ກອງປະຊຸມຮ່ວມມືຮັກສາຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XV

17:20 | 27/03/2025

ຍສໝ - ແຕ່​ວັນ​ທີ 24 – 28 ມີນາ, ກອງ​ປະ​ຊຸມ​ຮ່ວມ​ມື​ດ້ານ​ຄວາມສະຫງົບ ​ຫວຽດ​ນາມ - ລາວ ຄັ້ງ​ທີ 15 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ. ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຖຈຸ່ງ - ຮອງລັດຖະມົນຕີກະຊວງຕຳຫຼວດນຳໜ້າ; ຄະນະ​ຜູ້​ແທນ​ກະຊວງຕຳຫຼວດແຫ່ງ ສປປ ລາວ ນຳ​ໂດຍ​ທ່ານ​ພົນ​ໂທ ກົງ​ທອງ ພົງ​ວິ​ຈິດ - ຮອງ​ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ ນຳ​ໜ້າ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ
ກອງປະຊຸມຮ່ວມມືຮັກສາຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XV

ທ່ານ​ ຮອງ​ລັດຖະມົນຕີ ຟ້າ​ມເຖຕຸ່ງ ​ແລະ ທ່ານ​ ຮອງ​ລັດຖະມົນຕີ ກົງ​ທອງ ພົງ​ວິຈິດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຂອງ​ກອງ​ປະຊຸມ​ຮ່ວມ​ມື​ຮັກສາໝັ້ນຄົງລາວ - ຫວຽດນາມ ​ຄັ້ງ​ທີ 15.

ທີ່ກອງປະຊຸມ, ສອງຝ່າຍເປັນເອກະພາບຕີລາຄາວ່າ: ໃນໄລຍະ 1 ປີຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບ ແລະ ຕຳຫຼວດບັນດາແຂວງທີ່ມີຊາຍແດນຕິດກັບສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍມີປະສິດທິຜົນ, ແທດຈິງບັນດາເນື້ອໃນການຮ່ວມມືໃນບົດບັນທຶກກອງປະຊຸມການຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 14 ໃນບັນດາຂົງເຂດຮັບປະກັນຄວາມສະຫງົບ​ດ້ານການເມືອງ; ຄວາມສະຫງົບ​ດ້ານ​ການ​ເມືອງ​ພາຍ​ໃນ, ຄວາມສະຫງົບ​​ດ້ານ​ວັດ​ທະ​ນະ​ທຳ ແລະ ຂໍ້​ມູນ​ຂ່າວ​ສານ, ຄວາມສະຫງົບ​​ດ້ານ​ເສດ​ຖະ​ກິດ, ຄວາມສະຫງົບ​​ທາງ​ອິນ​ເຕີ​ເນັດ; ການ​ຮ່ວມ​ມື​ໃນຂົງເຂດດ້ານເຕັກນິກ​ວິຊາສະເພາະ​, ວຽກ​ງານອອບໄລ​; ການ​ຮ່ວມ​ມື​ໃນ​ການ​ຮັບ​ປະ​ກັນ​ຄວາມສະຫງົບ​ຊາຍ​ແດນ​, ວຽກງານ​ການ​ຄຸ້ມ​ຄອງ​ເຂົ້າ - ອອກເມືອງ; ການ​ຮ່ວມ​ມື​ໃນ​ການ​ຝຶກ​ອົບ​ຮົມ​ພະ​ນັກ​ງານ ​ແລະ ​ການ​ແລກ​ປ່ຽນ​ຄະ​ນະ​.

