DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ

14:30 | 04/10/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ ຫງວຽນ​ງອກ​ບິ່ງ ປະ​ທານ​ສະ​ຫະ​ພັນ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ດ່າ​ນັ້ງ (DAFO) ໄດ້​ມີ​ການ​ເຮັດ​ວຽກ​ທາງ​ໄກກັບ​ ທ່ານ​ນາງ Indira Lopez Arguelles ສະ​ຖານ​ກົງ​ສູນ​ໃຫຍ່ ກູ​ບາ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ.

ມະ​ຕິ​ຂອງລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊື້​ວັກ​ຊິນ​ຂອງກູ​ບາ 10 ລ້ານ​ໂດ​ສ ມະ​ຕິ​ຂອງລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊື້​ວັກ​ຊິນ​ຂອງກູ​ບາ 10 ລ້ານ​ໂດ​ສ
DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ
DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ
ທ່ານ ຫງວຽນ​ງອກ​ບິ່ງ ປະ​ທານ​ສະ​ຫະ​ພັນ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ດ່າ​ນັ້ງ (DAFO) ​ມີ​ການ​ເຮັດ​ວຽກ​ທາງ​ໄກກັບ​ ທ່ານ​ນາງ Indira Lopez Arguelles ສະ​ຖານ​ກົງ​ສູນ​ໃຫຍ່ ກູ​ບາ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ

ທີ່​ການ​ເຮັດ​ວຽກ, ທ່ານ​ ຫງວຽນ​ງອກ​ບິ່ງ ໄດ້ກ່າວ​ສັງ​ເຂບປະ​ຫວັດ​ສາດ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ. ພ້ອມ​ທັ​ງ​ແນະ​ນຳໂດຍຫຍໍ້​ກ່ຽວ​ກັບ​ນະ​ຄອນ ດ່າ​ນັ້ງ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງນະ​ຄອນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ ບິ່ງ ​ແນະ​ນຳ​ກ່ຽວ​ກັບ DAFO ແລະ ສະ​ເໜີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ອາດ​ຈະ​ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ໄຕ​ມາດ​ທີ IV/2021 ແລະ ​ປີ 2022.

ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈະ​ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ໄຕ​ມາດ IV/2021 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 61 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກູ​ບາ ຄື: ສັບ​ປະ​ດາ​ຮູບ​ເງົາ ກູ​ບາ ຢູ່​ດ່າ​ນັ້ງ,ໂຄງ​ການ​ແຕ້ມ​ພາບ​ທີ່​ມີ​ຫົວ​ຂໍ້​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກູ​ບາ ທີ່​ສະ​ຫງວນ​ໃຫ້​ແກ່​ນັກ​ຮຽນ​ຂັ້ນ​ມັດ​ທະ​ຍົມ​ຕອນ​ຕອນຕົ້ນ, ແນະ​ນຳ​ກ່ຽວ​ກັບ​ສະ​ພາບ​ການ​ກູ​ບາ​ໃນ​ປັດ​ຈຸ​ບັນ, ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ກູ​ບາ, ວັດ​ທະ​ນະ​ທຳ​ກູ​ບາ ກັບ​ນັກ​ສຶກ​ສາ, ຊາວ​ໜຸ່ມ​ດ່າ​ນັ້ງ, ສົມ​ທົບ​ກັບ​ບັນ​ດາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ແນະ​ນຳ​ກາ​ລະ​ໂອ​ກາດ​ຮ່ວມ​ມື, ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດສອງ​ປະ​ເທດ…

ທ່ານ​ນາງ Indira Lopez Arguelles ແບ່ງ​ປັນບັນ​ດາ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ກ່ຽວ​ກັບ​ນະ​ຄອນ​ດ່າ​ນັ້ງ, ສ​ະ​ແດງ​ຄວາມ​ຊົມເຊີຍ​ຕໍ່​ໝາກ​ຜົນ​ຂອງ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ນະ​ຄອນ, ພິ​ເສດ​ແມ່ນ​ນະ​ໂຍ​ບາຍ​ໝູນ​ຊ່ວຍ​ສັງ​ຄົມທີ່​ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ນາງ​ກໍ່ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ການ​ໜູນ​ຊ່ວຍ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ທີ່​ສະ​ຫງວນ​ໃຫ້ ກູ​ບາ ແລະ ຢັ້ງ​ຢືນການ​ຢ້ຽມ​ຢາມ​ມິດ​ຕະ​ພາບ ສ​າ​ທາ​ລະ​ນະ​ລັດ ກູ​ບາ ຢ່າງ​ເປັນ​ທາງ​ການຂອງ ​ທ່ານ​ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ ແລະ ລັດ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 18 – 20 ກັນ​ຍາ 2021 ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ຫວຽດ​ນາມ - ກູ​ບາ​ ໃນ​ໄລ​ຍະ​ໃໝ່​ເລິກ​ເຊິ່ງກວ່າ​ອີກ.

ທ່ານ​ນາງ Indira Lopez Arguelles ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້ການ​ພົວ​ພັນ​ລະ​ຫວ່າງ ກູ​ບາ ແລະ ດ່າ​ນັ້ງ ນັບ​ມື້​ນັບ​ພັດ​ທະ​ນາ, ສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ດ່າ​ນັ້ງ ແລະ ກູ​ບາ, ທ່ານ​ນາງ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບກັບ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ DAFO ກ່ຽວ​ກັບ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດປະ​ຊາ​ຊົນ ກັບ​ສະ​ຖານ​ກົງ​ສູນ​ໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ໃນ​ອະ​ນາ​ຄົດ.

ບຸນ​ຄົງ

302 Found

Found

The document has moved here.