ປະຊາຄົມຊາວຫວຽດນາມ ຢູ່ລາວ ມຸ່ງໄປເຖິງກົກເຄົ້າເຫງົ້າກໍໃນໂອກາດບຸນວັນເພັງເດືອນຈຽງ

16:07 | 17/02/2025

ຍສໝ - ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງ​ຈັນ ໄດ້​ຈັດ​ຕັ້ງບຸນວັນເພັງ​ເດືອນ​ຈຽງ ເພື່ອມຸ່ງ​ໄປ​ເຖິງບັນພະບຸລຸດ, ເຄົ້າກຳເນີດ ແລະ ຂໍ​ອວຍ​ພອນ​ໃຫ້​ສອງ​ປະ​ເທດ​ ຫວຽດ​ນາມ - ລາວ ມີ​ການ​ພັດ​ທະ​ນາ, ຈະ​ເລີນ​ຮຸ່ງ​ເຮືອງ, ທຸກ​ຄອບ​ຄົວ​ໄດ້ຢູ່ຢ່າງສະຫງົບ, ມີ​ຄວາມ​​ສຸກ.

ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ
ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ
ປະຊາຄົມຊາວຫວຽດນາມ ຢູ່ລາວ ມຸ່ງໄປເຖິງກົກເຄົ້າເຫງົ້າກໍໃນໂອກາດບຸນວັນເພັງເດືອນຈຽງ

ບັນດາພຸດທະສາສະນິກະຊົນປະຕິບັດ​ພິທີ​ຂໍຄວາມສະຫງົບ, ສູດມົນ, ສວດພະທຳໃນບຸນວັນເພັງ​ເດືອນ​ຈຽງ. (ພາບ: ຊວນຕູ້/ສຳນັກຂ່າວສານ ຫວຽດນາມ)

ຕາມ​ນັກ​ຂ່າວ​ສຳນັກຫວຽດນາມ​ ປະຈຳ​ ລາວ ແລ້ວ, ວັນ​ທີ 12 ກຸມພາ​, ວັດ​ ເຟິດຕິກ ​ຢູ່​ນະຄອນຫຼວງວຽງ​ຈັນ​ ໄດ້​ຈັດ​ພິທີ​ບຸນບູຊາເທວະດາຟ້າແຖນ, ບັນພະບູລຸດ, ຂໍຄວາມສະຫງົບສຸກ, ຫຼື ຍັງເອື້ນວ່າ ບຸນວັນເພັງເດືອນຈຽງ ເພື່ອມຸ່ງ​ໄປ​ເຖິງບັນພະບຸລຸດ, ເຄົ້າກຳເນີດ.

ແຕ່​ຮຸ່ງ​ເຊົ້າ, ພຸດທະສາສະນິກະຊົນ, ປະຊາ​ຄົມ​ຊາວຫວຽດນາມ ພວມອາ​ໄສ​ຢູ່​ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້ມີໜ້າຢູ່ວັດ ເຟິດຕິກ ເພື່ອ​ໄປຖະຫວາຍທູບທຽນໄຫວ້ພະພຸດທະເຈົ້າ, ພ້ອມ​ກັນພາວະນາຂໍໃຫ້ສອງປະເທດ ຫວຽດນາມ ແລະ ລາວ ພັດທະນາ, ຈະ​ເລີນ​ຮຸ່ງ​ເຮືອງ, ຂໍໃຫ້ທຸກໆຄອບຄົວໄດ້ຢູ່ຢ່າງສະຫງົບ, ມີ​ຄວາມ​​ສຸກໃນປີໃໝ່.

ພາຍໃຕ້ການຊີ້ນຳຂອງ ພຣະ​ອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟິດຕິກ, ບັນດາພຸດທະສາສະນິກະຊົນ ໄດ້ພ້ອມກັນປະຕິບັດບັນດາພິທີຂໍໄດ້ຢູ່ຢ່າງສະຫງົບ, ສູດມົນ, ສວດພະທຳ, ພາວະນາໃຫ້ມະນຸດຢູ່ຢ່າງສະຫງົບ, ໂຊກດີ; ປະເທດຈະເລີນຮຸ່ງເຮືອງ, ພັດທະນາ; ປະຊາຊົນມີປີ​ທີ່ດິນຟ້າອາກາດເອື້ອອຳນວຍ, ອີ່ມໜຳສຳລານ, ມີ​ຄວາມສຸກ, ​ວຽກ​ງານ​ສະດວກ, ເດີນແລ່ນແມ່ນສະດວກ ແລະ ມຸ່ງ​ໄປ​ເຖິງ​ສິ່ງ​ທີ່​ດີ.

ພຣະ​ອາຈານ ​ທິກ​ມິນ​ກວາງ ​ປາດ​ຖະ​ໜາ​ວ່າ​ຊາວ​ພຸດທະສາສະນິກະຊົນຈະເສີມຂະຫຍາຍນ້ຳ​ໃຈເມດຕາ, ​ສາ​ມັກ​ຄີ​ຫລາຍ​ກວ່າ​ເກົ່າ ແລະ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວຽກ​ງານ​ພຸດ​ທະ​ສາ​ສະ​ໜາ​ຂອງ​ວັດ, ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດຊາດ.

ພາຍຫຼັງ​ພິທີ​, ບັນດາ​ຜູ້​ແທນ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ໄດ້​ຮັບ​ປະທານ​ອາຫານ​ເຈ​ຫຼາຍເຍື່ອງທີ່ເຕັມໄປດ້ວຍສີສັນ, ພ້ອມກັບລົດ​ຊາດ​ທີ່​ໜ້າ​ສົນ​ໃຈ ​ແລະ ມີ​ທາດ​ບຳລຸງ​ທີ່​ໄດ້ປຸງ​ແຕ່ງ​ໂດຍ​ພໍ່​ຄົວ​ຂອງ​ວັດ.

ຕາມ​ແຜນ​ການ​ຂອງວັດ ເຟິດຕິກ, ​ວັນ​ທີ 14 ກຸມພາ, ພຣະ​ອາຈານ ​ ທິ​ກມິນ​ກວາງ ​ພ້ອມກັບບັນດາພຸດທະສາສະນິກະຊົນ ​ແລະ ​ຊາວ​ຫວຽດ​ນາມ ​ທີ່​ພວມດຳ​ເນີນ​ທຸ​ລະ​ກິດ, ອາ​ໄສ​ຢູ່​ລາວ ປະຕິບັດ​​ພິ​ທີປ່ອຍສັດ​ຢູ່​ເມືອງ​ວັງ​ວຽງ, ​ແຂວງ ​ວຽງ​ຈັນ, ຫ່າງ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ 140 ກິ​ໂລ​ແມັດ.

ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສູນເຕັກນິກການບິນ Vietjet ຢູ່ລາວ
ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

ແທັງຮັ່ງ

ເຫດການ