ໃນໄລຍະຈະມາເຖິງ, ສອງຝ່າຍເປັນເອກະພາບຈະສືບຕໍ່ສົມທົບກັນ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດ, ກຳນົດຢ່າງຈະແຈ້ງກ່ຽວກັບວຽກງານຮັບປະກັນຄວາມສະຫງົບແຫ່ງຊາດແມ່ນວຽກງານຈຸດໜັກ ແລະ ບຸລິມະສິດສູງສຸດໃນການພົວພັນຮ່ວມມື; ຍູ້ແຮງບັນດາກົນໄກແລກປ່ຽນຂໍ້ມູນຂ່າວສານ, ສະພາບການລະຫວ່າງບັນດາຫົວໜ່ວຍຕຳຫຼວດ ແລະ ທ້ອງຖິ່ນ ເພື່ອເສນາທິການການນຳຂອງ 2 ກະຊວງກ່ຽວກັບບັນດານະໂຍບາຍ, ມາດຕະການປ້ອງກັນຕ້ານ, ຕໍ່ສູ້ອາດຊະຍາກຳທຸກປະເພດໃນສະພາບການໃໝ່ຢ່າງທັນການ; ປະສານ​ສົມທົບ​ໃນວຽກງານ​ການ​ຄຸ້ມ​ຄອງ ​ແລະ ຮັບປະກັນຄວາມ​ສະຫງົບລະບຽບຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ, ປະສານ​ສົມທົບ​ໃນ​ການ​ສືບສວນ, ພົບເຫັນ, ຈັບບັນດາ​ລະບົບ​ວົງ​ເງິນ​ຊື້-ຂາຍ​ອາວຸດ​ຍຸດ​ໂທ​ປະກອນ, ວັດຖຸ​ລະ​ເບີດ, ​ເຄື່ອງ​ຊ່ວຍ​ເຫຼືອ ແລະ ​ແກ້​ໄຂ​ບັນດາ​ກໍລະນີ​ທີ່​ສັບສົນທີ່​ກ່ຽວ​ຂ້ອງ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເຂດ​ຊາຍ​ແດນ; ຮັບປະກັນ​ຄວາມ​ສະຫງົບ​​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ກອງປະຊຸມຮ່ວມມືຮັກສາຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XV

ການ​ນຳ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະກະຊວງປ້ອງກັນຄວາມສະຫງົບລາວ ​ແລະບັນດາ​ຜູ້​ແທນ​ຖ່າຍຮູບ​ທີ່​ລະນຶກ.

2 ຝ່າຍ​ກໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ສາກົນ ​ແລະ ພາກ​ພື້ນ; ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ​ສາກົນ​ລະຫວ່າງ​ບັນດາ​ປະ​ເທດ​ ອາ​ຊຽນ; ສົມທົບກັນຮັບປະກັນ​​ຄວາມ​ສະຫງົບ​ໃຫ້​ແກ່​ບັນດາ​ເຫດການ​ສຳຄັນ​ທີ່​ເກີດ​ຂຶ້ນ​ຢູ່​ລາວ ​ແລະ ຫວຽດນາມ, ພິ​ເສດ​ແມ່ນບັນດາ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ.

ສິ້ນສຸດໃນກອງປະຊຸມ, ທ່ານ ຮອງລັດຖະມົນຕີ ຟ້າມເຖຕຸ່ງ ແລະ ທ່ານ ຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ລົງນາມໃນບົດບັນທຶກກອງປະຊຸມການຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງທີ 15.

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ກຸມພາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ (ນະຄອນຫຼວງ​ ຮ່າ​ໂນ້ຍ), ທ່ານ ເຫວືອງດິງເຫ້ວ ກໍາມະການກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ເປັນ​ປະທານ​ ແລະ​ ກ່າວ​ຄຳ​ປາ​ໄສທີ່ພິທີເປີດ​ກອງ​ປະຊຸມຄັ້ງ​ທີ 30 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ

ຍສໝ - ລີ່ມແຕ່ວັນທີ 31 ມັງກອນ - 02 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະເຂົ້າຮ່ວມ ເວທີປາໄສຂັ້ນລັດຖະມົນຕີ ພາກພຶ້ນມະຫາສະໝຸດອິນເດຍ - ປາຊີຟິກ (IPMF) ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ເອີຣົບ (AEMM) ...

ແທັງຮັ່ງ