ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ

14:20 | 25/11/2021

ຍສໝ - ຫວ່າງແລ້ວນິ້, ຄະນະໂຄສະນາສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ທາງ​ອອນ​ລາຍ ​ກັບ​ຄະນະ​ກຳມະການ​ແນວ​ຄິດ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ. ຫົວໜ້າຄະນະໂຄສະນາສຶກສາ ຫງວຽນ​ຈ້ອງເຫງຍ ​ແລະ ຫົວໜ້າຄະນະ​ກຳມະການ​ແນວ​ຄິດ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ Rogelio Polanco ​ເປັນ​ປະທານ​ຮ່ວມ​ການໂອ້ລົມເຈລະຈາ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ
ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ
ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ
ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ. (ພາບ: TTXVN)

ທີ່​ການ​ໂອ້​ລົມເຈລະຈາ, ບັນດາ​ຜູ້​ແທນ​ທັງ​ສອງ​ຝ່າຍ ​ໄດ້​ແລກປ່ຽນ ​ແລະ ແບ່ງປັນ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ຄົ້ນຄວ້າ ​ແລະ ເສນາທິການ ​ກ່ຽວ​ກັບ​ວຽກ​ງານ​ແນວຄິດ ​ແລະ ກໍ່ສ້າງ​ພັກ​ ໃນ​ໄລຍະ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ປົກ​ປັກ​ຮັກສາ​ພື້ນຖານແນວຄິດ​ຂອງ​ພັກ​ ໃນ​ສະພາບ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ 4. ໜ້າທີ່​ ແລະ​ ວິ​ທີການ​ແກ້​ໄຂການໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່​ສູ້​ຈຳ​ນວນ​ໜຶ່ງ, ຄັດຄ້ານຕໍ່ຄວາມ​ຄິດ​ເຫັນ​ທີ່​ບໍ່ຖືກຕ້ອງ ​ແລະ ​ເປັນ​ສັດຕູ​ໃນ​ສະ​ພາບ​ການ​ໃໝ່...

ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ ຄະນະໂຄສະນາສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ກຳມະການ​ແນວ​ຄິດ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງໃຫ້ຫຼາຍກວ່າອີກ, ເໝາະ​ສົມກັບການປະຕິບັດ​ບົດບາດໜ້າ​ທີ່​ຂອງ​ແຕ່ລະ​ຝ່າຍ, ປະກອບສ່ວນ​ຍູ້​ແຮງການ​ພົວພັນ​ ລະຫວ່າງ​ສອງ​ພັກ. ສືບ​ຕໍ່ຫັນ​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ປະຈຸ​ບັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.