ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ຂົວ​ຕໍ່​ສຳຄັນໃຫ້ນ້ຳໃຈມິດຕະພາບ

21:21 | 23/03/2025

ຍສໝ​ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ເພີ່ມ​ຂົວ​ຕໍ່​ພັດ​ທະ​ນາ​ພາ​ສາ​ຫວຽດ ​ຢູ່​ຍີ່​ປຸ່ນ​ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ
ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາຈຸດໝາຍປາຍທາງທີ່​ໄດ້ຮັບຄວາມນິຍົມ​ທີ່​​ສຸດ​ໃນ​ທຸກຍຸກສະໄໝ

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ແລະ ລາວ ​ໄດ້​ປັບປຸງ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ກ້າວເຂົ້າສູ່ລວງເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ, ແມ່ນ​ຄວາມ​ຈຳ​ເປັນ​ທີ່​ມີ​ຈຸດ​ປະ​ສົງ, ເປັນ​ກົດ​ໝາຍ​ປະ​ຫວັດ​ສາດ ແລະ ເປັນ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່​ຫຼວງ, ເປັນ​ພື້ນ​ຖານ​ເພື່ອ​ໃຫ້​ສອງ​ປະ​ເທດ​ພັດ​ທະ​ນາ ແລະ ສົ່ງ​ຕໍ່​ໃຫ້​ຄົນ​ລຸ້ນ​ຫຼັງ. 2 ປະ​ເທດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ປະດິດ​ສ້າງ, ກໍ່ສ້າງ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ; ​ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ - ຄວາມ​ໝັ້ນຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ຂົວ​ຕໍ່​ສຳຄັນໃຫ້ນ້ຳໃຈມິດຕະພາບ

ສະຫາຍ ເລືອງຕ໋າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງກະຊວງຕຳຫຼວດ 2 ປະເທດ. (ພາບ: Khong Ha)

ການພົວພັນຮ່ວມ​ມືຂອງກະຊວງຕຳຫຼວດຂອງ​ສອງ​ປະ​ເທດ​ໃນ​ຫຼາຍ​ປີ​ມາ​ນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັກສາ, ປັບປຸງ, ພັດທະນາ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ​ໂດຍ​ສະ​ເພາະ​ແມ່ນວຽກງານປະສານ​ງານ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ການ​ນຳ​ສອງ​ກະຊວງ, ກຳລັງຕຳຫຼວດ​ຫວຽດນາມ ​ແລະ ລາວ ​ໄດ້ສຳເລັດໜ້າ​ທີ່​ຢ່າງ​ດີເລີດ, ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ການ​ກໍ່ສ້າງ ​ແລະ ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

​ໃນທັງໝົດການ​ພົວພັນ​ທາງ​ການອັນດີງາມ ​ແລະ ຮອບດ້ານໃນບັນດາຊ່ອງທາງການທູດ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ກະຊວງ​ຕຳຫຼວດ ພ້ອມທັງບັນດາ​ກະຊວງ, ຂະ​ແໜງ​ການ​ ກໍ່​ໄດ້ຍູ້ແຮງການຜັນຂະຫຍາຍຢ່າງຕັ້ງໜ້າວຽກງານການ​ທູດ​ປະຊາຊົນ, ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງ​ການ​ທູດ​ຫວຽດນາມ ຮອບດ້ານ, ທັນ​ສະ​ໄໝ, ເພື່ອປະກອບສ່ວນຜັນຂະຫຍາຍວຽກ​ງານຕຳຫຼວດຢ່າງມີປະສິດທິຜົນ ທີ່ມາຈາກຄວາມຮັກແພງອັນດີງາມ, ມູນເຊື້ອ, ສັດຊື່ຂອງ​ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ, ພະນັກງານ, ນັກຮົບ​ຂອງ​ສອງ​ກະຊວງ​ເວົ້າ​ສະ​ເພາະ.

