![]() | ພາສາຫວຽດນາມ ຢູ່ດິນ ລາວ: ເຊື່ອມຕໍ່ປະຊາຊົນ, ແບ່ງປັນວັດທະນະທຳ |
![]() | ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ |
![]() |
ທີມແຂ່ງຂັນ “ໂຕເຜິ້ງທີ່ດຸໝັ່ນ” ເວົ້າພາສາຫວຽດນາມ ແນະນຳຕົນເອງ ແລະ ເຫດຜົນທີ່ເຂົ້າຮ່ວມການປະກວດ. (ພາບ: ຊວນຕູ/ສຳນັກຂ່າວສານ ຫວຽດນາມ) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ 8 ມີນາ, ຕອນບ່າຍວັນທີ 7 ມີນາ, ໂຮງຮຽນສອງພາສາລາວ - ຫວຽດນາມ ຫງວຽນຢູ່ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງການເສັງຖາມ-ຕອບພາສາຫວຽດນາມ ໃຫ້ບັນດາຄູອາຈານລາວ. ນີ້ແມ່ນຄັ້ງທຳອິດທີ່ໂຮງຮຽນຈັດຕັ້ງເຫດການກິດນີ້ ແລະ ການເສັງໄດ້ດຶງດູດຄູອາຈານ ພ້ອມກັບບັນດານັກຮຽນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ຕາມນັກຂ່າວ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ເຫດການມີການເຂົ້າຮ່ວມຂອງທ່ານ ຟ້າມຟຸກລອງ - ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ພ້ອມກັບພະນັກງານ, ຄູອາຈານ ແລະ ນັກຮຽນຂອງໂຮງຮຽນເປັນຈຳນວນຫຼວງຫຼາຍ.
ກ່າວຄຳປາໄສທີ່ພິທີ, ທ່ານນາງ ຫງວຽນທິແທ່ງເຮືອງ, ຜູ້ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ່ ໃຫ້ຮູ້ວ່າ: ການເສັງແມ່ນການເຄື່ອນໄຫວນອກຫຼັກສູດທີ່ມີຄວາມໝາຍ, ທັງສ້າງໂອກາດເພື່ອໃຫ້ຄູອາຈານສະແດງຄວາມສາມາດສື່ສານດ້ວຍພາສາຫວຽດນາມ, ທັງເປັນໂອກາດເພື່ອແລກປ່ຽນ ແລະ ແບ່ງປັນຄວາມຮູ້ກ່ຽວກັບຄວາມຮັບແພງທີ່ມີຕໍ່ວັດທະນະທຳ ແລະ ຊາວຫວຽດນາມ.
ທ່ານນາງ ຫງວຽນທິແທັງເຮື່ອງ ເນັ້ນໜັກວ່າ ໂຮງຮຽນປາດຖະໜາຢາກໃຫ້ຄູສອນແຕ່ລະຄົນເປັນຜູ້ຕາງໜ້າເພື່ອເຜີຍແຜ່ພື້ນຖານວັດທະນະທຳ ຫວຽດນາມ ໃຫ້ເຖິງຄອບຄົວ ແລະ ເພື່ອນມິດຢູ່ດິນແດນລ້ານຊ້າງ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ.
ການເສັງມີການເຂົ້າຮ່ວມຂອງ 3 ທີມ, ແຕ່ລະທີມລວມມີສະມາຊິກ 3 ຄົນ. ບັນດາທີມທີ່ເຂົ້າຮ່ວມຜ່ານພາກເສັງຈາກງ່າຍຫາຍາກ, ລວມມີ ການແນະນໍາທີມງານ ແລະ ຕົນເອງເປັນພາສາຫວຽດນາມ, ການເສັງປາລະໄນ ແລະ ການຖາມຕອບເປັນພາສາຫວຽດນາມ. ບັນດາຄຳຖາມໄດ້ໝູນວຽນມາເຖິງຫຼາຍຫົວຂໍ້ຄື ປະຫວັດສາດ, ພູມສາດ, ວັດທະນະທຳ, ສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.
![]() |
ການນຳໂຮງຮຽນ ແລະ ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກພ້ອມກັບບັນດາທີມທີ່ເຂົ້າຮ່ວມການປະກວດຖາມ-ຕອບພາສາຫວຽດນາມ. (ພາບ: ຊວນຕູ/ສຳນັກຂ່າວສານ ຫວຽດນາມ) |
ອວຍພອນວັນແມ່ຍິງສາກົນ 8 ມີນາ, ທ່ານ ຟ້າມຝຸກລອງ ໄດ້ກ່າວຄຳປາໄສ ແລະ ມອບດອກໄມ້ໃຫ້ບັນດາຄູອາຈານ, ໂດຍໄດ້ຮັບຮູ້ການປະກອບສ່ວນຂອງຕົນເຂົ້າໃນບັນດາຂະບວນການແຂ່ງຂັນໃນການຮຽນ ແລະ ການສອນ. ທ່ານກໍ່ຢືນຢັນວ່າ ແມ່ຍິງຍາມໃດກໍ່ຖືເປັນບົດບາດສຳຄັນ ແລະ ຕ້ອງສືບຕໍ່ເສີມຂະຫຍາຍໃນຂະບວນການເຊື່ອມໂຍງ ແລະ ພັດທະນາ.
ທ່ານ ຟ້າມຟຸກລອງ ສະແດງວ່າ ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຍາມໃດກໍ່ຮ່ວມເດີນທາງກັບບັນດາໂຮງຮຽນໃນຂະບວນການ ແລະ ການເຄື່ອນໄຫວ, ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ.
ໃນບັນຍາກາດອັນອົບອຸ່ນຂອງພິທີ, ບັນດາຄູອາຈານ ແລະ ນັກຮຽນຊາຍໄດ້ມອບຊໍ່ດອກໄມ້ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານາງຄູ ແລະ ເພື່ອນຮ່ວມງານຍິງ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງໃນທຸກຂົງເຂດ.
![]() | ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາກົກເຄົ້າເຫງົ້າກໍ ຍສໝ - ພາສາຫວຽດນາມ ບໍ່ພຽງແຕ່ແມ່ນວິທີການສື່ສານເທົ່ານັ້ນ, ຫາກຍັງແມ່ນເຊືອກທີ່ບໍ່ມີຕົນຕົວເຊື່ອມຕໍ່ບັນດາຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກກົກເຄົ້າເຫງົ້າກໍ, ຊ່ວຍໃຫ້ເຂົາເຈົ້າຟື້ນຟູຄວາມຊົງຈໍາ, ສີສັນ ແລະ ຄວາມຮັກແພງສໍາລັບບ້ານເກີດເມືອງນອນໃນໄລຍະການປ່ຽນແປງຂອງຊີວິດ. |
![]() | ບັນດາຕູ້ປຶ້ມພາສາຫວຽດນາມ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍສໝ - ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍ, ໄດ້ມີ 6 ຕູ້ປື້ມພາສາຫວຽດນາມ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ 5 ປະເທດ ແລະ ເຂດແຄ້ວນຄື: ຍີ່ປຸ່ນ, ຮຸງກາຣີ, ໄຕ້ຫວັນ (ຈີນ), ຝຣັ່ງ, ສາທາລະນະລັດ ເຊັກໂກ. ນີ້ແມ່ນຈຸດທີ່ປະກາຍແຈ້ງໃນການເຜີຍແຜ່ພາສາຫວຽດນາມ ຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ... |
ແທັງຮັ່ງ