![]() | ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ |
![]() | ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມືມິດຕະພາບ |
ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງ່ວັນເກື່ອງ ໄດ້ຕ້ອນຮັບມະນຸດສຳພັນຄະນະຊາວໜຸ່ມ 2 ຄອບຄົວຂອງພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດສູນກາງລາວ ມາຢ້ຽມຢາມ ຫວຽດນາມ.
ຕາງໜ້າຄະນະເລຂາຄະນະຊາວໜຸ່ມສູນກາງ, ທ່ານ ໂງວັນເກື່ອງ ໄດ້ຕ້ອນຮັບ 4 ສະຫາຍທີ່ມາຈາກ 2 ຄອບຄົວພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດສູນກາງລາວ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງຊົມຊື່ນ; ພ້ອມກັນນັ້ນ ກໍສົ່ງຄຳອວຍພອນອັນດີງາມທີ່ສຸດມາຍັງສອງຄອບຄົວ ແລະ ການນຳ, ພະນັກງານຄະນະຊາວໜຸ່ມສູນກາງລາວ, ພ້ອມກັບທັງປວງຊົນ, ຊາວໜຸ່ມລາວ ທຸກຄົນໃນໂອກາດບຸນປີໃໝ່ປະຈຳຊາດລາວ ທີ່ຈະມາເຖິງ.
![]() |
ທ່ານເລຂາຄະນະຊາວໜຸ່ມສູນກາງ ໂງວັນເກື່ອງ ໄດ້ຕ້ອນຮັບມະນຸດສຳພັນ 2 ຄອບຄົວພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດສູນກາງລາວ. ຮູບ: ຊວນຕຸ່ງ |
ທ່ານ ເກື່ອງ ໃຫ້ຮູ້ວ່າ, ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ຮັບການປັບປຸງ, ພັດທະນາ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ.
ອົງການຈັດຕັ້ງຄະນະ ແລະ ຊາວໜຸ່ມຂອງສອງປະເທດ, ໃນໄລຍະທີ່ຜ່ານມາໄດ້ມີການເຄື່ອນໄຫວແລກປ່ຽນ, ຮ່ວມມືຫຼາຍດ້ານ, ປະກອບສ່ວນເພີ່ມພູນຄູນສ້າງ ແລະ ເຮັດໃຫ້ເລິກເຊິ່ງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ - ລາວ ຕື່ມອີກ.
ຄຽງຂ້າງບັນດາການເຄື່ອນໄຫວແລກປ່ຽນຄະນະ, ການພົບປະແລກປ່ຽນຂັ້ນສູງ, ຕາມທ່ານ ໂງວັນເກື່ອງ, ລາຍການຕ້ອນຮັບ 2 ຄອບຄົວພະນັກງານສູນກາງຊາວໜຸ່ມລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍເປັນປະຈຳກໍ່ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງອົງການຈັດຕັ້ງຄະນະຊາວໜຸ່ມ ແລະ ພະນັກງານຄະນະຊາວໜຸ່ມສອງປະເທດ.
![]() |
ທ່ານເລຂາ ໂງວັນເກື່ອງ ໄດ້ມອບຂອງຂວັນທີ່ລະນຶກທີ່ຕາງໜ້າໃຫ້ 2 ຄອບຄົວ. |
![]() |
ຕາງໜ້າໃຫ້ຄະນະ 2 ຄອບຄົວ, ທ່ານ ສົມສີ ໄຊເສດຕະລາດ - ຊ່ຽວຊານຂັ້ນສູງສູນກາງຝຶກອົບຮົມຊາວໜຸ່ມ ລາວ -ຫວຽດນາມ, ໄດ້ສະແດງຄວາມເຄົາລົບນັບຖືຂອບໃຈທ່ານ ເລຂາທິການຄະນະຊາວໜຸ່ມສູນກາງ ໂງວັນເກື່ອງ ແລະ ຄະນະຊາວໜຸ່ມສູນກາງກອມມູນິດ ໂຮ່ຈີມິນ, ທີ່ໄດ້ຍາດເວລາໃຫ້ການຕ້ອນຮັບຄະນະ; ຂອບໃຈຄະນະຊາວໜຸ່ມສູນກາງທີ່ໄດ້ອອກແບບລາຍການເຄື່ອນໄຫວທີ່ມີຄວາມໝາຍຢູ່ຫວຽດນາມ. ທ່ານ ສົມສີ ໄຊເສດຕະລາດ ອວຍພອນໃຫ້ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ ໝັ້ນຄົງຂະນົງແກ່ນ ແລະ ຂຽວສົດງົດງາມ.
ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງວັນເກື່ອງ ອວຍພອນໃຫ້ຄະນະ 2 ຄອບຄົວພະນັກງານຂອງລາວ ມີເວລາ ມາຢ້ຽມຢາມ ຫວຽດນາມ ມີຄວາມໝາຍ ແລະ ມີບັນດາຄວາມຊົງຈຳທີ່ດີງາມ; ຫວັງວ່າບັນດາສະມາຊິກໃນຄະນະສອງຄອບຄົວຈະເອົາໃຈໃສ່, ຮ່ວມແຮງໂຄສະນາເຜີຍແຜ່, ສຶກສາລຸ້ນໜຸ່ມລາວ ກ່ຽວກັບສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນໝັ້ນແກ່ນລະຫວ່າງ ຫວຽດນາມ - ລາວ.
![]() |
![]() | ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນອັນດີງາມທີ່ມີຢູ່ແລ້ວ ແລະຜັນຂະຫຍາຍການຮ່ວມມືເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນຢ່າງມີປະສິດທິຜົນ. ໃນນັ້ນ, ຊຸມປີຕໍ່ໄປຈະສືບຕໍ່ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ ແລະເຮັດວຽກຂອງສອງຄະນະຈັດຕັ້ງ. |
![]() | ເພີ່ມທະວີການຮ່ວມມືມິດຕະພາບ ສອງພັກກອມມູນິດ ຫວຽດນາມ - ສະຫະພັນ ລັດເຊຍ ຍສໝ - ວັນທີ 10 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ປະເທດ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ ທີ່ Saint Petersburg, ທ່ານ ຫງວ໋ຽນ ວັນ ບີ່ງ, ກຳມະການສູນກາງພັກ, ຫົວໜ້າກຳມະການເສດຖະກິດສູນກາງ, ໄດ້ມີການເຮັດວຽກ ກັບ ຄະນະຜູ້ແທນພັກກອມມູນິດ ສະຫະພັນລັດເຊຍ. |
ແທັງຮັ່ງ