຂວງ ໄທຫງວຽນ ໄດ້ຈັດຕັ້ງລາຍການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ກ່ຽວກັບວິຊາສະເພາະວຽກງານກຳມະບານໃນກອງທັບ ປີ 2024.