ຈັດຕັ້ງຊຸດຝຶກອົບຮົມວິທີການສອນພາສາ ຫວຽດ ໃຫ້ 7 ແຂວງຂອງລາວ

23:11 | 24/03/2025

ຍສໝ - ວັນ​ທີ 22 ມີນາ 2025, ຊຸດ​ຝຶກ​ອົບ​ຮົມ​ວິ​ທີ​ການ​ສິດ​ສອນພາສາ​ຫວຽດ​​ ໃຫ້​ແກ່​ຄູ​ອາ​ຈານສອນພາສາ​ຫວຽດ​ ​ຢູ່ 4 ແຂວງ​ພາກ​ໃຕ້​ແລະ 3 ແຂວງ​ພາກ​ກາງ​ຂອງ​ລາວ ໄດ້​ໄຂ​ຂຶ້ນ​.

ແມ່ຍິງແຂວງ ດ້ຽນບຽນ ແລະ 3 ແຂວງຂອງລາວ ຮ່ວມມືຢ່າງຕັ້ງໜ້າໃນຫຼາຍຂົງເຂດ
ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ຊຸດຝຶກອົບຮົມ ຈັດຂຶ້ນໂດຍສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ສົມທົບກັບສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ສະຫວັນນະເຂດ. ຄູສອນຂອງຊຸດຝຶກອົບຮົມແມ່ນທ່ານ ຮສຈ ປອ ຫງວຽນທ້ຽນນາມ, ອະດີດຫົວໜ້າພາກວິຊາ ຫວຽດນາມວິທະຍາສາດ ແລະ ພາສາຫວຽດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. ​ໂດຍເຂົ້າຮຸ່ວມຫຼັກສຸດ​ມີ​ຄູ​ອາ​ຈານ 25 ຄົນ​ທີ່​ມາ​ຈາກບັນດາ​ໂຮງຮຽນ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ສູນ​ພາສາ​ຫວຽດນາມ ຢູ່​ບັນດາ​ແຂວງ​ພາກ​ໃຕ້ ​ແລະ ພາກ​ກາງ​ຂອງ​ລາວ. ຊຸດຝຶກອົບຮົມຈະແກ່ຍາວໄປແຕ່ວັນທີ 22 ມີນາ ຫາ 6 ເມສາ 2025.

ຈັດຕັ້ງຊຸດຝຶກອົບຮົມວິທີການສອນພາສາ ຫວຽດ ໃຫ້ 7 ແຂວງຂອງລາວ

ຊຸດຝຶກອົບຮົມດຳເນີນຕາມຮູບການອອນໄລ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ​ຊຸດ​ອົບຮົມ, ທ່ານຫົວໜ້າ ​ກົງ​ສູນ​ໃຫຍ່ ຕ້າເຟືອງຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ສຸດອົກສຸດໃຈ​ຕໍ່​ບັນດາ​ຄູ​ອາຈານ​ທີ່​ເຂົ້າ​ຮ່ວມ​ຊຸດ​ອົບຮົມ. ທ່ານ​ ກົງ​ສູນ​ໃຫຍ່ ຢືນຢັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ ແລະ ພາສາ​ປະຈຳ​ຊາດ, ຊຸກຍູ້​ການ​ອະນຸລັກ​ຮັກສາ​ສີສັນ​ວັດທະນະທຳ​ ຫວຽດນາມ ໃນວົງຄະນະຍາດຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ ​ແລະ ທ້ອງ​ຖິ່ນພາຍໃນປະເທດ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລາວ ​ໄດ້​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ຈັດ​ຕັ້ງ ​ແລະ ຮັກສາ​ບັນດາ​ຫ້ອງ​ຮຽນ ​ພາສາ​ຫວຽດ.

