​ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ

14:00 | 02/04/2025

ຍສໝ - ວັນ​ທີ 2 ເມສາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໂດຍ​ທ່ານ ຫງວຽນ​ຊວນ​ແທ່ງ, ອະດີດ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ລັດ​ຖະ​ບານ, ຮອງ​ປະ​ທານ​ສະ​ມາ​ຄົມ ເປັນນຳໜ້າໄດ້​ໄປ​ອວຍພອນ​ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນປີໃໝ່ປະຈຳຊາດ 2025 (ຕາມພຸດທະສັກກະຫຼາດ​ 2568).

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຮ່ວມ​ພິທີ​ໄຫວ້ລາຊະທິດາໂຍ່ຍຮວາ
ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ

ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຫງວຽນ​ຊວນ​ແທ່ງ ​ໄດ້​ມອບ​ດອກ​ໄມ້ ​ແລະ ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕປະຊາຊົນ​ລາວ ປະຈຳ ຫວຽດນາມ ຄຳ​ເພົາ ເອີນ​ທະ​ວັນ, ພະນັກງານ​ສະຖານທູດ ​ແລະ ປະຊາຊົນ ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ.

​ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ

ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຫງວຽນ​ຊວນ​ແທ່ງ ໂອ້ລົມກັບທ່ານນາງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ. (ພາບ: Thu Phuong)

ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ລາວ, ທ່ານ ຫງວຽນຊວນແທ່ງ ຢືນຢັນຄວາມຕັ້ງໃຈຂອງສະມາຄົມເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກໃນປີ 2025, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.

ທ່ານນາງ ​ເອກ​ອັກຄະ​ລັດຖະທູດ​ ຄຳເພົາ ​ເອີ​ນທະ​ວັນ ​ໄດ້ສະແດງຄວາມຂອບ​ໃຈ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ທີ່​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ຖານ​ທູດ ເນື່ອງ​ໃນ​ໂອ​ກາດ​ບຸນປີໃໝ່2025 (ຕາມພຸດທະສັກກະຫຼາດ​ 2568).

​ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ

ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ (ຊ້າຍ) ​ໄດ້​ໄປ​ອວຍພອນ​ສະຖານທູດ​ລາວ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ 2025. (ພາບ: Thu Phuong)

ທ່ານນາງ ​ເອກ​ອັກຄະ​ລັດຖະທູດ​ ຄຳເພົາ ​ເອີ​ນທະ​ວັນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ສະມາຄົມ​ມິດຕະພາບ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານນາງຢືນຢັນ​ວ່າ ສະຖານທູດ​ລາວ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ; ​ເປັນ​ຂົວ​ຕໍ່, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ.

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ

ຍສໝ - ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານ ຮອງປະທານກອງທຶນສາກົນສິງກະໂປ Lian Wee Cheow ແລະ ທ່ານຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ...

“ການທູດຮອບດ້ານສ້າງ​ກາລະ​ໂອກາດ​ໃຫ້​ປະ​ເທດ​ໃນ​ສັງກາດ​ໃໝ່”

“ການທູດຮອບດ້ານສ້າງ​ກາລະ​ໂອກາດ​ໃຫ້​ປະ​ເທດ​ໃນ​ສັງກາດ​ໃໝ່”

ຍສໝ - ​ໃນ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ມີ​ການ​ຜັນ​ແປ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຕິດ​ພັນ, ວຽກ​ງານ​ການທູດມີ​ໜ້າ​ທີ່ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຍາດ​ແຍ່ງ​ເອົາ​ເງື່ອນ​ໄຂ​ສາກົນ​ເພື່ອ​ໃຫ້​ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ.

ມີງດຶກ

ເຫດການ