ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ

03:00 | 12/03/2025

ຍສໝ - ແຂວງ ອັດຕະປື (ລາວ) ປາດຖະໜາວ່າ ໃນໄລຍະຈະມາເຖິງຈະໄດ້ຮຽນຮູ້ຈາກແຂວງດັກລັກ ກ່ຽວກັບປະສົບການການປູກຝັງ, ການຜະລິດກາເຟ ກໍ່ຄືການຫັນເປັນການຄ້າສິນຄ້າ, ເປີດກວ້າງຕະຫຼາດ.

ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ
CTFK (ອາເມລິກາ) ຊ່ວຍເຫຼືອເດັກນ້ອຍ 4,000 ຄົນຢູ່ ດັກລັກ ຮຽນລອຍນໍ້າຢ່າງປອດໄພ

ຕອນ​ບ່າຍ​ວັນ​ທີ 11 ມີນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ ໄດ້​ຈັດ​ພິ​ທີ​ລົງນາມຂໍ້ຕົກລົງ​​ຮ່ວມ​ມື​ກັບ​ແຂວງ ​ອັດ​ຕະ​ປື, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

ທີ່​ພິທີ​ລົງ​ນາມ, 2 ຝ່າຍ​ໄດ້​ແນະນຳ​ກ່ຽວກັບສະພາບ​ການ​ເສດຖະກິດ - ສັງຄົມ ​ແລະ ຄວາມສາມາດບົ່ມຊ້ອນ​ພັດທະນາ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ຜ່ານ​ການ​ພົບ​ປະ​ແລກປ່ຽນ​ເປີດອົກເປີດໃຈ, ​ສະໜິດສະໜົມ ແລະ ສັດຊື່, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້ຕົກລົງຮ່ວມ​ມື​ສອງ​ຝ່າຍ​ໃນ 9 ຂົງ​ເຂດ.

ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ

ພິທີລົງນາມຂໍ້ຕົກລົງຮ່ວມມືກັບແຂວງ ອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ລະອຽດ, ບັນດາຝ່າຍກໍ່ເປັນເອກະພາບແລກປ່ຽນຄະນະຕາມກຳນົດເວລາ 2 ປີ/ເທື່ອໜຶ່ງ, ຈັດຕັ້ງບັນດາການຢ້ຽມຢາມ ແລະ ການເຮັດວຽກລະຫວ່າງການນຳຂັ້ນສູງຂອງ 2 ແຂວງ; ການ​ຮ່ວມ​ມື​ມິດ​ຕະ​ພາບ, ການພົບປະ​ແລກ​ປ່ຽນ​ປະ​ຊາ​ຊົນ ພ້ອມ​ກັນ​ນັ້ນ, ກໍ່ຍູ້​ແຮງການ​ພົວພັນຮ່ວມ​ມື​ໃນ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ຄົ້ນ​ຄ້ວາ ​ແລະ ລະດົມ​ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ​ໄປ​ສຳ​ຫຼວດ ​ແລະ ຊອກຫາ​ໂອກາດ​ຮ່ວມ​ມື​ລົງທຶນ​ຕາມບັນດາ​ຂະ​ແໜງ​ການ​; ຊອກ​ຫາ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ, ຜັນຂະຫຍາຍ​​ໂຄງ​ການ​ຂອງ​ແຕ່​ລະ​ຝ່າຍ.

ຄຽງ​ຄູ່ກັນນັ້ນ, ຈັດ​ຕັ້ງ​ຄະນະ​​ວິ​ສາ​ຫະກິດ​ໄປ​ສຳ​ຫຼວດ​ການ​ລົງທຶນ, ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ, ຊຸກຍູ້​ການ​ລົງທຶນ; ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງບັນດາການເຄື່ອນໄຫວແລກປ່ຽນຄະນະ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງບັນດາຂົງເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ກະສິກຳ, ການແພດ, ວັດທະນະທຳ, ກິລາ, ການທ່ອງທ່ຽວ.

ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ

ການ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ແຂວງ​ ດັກ​ລັກ ​ແລະ ​ແຂວງ​ ອັດ​ຕະປື ຈະ​ເປີດ​ໂອກາດ​ໃໝ່​ຫຼາຍ​ຢ່າງ ​ແລະ ພັດທະນາ​ແບບ​ຍືນ​ຍົງ​​ໃນ​ອະນາຄົດກວ່າ​ອີກ​.

ການ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ແຂວງ ​ດັກ​ລັກ ​ແລະ ​ແຂວງ ​ອັດ​ຕະປື ຈະ​ເປີດ​ໂອກາດ​ໃໝ່​ຫຼາຍ​ຢ່າງ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດກວ່າອີກ. ຜ່ານ​ນັ້ນ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳໃຈມິດຕະພາບ​​ລະຫວ່າງ​​ສອງ​ຊາດ ຫວຽດນາມ - ລາວ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ພັດທະນາ​ຮ່ວມ​ກັນ...

ທ່ານ ເຈືອງ​ກົງຖາຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ຢືນຢັນ​ວ່າ ຂໍ້ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ຈະ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອມຸ່ງໄປເຖິງເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ແຂວງ ດັກ​ລັກ ​ແລະ ອັດ​ຕະປື ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ສຶກສາ, ກະສິກຳ, ການແພດ, ການ​ແລກປ່ຽນ​ປະຊາຊົນ...

ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ

ທ່ານ ເຈືອງ​ກົງຖາຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ກ່າວ​ຄຳ​ປາໄສ​ທີ່​ພິທີ​ລົງ​ນາມ.