ບົນພື້ນຖານນັ້ນ, ກອນຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກຕຳຫຼວດສູນກາງ, ການນຳກະຊວງຕຳຫຼວດ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນປີ 2018; ​ແມ່ນ​ອົງການ​ທີ່​ຂຶ້ນ​ກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ.

ການສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ມີຄວາມໝາຍສຳຄັນຫຼາຍໃນການຊຸກຍູ້ການພົວພັນຮ່ວມມືທີ່ມີຢູ່ແລ້ວ ແລະ ເປີດຊ່ອງທາງໃໝ່ຂອງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງສອງປະເທດ; ເປັນການເຄື່ອນໄຫວທີ່ຈໍາເປັນ ແລະ ມີຄວາມຫມາຍ; ​ເປັນການ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ສົດ​ໃສ ​ແລະ ​ເປັນ​ເວທີ​ປາ​ໄສ​ສຳຄັນ​ເພື່ອ​ໃຫ້​ບັນດາ​ສະຫາຍການ​ນຳ, ພະນັກງານ, ນັກຮົບຜູ້ພວມປະຈຳການ, ອອກກິນເບ້ຍບຳນານ ມີ​ເງື່ອນ​ໄຂ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ສ້າງສາ ​ແລະ ພັດທະນາສາຍພົວພັນຄວາມ​ສາມັກຄີ, ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ແບບ​ພິ​ເສດ ​ແລະ ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ຕຳຫຼວດ​ລາວ ເວົ້າ​ສະ​ເພາະ.

ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນຂົງເຂດຕຳຫຼວດປະຊາຊົນ ເຄື່ອນໄຫວເພື່ອເປົ້າໝາຍແມ່ນປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ກຳລັງ​ຕຳຫຼວດຂອງ​ສອງ​ປະ​ເທດ, ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປະຈຸປັນ, ສະມາຄົມມິດຕະພາບຫວຽດນາມ-ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ສືບຕໍ່ປ່ຽນແປງໃໝ່ມາດຕະການເຄື່ອນໄຫວການຕ່າງປະເທດປະຊາຊົນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການສົມທົບກັບສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລວມທີ່ຕິດກັບໜ້າທີ່ການເມືອງ ແລະ ວຽກງານຕຳຫຼວດ. ປະຈຸ​ບັນ, ສະຫາຍປະທານ​ຊົ່ວຄາວ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນຂົງເຂດ​ຕຳ​ຫຼວດປະຊາຊົນໃນ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານ ​ແລະ ຫົວໜ້າ​ກົມ​ການ​ຕ່າງປະ​ເທດ, ກະຊວງ​ຕຳຫຼວດ ​ເປັນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຊຸດ 5, ອາຍຸ​ການ 2023-2028. ສະມາຄົມ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າບັນດາການເຄື່ອນໄຫວ​ໂຄສະນາ, ​ສຶກສາ​ກ່ຽວ​ກັບ​ມູນເຊື້ອ​ແຫ່ງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ກະຊວງ​ຕຳຫຼວດ​ຫວຽດນາມ - ກະຊວງ​ຕຳຫຼວດ​ລາວ; ຍົກສູງຄວາມຮັບຮູ້ຂອງພະນັກງານ, ນັກຮົບ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນສອງຝ່າຍ, ຈາກນັ້ນບັນດາສະມາຊິກ ຈະນຳໃຊ້ປະດິດສ້າງເຂົ້າໃນວຽກງານ, ການເຄື່ອນໄຫວຕົວຈິງ, ສຶກສາອົບຮົມຊາວໜຸ່ມໃນການຮັກສາ, ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ສອງກະຊວງ...

ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດ​ຕຳຫຼວດ​ປະຊາຊົນ ​ສົມທົບກັບສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 2 ປະເທດ ແລະ ສອງກະຊວງ; ຈັດ​ຕັ້ງ​ການ​ພົບ​ປະ, ສະແດງຄວາມຮູ້ບຸນຄຸນ, ເຂົ້າ​ຢ້ຽມ​ຂ່ຳນັບ​ບັນດາ​ສະຫາຍ​ນັກຮົບ​ເກົ່າ, ຍາດ​ພີ່ນ້ອງ​ບັນດາ​ຄອບຄົວ​ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສອງ​ກະຊວງ.

