ສືບ​ຕໍ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບພິ​ເສດ​ຫວຽດ​ນາມ - ກູ​ບາ

20:00 | 17/02/2022

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນຄ້າຍວັນ​ເກີດ​ຂອງ​ວິລະ​ຊົນ ຫງວຽນ​ວັນ​ໂຈ໊ຍ (1/2/1940), ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ກູ​ບາ ​ເລ​ແທງ​ຕຸ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວສະເຫຼີມສະຫຼອງຢູ່​ໂຮງຮຽນ​ມັດທະຍົມ​ຕອນປາຍ ຫງວຽນ​ວັນ​ໂຈ໊ຍ ຢູ່​ນະ​ຄອນຫຼວງ La Habana.

ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ” ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”
ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ ຢືນຢັນ​ວ່າ ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ຢ່າງເລິກ​ເຊິ່ງ ​ແລະ ອາລົມຈິດ​ພິ​ເສດ​ຂອງ 2 ປະ​ເທດຢ່າງມີຊີວິດຊີວາ, ​ເຖິງ​ວ່າ​ຈະ​ຢູ່​ຫ່າງ​ໄກກັນ​ເຄິ່ງໜ່ວຍໂລກກໍຕາມ, ​ແຕ່​ກໍພ້ອມກັນມີອຸດົມ​ການລວມ ​ແລະ ຄວາມ​ມຸ່ງ​ມາດ​ປາຖະໜາ​ເປັນ​ເອກະລາດ, ​ສິດເສລີພາບ ​ແລະ ພັດທະນາ​ມະນຸດ.

ສືບ​ຕໍ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບພິ​ເສດ​ຫວຽດ​ນາມ - ກູ​ບາ
ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ກູ​ບາ ​ເລ​ແທງ​ຕຸ່ງ ​ໄປ​ຢ້ຽມຢາມ ໂຮງຮຽນ​ມັດທະຍົມ​ຕອນປາຍ ຫງວຽນ​ວັນ​ໂຈ໊ຍ. ພາບ: TTXVN

ທ່ານ​ເອກ​ອັກຄະ​ລັດຖະທູດ ເລ​ແທງ​ຕຸ່ງ ​ເນັ້ນ​ໜັກ​ວ່າ ດ້ວຍ​ຄວາມ​ເຊື່ອໝັ້ນ, ຄຸນນະທາດການ​ປະຕິວັດ ​ແລະ ເສັ້ນທາງ​ອັນ​ຖືກຕ້ອງ, ປະຊາຊົນກູ​ບາ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ສືບ​ຕໍ່​ປັບປຸງພາລະກິດການ​ປະຕິວັດ, ກໍ່ຄືບັນດາຄົນລຸ້ນອະນາຄົດຂອງຂອງ​ສອງ​ປະ​ເທດ​, ຄື ນ້ອງ​ນັກຮຽນ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຫງວຽນ​ວັນ​ໂຈ໊ຍ, ຈະ​ສືບ​ຕໍ່​ຮັກສານໍ້າໃຈ​ມິດຕະພາບສັດຊື່ບໍລິສຸດລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ແທງ​ຕຸ່ງ ກໍ່​ໄດ້​ມອບ​ຂອງຂວັນ​ທີ່​ເປັນ​ສັນຍາ​ລັກ​ຂອງ​ຫຼາຍ​ຫົວໜ່ວຍ, ກະຊວງ, ຂະແໜງການ​ໃນ​ປະ​ເທດ​ພວກ​ເຮົາ​ໃຫ້​ໂຮງຮຽນ ຫງວຽນ​ວັນ​ໂຈ໊ຍ, ຢ້ຽມຢາມ​ຫ້ອງ​ຮຽນ ​ແລະ ຫ້ອງຄອມ​ພິວ​ເຕີ ​ທີ່ໄດ້ຕິດຕັ້ງອຸປະກອນດ້ວຍບັນດາຄອມພິວເຕີໂດຍ​ບັນດາ​ກະຊວງ, ຂະ​ແໜງ​ການ​ຫວຽດນາມ ມອບໃຫ້.

ບູນມີ

302 Found

Found

The document has moved here.