ທ່ານ ທານູໄຊ ບັນຊາລິດ, ຮອງເຈົ້າແຂວງ ອັດ​ຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນສະຫງ່າລາສີຂອງແຂວງ ດັກລັກ ໃນງານບຸນກາເຟ ບວນມາຖວດ ຄັ້ງທີ 9. ພ້ອມກັນນັ້ນ, ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າເສດຖະກິດ-ສັງຄົມຂອງ ແຂວງ ດັກລັກ ສືບຕໍ່ຂະຫຍາຍຕົວເປັນຢ່າງດີ, ພິເສດແມ່ນເຮັດໃຫ້ຍີ່ຫໍ້ກາເຟ ບວນມາຖວດ ກາຍເປັນຍີ່ຫໍ້ທີ່ມີຊື່ສຽງ, ປະກອບສ່ວນນຳວົງເງິນສົ່ງອອກກາເຟຂອງ ຫວຽດນາມ ເຂົ້າໃນແຖວໜ້າຂອງໂລກ.

ທ່ານຮອງເຈົ້າແຂວງ ອັດຕະປື ຫວັງວ່າ ໃນໄລຍະຈະມາເຖິງ ຈະໄດ້ຮຽນຮູ້ຈາກແຂວງ ດັກລັກ ກ່ຽວກັບປະສົບການໃນການປູກ, ການຜະລິດກາເຟ ກໍ່ຄືການຫັນເປັນການຄ້າສິນຄ້າ, ເປີດກວ້າງຕະຫຼາດ. ພ້ອມ​ກັນນັ້ນ, ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ກ່ຽວກັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຜ່ານ​ນັ້ນ ກໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນລະຫວ່າງ 2 ທ້ອງ​ຖິ່ນ​ຕື່ມ​ອີກ.

ຕອນ​ບ່າຍ​ວັນ​ທີ 11 ມີນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ ໄດ້ຈັດຕັ້ງການຕອ້ນຮັບ​ກັບ​ຄະ​ນະ​ຜູ້​ແທນ​ສາ​ກົນ 27 ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ກາ​ເຟ ບວນມາຖວດ ຄັ້ງ​ທີ 9 ປີ 2025.

ທີ່​ການ​ພົບ​ປະ, ທ່ານ​ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ​ເຈືອງ​ກົງຖາຍ ​ໄດ້​ແບ່ງປັນ​ວ່າ ພາຍຫຼັງງານ​ບຸນ​, ສະຖານທູດ​ບັນດາ​ປະ​ເທດ ​ປະຈຳ ​ຫວຽດນາມ, ຄະນະອຳນາດການປົກຄອງ​ບັນດາປະເທດໃກ້​ຄຽງ, ກົງ​ສຸນ​ໃຫຍ່​ບັນດາ​ປະ​ເທດ, ​ແລະ ຄະນະ​ແຂກ​ສາກົນ​ຈະ​ຮ່ວມເດີນທາງ​ກັບ​ ດັກ​ລັກ ​ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ສອດສະຫຼັບ​ລະຫວ່າງ​ມູນເຊື້ອ ແລະ ທັນ​ສະ​ໄໝ, ລົດຊາດ​ທີ່​ເປັນ​ເອກະລັກ​ພິເສດ, ລະອຽດອ່ອນຂອງກາເຟ ບວນມາຖວດ ກໍ່ຄື​ຄວາມສາມາດບົ່ມຊ້ອນພັດທະນາຢ່າງອຸດົມສົມບູນເຖິງເພື່ອນມິດ, ​ຄູ່​ຮ່ວມ​ມື​ສາກົນ.

ທີ່ການເຮັດວຽກ, ທ່ານ Marc Knapper, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອາເມລິກາ ປະຈຳ ຫວຽດນາມ ແບ່ງປັນວ່າ, ໃນໄລຍະມໍ່ໆມານີ້, ການພົວພັນ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາສຳຄັນ, ແທດຈິງໃນທຸກຂົງເຂດ, ພິເສດແມ່ນເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານກໍ່ຫວັງວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ເວົ້າລວມ ແລະ ແຂວງ ດັກລັກ ເວົ້າສະເພາະ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ່າອີກ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ການ​ສຶກສາ, ການແພດ, ຂົງເຂດການ​ຜະລິດ​ເຕັກ​ໂນ​ໂລ​ຊີ​ສູງ, ພະລັງງານ...

ດັກລັກ: ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ປະກອບສ່ວນສ້າງສາບ້ານເກີດເມືອງນອນ

ດັກລັກ: ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ປະກອບສ່ວນສ້າງສາບ້ານເກີດເມືອງນອນ

ຍສໝ - ຜູ້ຕາງໜ້າ​ສະມາຄົມ​​ຕິດຕໍ່ພົວພັນ​ກັບ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ແຂວງ ດັກ​ລັກ ກ່າວທີ່​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ເປີດກວ້າງ ຄັ້ງທີ7, ​ໄລຍະປີ 2021 – 2026 ​​ສະຫຼຸບ​ວຽກ​ງານ 6 ​ເດືອນ​ຕົ້ນ​ປີ, ຜັນຂະຫຍາຍ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2024. ​ໃນ​ວັນ​ທີ 10 ກໍລະກົດ.

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ຍສໝ - ສະຫະພັນ​ແມ່ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ຫາ​ກໍ່​ມອບ​ເຮືອນແຫ່ງຄວາມ​ຮັກແພງ​​ໃຫ້ 2 ຄອບຄົວທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ 2 ​ບ້ານຂຶ້ນກັບ​ເມືອງ ຫຼວງນ້ຳ​ທາ, ​ແຂວງ ຫຼວງ​ນ້ຳ​ທາ (ລາວ).

ແທັງຮັ່ງ