ຍສໝ - ໃນລະຫວ່າງວັນທີ 15 – 16 ທັນວາ 2021, ກົມການຕ່າງປະເທດ (ກະຊວງຕຳຫຼວດ) ໄດ້ດຳເນີນກອງປະຊຸມທາງອິນເຕີເນັດ ຄັ້ງທີ 2 ເພື່ອແລກປ່ຽນປະສົບການດ້ານການແພດລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນກູບາ.
ຍສໝ - ຫວ່າງແລ້ວນິ້, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການພົບປະທາງອອນລາຍ ກັບຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ. ຫົວໜ້າຄະນະໂຄສະນາສຶກສາ ຫງວຽນຈ້ອງເຫງຍ ແລະ ຫົວໜ້າຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ Rogelio Polanco ເປັນປະທານຮ່ວມການໂອ້ລົມເຈລະຈາ.
ຍສໝ - ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ La Habana, ນັກຄົ້ນຄ້ວາ ນາງ Rosario del Pilar Penton Díaz ກຳມະການສູນກາງພັກ ກອມມູນິດ ກູບາ, ຜູ້ອຳນວຍການ ໂຮງຮຽນພັກຂັ້ນສູງ Nico Lopez ໄດ້ໃຫ້ຂໍ້ສັງເກດກ່ຽວກັບບົດຮຽນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ສະແດງໃຫ້ເຫັນວິໄສທັດສິດຈະວິພາກ ແລະ ກຳລັງແຮງດ້ານແນວຄິດຂອງ ພັກກອມມູນິດ ຫວຽດນາມ.
ຍສໝ - ໃນພິທີຢ່າງສົມກຽດທີ່ໄດ້ຈັດຕັ້ງໃນວັນທີ 5 ຕຸລາຢູ່ສຳນັກງານໜັງສືພິມລາຍວັນ Granma, ຍາດຕິພີ່ນ້ອງ, ຄູ່ຮ່ວມງານ, ນັກປັນຍາຊົນ,ຜູ້ຕາງໜ້າຫຼາຍອົງການ, ຄະນະ, ຂະແໜງການກູບາແລະເພື່ອນມິດຫວຽດນາມໄດ້ອຳລານັກຂ່າວອາວຸໂສປະຕິວັດກູບາ Marta Rojasໄປສູ່ຂະຕິ.
ຍສໝ - ເວັບໄຊສື່ເອເລັກໂຕນິກ httpswww.cubadebate.cu ໄດ້ລົງຂ່າວ, ທ່ານນາງ Marta Rojas - ນັກປະພັນ, ນັກຂ່າວທີ່ມີຊື່ສຽງຂອງ ກູບາ ເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3 ຕຸລາ (ຕາມເວລາ ກູບາ) ຍ້ອນພະຍາດຫົວໃຈ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນງອກບິ່ງ ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນດ່ານັ້ງ (DAFO) ໄດ້ມີການເຮັດວຽກທາງໄກກັບ ທ່ານນາງ Indira Lopez Arguelles ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ວັນທີ 20 ກັນຍາ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 109/NQ-CP ກ່ຽວກັບການຊື້ວັກຊິນກັນໂຄວິດ - 19 Abdala ໂດຍສູນເຕັກນິກກຳມະພັນແລະເຕັກໂນໂລຢີຊີວະສາດກູບາຜະລິດ.
ຍສໝ - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ເປີດກວ້າງການຮ່ວມມືລະຫວ່າງ ອາເມລິກາ ແລະ ກູບາ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບອະທິປະໄຕ, ເອກະລາດ ແລະ ລະບົບການເມືອງຂອງແຕ່ລະປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ນອກຈາກການເຄື່ອນໄຫວໃນຂອບເຂດການຢ້ຽມຢາມກູບາຢ່າງເປັນທາງການຂອງປະທານປະເທດ ຫງວຽນຊວນຟຸກ ແລ້ວ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ພົບປະ ແລະເຮັດວຽກກັບສະຖາບັນມິດຕະພາບກູບາກັບບັນດາຊົນຊາດ (ICAP), ຄູ່ຮ່ວມມືຂອງສະຫະພັນມິດຕະພາບ ແລະໄດ້ໄປຢ້ຽມຢາມມະຫາວິທະຍາໄລ Havana.
