ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ

22:34 | 01/04/2025

ຍສໝ - ຕອນ​ບ່າຍ​ວັນ​ທີ 31 ມີນາ​, ຢູ່​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ, ສປປ ລາວ, ຄະນະ​ປະຕິບັດງານ​ແຂວງ​ກ່າ​ເມົາ ​ແລະ ​ແຂວງ​ຄຳ​ມ່ວນ ​ໄດ້​ຈັດ​ກອງ​ປະຊຸມ​ຕີ​ລາຄາ​ໂຄງການ​ປູກ​ເຂົ້າ​ປະສົມ​ກັບ​ການ​ລ້ຽງກຸ້ງ​.

ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000
ກ່າເມົາ ປະກາດຈັດອັນດັບຮ່ອງຮອຍ “ສິລາລຶກລະນຶກ ລຸງໂຮ່ ກັບຕົ້ນໝາກນ້ຳນົມພາກໃຕ້”

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ ທ່ານ ​ໂຮ່​ຈຸ່ງຫວຽດ ​ກໍາມະການ​ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ​ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງ ກ່າ​ເມົາ ​ແລະ ທ່ານ ເຈີນຮົ່ງກວນ ກໍາມະການ​ຄະນະ​ປະຈຳ​ພັກ​ແຂວງ, ​ເລຂາ​​ພັກ​ນະຄອນ​ກ່າ​ເມົາ. ຝ່າຍແຂວງ​ຄຳ​ມ່ວນ ມີ​ທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ຄຳ​ມ່ວນ.

ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ

ຄະ​ນະ​ເຈົ້າ​ໜ້າ​ທີ່​ແຂວງ ກ່າ​ເມົາ ໄດ້​ລົງ​ສຳ​ຫຼວດ​ໂຄງ​ການ​ປູກ​ເຂົ້າປະສົມກັບການລ້ຽງກຸ້ງ​ຢູ່​ບ້ານ​ສອງເມືອງ ແລະ ປຶກ​ສາ​ຫາ​ລື​ກັບ​ປະ​ຊາ​ຊົນ​ໃນ​ເຂດ​ໂຄງ​ການ.

​ໂຄງການ​ໂຄງ​ການ​ປູກ​ເຂົ້າປະສົມກັບການລ້ຽງກຸ້ງກ້າມ​ແມ່ນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ພະ​ແນ​ກກະ​ສິກຳ​ແລະ​ ສິ່ງ​ແວດ​ລ້ອມ​ແຂວງ ​ກ່າ​ເມົາ, ສສ ຫວຽດນາມ ​ໂດຍ​ສົມທົບ​ກັບ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ຄຳ​ມ່ວນ, ສປປ ລາວ ​ຢູ່​ບ້ານ​ໜອງ​ປິງ, ​ເມືອງ​ຍົມ​ມະ​ລາດ ​ແລະ ບ້ານ​ສອງເມືອງ, ​ເມືອງ​ໜອງ​ບົກ, ​ແຂວງ​ຄຳ​ມ່ວນ, ມີ 21 ຄອບຄົວ​ເຂົ້າ​ຮ່ວມ.

​ເພື່ອ​ປະຕິບັດ​ໂຄງການ​ນີ້, ຂະ​ແໜງ​ວິຊາ​ສະ​ເພາະ​ແຂວງ​ກ່າ​ເມົາ​ ໄດ້​ຈັດ​ຊື້​ອຸປະກອນ, ​ກຸ້ງພັນຂົນສົ່ງ​ຈາກ​ແຂວງ​ກ່າ​ເມົາ ​ໄປ​ແຂວງ​ຄຳ​ມ່ວນ ​ແລະ ​ໄດ້​ສົ່ງ​ພະນັກງານ​ໄປ​ໜູນ​ຊ່ວຍ​ການ​ຝຶກ​ອົບຮົມຖ່າຍທອດ​ເຕັກນິກ.

ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ

ຄະນະ​ຜູ້​ແທນ​ແຂວງ​ກ່າ​ເມົາ ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຄຳ​ມ່ວນ.

ຜົນ​ໄດ້​ຮັບ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໂຄງການ​​ໄດ້​ນຳ​ມາ​ເຊິ່ງຜົນ​ດີ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະສິດທິພາບ​ເຂົ້າ​, ກຸ້ງ​ຍັງ​ບໍ່​ບັນລຸ​ຕາມ​ເປົ້າໝາຍທີ່ວາງອອກ. ສະເລ່ຍປະສິດທິພາບເຂົ້າໃນເຂດໂຄງການບັນລຸ 3,74 ໂຕນ/ເຮັກຕາ, ສູງກວ່າ 0,3 ໂຕນ/ເຮັກຕາ ທຽບໃສ່ເຂດນອກໂຄງການ. ກ່ຽວ​ກັບ​ກຸ້ງ​ກ້າມ​, ຫຼັງ​ຈາກ​ການ​ລ້ຽງ​ໄດ້ 5 ເດືອນ, ກຸ້ງ​ບັນ​ລຸ​ນ້ຳ​ໜັກ​ສະ​ເລ່ຍ 24 ໂຕ/ກິໂລ. ເນື່ອງຈາກວ່າ 2 ເມືອງບໍ່ມີນໍ້າໃຊ້ເພີ່ມເຕີມເຂົ້າໃນນາລ້ຽງ ສະນັ້ນ ບັນດາຄອບຄົວດຳເນີນເກັບກ່ຽວໄດ້ໄວກວ່າທີ່ຄາດໝາຍ, ປະສິດທິພາບສະເລ່ຍ 75 ກິໂລ/ເຮັກຕາ.

ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ

ທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ຮອງເຈົ້າແຂວງໆຄໍາມ່ວນ ກ່າວທີ່ການເຮັດວຽກກັບຄະນະເຈົ້າໜ້າທີ່ແຂວງກ່າເມົາ.

ຂະແໜງການໜ້າທີ່​ສອງ​ແຂວງ​ໄດ້​ປຶກສາ​ຫາລືເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ​ຂໍ້ຄົງຄ້າງດ້ານ​ວິຊາ​ການ, ຜ່ານ​ຜ່າ​ຈຸດ​ອ່ອນ​ເພື່ອ​ບັນລຸ​ໝາກຜົນ​ການ​ປະຕິບັດ​ໂຄງການ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ ​ໂຮ່​ຈຸ່ງຫວຽດ ຫົວໜ້າ​ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງ ກ່າ​ເມົາ ໄດ້​ຊົມ​ເຊີຍ ​ແຂວງ ຄຳ​ມ່ວນ ກ່ຽວ​ກັບ​ທິດ​ທາງ​ໃໝ່ໃນ​ການ​ຜະລິດ​ເມື່ອ​ສົມທົບ​ກັບ​ແຂວງ ກ່າ​ເມົາ ເພື່ອຜັນຂະຫຍາຍປະຕິບັດໂຄງການ​ປູກ​ເຂົ້າປະສົມກັບການລ້ຽງກຸ້ງກ້າມ. ແຂວງ​ກ່າ​ເມົາ ​ຍິນ​ດີເມື່ອ​ປະກອບສ່ວນ​ເຂົ້າ​ໃນການປະຕິບັດຢ່າງ​ຜົນສຳ​ເລັດ​ເບື້ອງ​ຕົ້ນ​ຂອງ​ໂຄງການ​ນີ້. ຂະແໜງການໜ້າທີ່​ສອງ​ແຂວງມີຄວາມຕັດສິນໃຈຫຼາຍ, ບັນດາຄອບຄົວໃນເຂດໂຄງການກໍ່ມີຄວາມຕື່ນເຕັ້ນຫຼາຍຕໍ່ໝາກຜົນຂອງໂຄງການ ແລະ ມີທິດທາງພັດທະນາໄປສູ່ຮູບແບບການຜະລິດໃໝ່ຢູ່ທ້ອງຖິ່ນ.

ກ່ອນ​ໜ້າ​ນີ້, ຄະ​ນະ​ເຈົ້າ​ໜ້າ​ທີ່​ແຂວງ ກ່າ​ເມົາ ໄດ້​ຖະ​ຫວາຍ​ທູບ​ທຽນ​ຢູ່ວິຫານບູຊາ​ລຸງ​ໂຮ່ ແລະ ຢ້ຽມ​ຢາມ​ໂຮງ​ຮຽນ​ວິ​ຊາ​ຊີບ​ລາວ-ຫວຽດ ຢູ່​ບ້ານ​ສອງເມືອງ, ເມືອງ​ໜອງ​ບົກ.

ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ

ຄະ​ນະ​ເຈົ້າ​ໜ້າ​ທີ່​ແຂວງ ກ່າ​ເມົາ ໄດ້​ຖະ​ຫວາຍ​ທູບ​ທຽນ​ຢູ່​ວິຫານບູຊາລຸງ​ໂຮ່ ຢູ່​ບ້ານ​ສອງເມືອງ, ເມືອງ​ໜອງ​ບົກ.

ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ

ຄະນະຜູ້ແທນແຂວງ ກ່າເມົາ ໄດ້ໄປຢ້ຽມຢາມໂຮງຮຽນວິຊາຊີບ ລາວ-ຫວຽດນາມ ຢູ່ ບ້ານ​ສອງເມືອງ, ເມືອງ​ໜອງ​ບົກ.

ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ

ຍສໝ - ນີ້​ແມ່ນ​ຂໍ້​ມູນ​ໃນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໄຕ​ມາດ 3 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງກ່າ​ເມົາ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ຕຸລາ.

ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023 ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023

ຍສໝ - ແຂວງຄໍາມ່ວນ ເປັນແຂວງໜຶ່ງຂຶ້ນຊື່ເປັນທີ່ຮັບຮູ້ ແລະ ໂດ່ງດັງກ່ຽວກັບມໍລະດົກດ້ານວັດທະນະທໍາ ແລະ ປະຫວັດສາດ ຈົນກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມທ່ີຫລາຍຄົນຢາກໄປສໍາຜັດໂດຍສະເພາະພະທາດສີໂຄດ ຕະບອງສ້າງ ຂຶ້ນໃນສະໄໝອານາຈັກສີໂຄດຕະ ບອງ (ສະຕະວັດທີ 6-8)

ແທັງຮັ່ງ