ຢູ່​ບັນດາ​ໂຮງຮຽນ​ມິດຕະພາບ​ລາວ-ຫວຽດນາມ ຢູ່​ພາກ​ໃຕ້​ຂອງ​ລາວ, ແຕ່ລະອາທິດມີ​ 4 – 6 ຊົ່ວໂມງຮຽນ​ພາສາ​ຫວຽດ. ທ່ານ ​ກົງ​ສູນ​ໃຫຍ່ ປາດ​ຖະໜາ​ວ່າ ບັນດາ​ຄູ​ອາຈານ​ທີ່​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ ຈະ​ສືບ​ຕໍ່​ສົ່ງແຮງບັນດານໃຈ​ແລະ ​ຄວາມ​ຮັກ​ແພງ​ດ້ານ​ພາສາ​ຫວຽດ ​ໃຫ້​ລຸ້ນໜຸ່ມ ຫວຽດນາມ - ລາວ, ຊ່ວຍ​ໃຫ້​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວັດທະນະທຳ, ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ກໍ່ຄືການ​ພົວພັນ​ມູນທີ່ເປັນເຊື້ອ​ແບບ​ພິ​ເສດ ຫວຽດນາມ - ລາວ.

ທ່ານ​ ຮສຈ ປອ ຫງວຽນ​ທ້ຽນ​ນາມ ​ໃຫ້​ຮູ້​ວ່າ ດ້ວຍ​ປະສົບ​ການ​ເກືອບ 43 ປີທີ່​ສອນ​ພາສາ​ຫວຽດ ​ໃຫ້​ຊາວ​ຕ່າງປະ​ເທດ, ກ່ວາ 7 ປີ​ສອນ​ພາສາ​ຫວຽດ ຢູ່​ກຳປູ​ເຈຍ ​ແລະ ຫຼາຍ​ປີ​ສອນ​ຢູ່ ຍີ່ປຸ່ນ ​ແລະ ສ.​ເກົາຫຼີ, ທ່ານຈະ​ຊີ້​ນຳໃຫ້​ບັນດາຄູສອນ​ວິ​ທີ​ການ​ສອນ​ພາສາຫວຽດ ​ເພື່ອ​ໃຫ້​ບັນດາ​ຄູ​ສອນ​ສາມາດ​ຖ່າຍທອດ​ຄວາມ​ຮູ້​ໃຫ້​ນັກ​ສຶກສາ​ຢ່າງ​ດີ​ເດັ່ນທີ່ສຸດ.

ຜ່ານ​ຊຸດ​ອົບຮົມ, ທ່ານ​ ຮສຈ ປອ ຫງວຽນ​ທ້ຽນ​ນາມ ປາດ​ຖະໜາ​ວ່າ ບັນດາ​ຄູ​ອາຈານ ​ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ພ້ອກັບ​ແບ່ງປັນ​ປະສົບ​ການ​ໃນ​ການ​ສອນ​ພາສາ​ຫວຽດ ​ແລະ ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ພາສາຫວຽດ ໃຫ້ບັນດາ​ນັກຮຽນ​ຂອງບັນດາໂຮງຮຽນມິດຕະພາບ ​ລາວ - ຫວຽດນາມ.

ໃນ 7 ເດືອນຂອງປີ 2023, ຫວຽດນາມ ມີວົງເງິນການຄ້າສົ່ງອອກເກີນດຸນ 15,23 ຕື້ USD ໃນ 7 ເດືອນຂອງປີ 2023, ຫວຽດນາມ ມີວົງເງິນການຄ້າສົ່ງອອກເກີນດຸນ 15,23 ຕື້ USD

ຍສໝ - ຖ້າ​ຫາກ​ວ່າ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ​ເສດຖະກິດ​ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ພຽງ 1,34 ຕື້ USD, ​ໃນ 7 ​ເດືອນ​ຜ່ານ​ມາ, ຕົວ​ເລກ​ດັ່ງກ່າວ​ບັນລຸ 15,23 ຕື້ USD. ສະ​ນັ້ນ ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ ການ​ສົ່ງ​ອອກ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ.

ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ) ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ)

ຍ​ສ​ໝ - ໂຄງ​ການຍົກລະດັບ​ໂຮງ​ຮຽນ​​ປະ​ຖົມ​ມິດ​ຕະ​ພາບ​ແຂ​ວງ ຈຳ​ປາ​ສັກ ນີ້​ແມ່ນ​ຂອງ​ຂວັນ​ຂອງ​ນະ​ຄອນ​ດ່າ​ນັ້ງ ມອບໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ​ຈຳ​ປາ​ສັກ ລາວ ເຊິ່ງ​ມີ​ມູນ​ຄ່າ​ລົງ​ທຶນ​ 7 ຕື້​ດົ່ງ.

ແທັງຮັ່ງ