ຍສໝ - ໃນຊຸມວັນຜ່ານມາ, ບັນດາຂ່າວ, ພາບຖ່າຍແລະບົດຂຽນໄດ້ລົງເປັນຈຳນວນຫຼາຍໃນບັນດາພາຫະນະສື່ມວນຊົນຢ່າງເປັນທາງການຂອງກູບາກ່ອນການຢ້ຽມຢາມສັນຖະວະໄມຕີຂອງທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກໄປຍັງກູບາໃນລະຫວ່າງວັນທີ 18 ກັນຍາຫາວັນທີ 20 ກັນຍາ.
ຍສໝ - ຕອນເຊົ້າວັນທີ 20 ກັນຍາ, ທີ່ຫໍປະຕິວັດ, ພາຍຫຼັງທີ່ການເຈລະຈາລະຫວ່າງສອງຝ່າຍໄດ້ສິ້ນສຸດລົງຢ່າງຈົບງາມ, ທ່ານປະທານປະເທດ ສາທາລະນະລັດ ກູບາ Miguel Diaz Canel ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti - ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ລັດ ກູບາ ໃຫ້ແກ່ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ.
ຕອນບ່າຍວັນທີ 18 ກັນຍາຕາມເວລາທ້ອງຖິ່ນ (ກົງກັບວັນທີ 19 ກັນຍາ ຕາມເວລາຫວຽດນາມ), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Noemi Rabaza Fernandezz ຮອງປະທານຜູ້ທີໜຶ່ງຂອງສະຖາບັນມິດຕະພາບກູບາ ກັບປະຊາຊາດ (ICAP), ທ່ານນາງ Maria Yolanda Ferrer Gomez ປະທານສະມາຄົມມິດຕະພາບກູບາ - ຫວຽດນາມ ແລະຜູ້ຕາງໜ້າການນໍາໂຮງຮຽນທີ່ໃຊ້ຊື່ລຸງໂຮ່, ຫງວຽນວັນໂຈ໊ຍ ແລະ ຫວໍທິຖັ໊ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ.
ຕອນບ່າຍວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ກູບາ.
ວັນທີ 17 ກັນຍາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ອອກຂໍ້ຕົກລົງສະບັບເລກທີ 4471/QĐ-BYT ລົງວັນທີ 17 ກັນຍາ 2021 ວ່າດ້ວຍການອະນຸມັດຜ່ານມີເງື່ອນໄຂວັກຊິນໃຫ້ຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ວັກຊິນ Abdala ໄດ້ອະນຸມັດຜ່ານອີງໃສ່ຂໍ້ກໍານົດຢູ່ມາດຕາ 67 ດຳລັດເລກທີ 54/2017/NĐ-CP ລົງວັນທີ 8 ພຶດສະພາ 2012 ຂອງລັດຖະບານທີ່ກໍານົດລາຍລະອຽດບາງມາດຕາ ແລະມາດຕະການປະຕິບັດກົດໝາຍວ່າດ້ວຍການຢາ.
10 ໂມງເຊົ້າວັນທີ 18 ກັນຍາ ຕາມເວລາກູບາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Jose Marti Habana, ນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສ.ກູບາ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານເລຂາຄົນທີໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສ.ກູບາ Miguel Díaz-Canel.
ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ.
ຍສໝ - ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສື່ມວນຊົນຄືດັ່ງກ່ວ ເມື່ອເວົ້າເຖິງເປົ້າໝາຍຂອງການຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ, ເຂົ້າຮ່ວມການປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ແລະ ປະຕິບັດບາງການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ໃນລະຫວ່າງວັນທີ 18 – 24 ກັນຍາ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊວັນຟຸກ.
ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ກູບາ ກ່ຽວກັບວັກຊິນກັນໂຄວິດ-19 ຈະເປັນການສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດໃນສະພາບການປະຈຸບັນ.
ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍຫຍໍ້ຂອງຜູ້ນໍາກູບາ Fidel Castro.
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.