ຄາດ​ຄະ​ເນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາບ​ການ​ຂອງ​ໂລກ ​ແລະ ພາກ​ພື້ນ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ; ເປົ້າໝາຍ ແລະ ຄູຮ່ວມມືສະຫຼັບຊັບຊ້ອນກັນໄປ; ທັງ​ສູ້​ຮົບ​ ແລະ ​ຮ່ວມ​ມື..., ຍິ່ງ​ກວ່າ​ອີກ, ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຕ້ອງ​ຮ່ວມ​ມື, ມີ​ນ້ຳ​ໃຈ​ໜຶ່ງ​ດຽວ, ​ເສີມ​ຂະຫຍາຍຢ່າງເຂັ້ມແຂງມູນ​ເຊື້ອ​ຄວາມ​ສາມັກຄີ​ແບບ​ພິ​ເສດ ແລະ ການຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສືບ​ຕໍ່ນຳພາລະກິດການ​ປະຕິວັດ​ຂອງ​ປະຊາຊົນ​ສອງ​​ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສັງຄົມ​ນິຍົມ. ສະມາຄົມ​ມິດຕະພາບ​ ຫວຽດນາມ-ລາວ ໃນຂົງເຂດ​ຕຳຫຼວດ​ປະຊາຊົນ ​ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ, ​ປະກອບສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຂອງ​ສະມາຄົມ​ເວົ້າ​ສະ​ເພາະ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ​ເວົ້າ​ລວມ.

ດ້ວຍ​ຈິດ​ໃຈ​ນັ້ນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດຕຳຫຼວດປະຊາຊົນ ຈະ​ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ລາວ.

​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ

​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ກຸມພາ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ລາຍການ​ພົບປະລະດູບານໃໝ່ປີ 2025 ​ແລະ ກອງ​ປະຊຸມ​ຄະນະກຳມະການວຽກ​ງານປະສົມ ຄັ້ງ​ທີ 16 ດຳ​ເນີນ​ຢູ່​ ກວາງ​ນິງ ​ໄດ້​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ​ຢູ່​ສວນ​ສາທາລະນະດອກ​ໄມ້ ຮ້າ​ລອງ (ເມືອງ ແບ້ກດັງ, ນະຄອນ ຮ້າ​ລອງ).

ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ໝາຍປາຍທາງນິຍົມທີ່​ສຸດ​ສຳ​ລັບ​ບັນ​ດາ​ຄອບ​ຄົວ ສ.ເກົາຫຼີ ທີ່ມີເດັກ​ນ້ອຍ.

ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ໝາຍປາຍທາງນິຍົມທີ່​ສຸດ​ສຳ​ລັບ​ບັນ​ດາ​ຄອບ​ຄົວ ສ.ເກົາຫຼີ ທີ່ມີເດັກ​ນ້ອຍ.

ຍສໝ - ຫວຽດນາມ ຍັງສືບ​ຕໍ່ຮັກສາຕຳແໜ່ງອັນ​ດັບ 1 ​ໃນ​ການຈັດ​ອັນ​ດັບຈຸດ​ໝາຍປາຍທາງ​ແຫຼ່ງທ່ອງ​ທ່ຽວໃຫ້ກັບຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 10 ປີ​ໃນ ສ.​ເກົາຫຼີ, ຍ້ອນ​ອາກາດ​ອົບ​ອຸ່ນ, ບັນດາ​ການ​ເຄື່ອນ​ໄຫວທີ່​ບັນ​ເທິງ​​ຫຼາກ​ຫຼາຍ ​ແລະ ບັນດາຣີສອດ​ທີ່ຫຼູຫຼາ.

ມີງດຶກ

ເຫດການ