ອຳ​ລາ​ນັກ​ຂ່າວອາ​ວຸ​ໂສ​ປະ​ຕິ​ວັດກູ​ບາ Marta Rojas

15:32 | 08/10/2021

ຍ​ສ​ໝ - ໃນ​ພິ​ທີ​ຢ່າງ​ສົມ​ກຽດ​ທີ່​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 5 ຕຸ​ລາຢູ່ສຳ​ນັກ​ງານ​ໜັງ​ສື​ພິມ​ລາຍ​ວັນ Granma, ຍາດ​ຕິ​ພີ່​ນ້ອງ, ຄູ່​ຮ່ວ​ມ​ງານ, ນັກ​ປັນຍາຊົນ,ຜູ້​ຕາງ​ໜ້າຫຼາຍ​ອົງ​ການ, ຄະ​ນະ, ຂະ​ແໜງ​ການ​ກູ​ບາແລະເພື່ອນ​ມິດ​ຫວຽດ​ນາມໄດ້​ອຳ​ລານັກ​ຂ່າວອາ​ວຸ​ໂສ​ປະ​ຕິ​ວັດກູ​ບາ Marta Rojasໄປ​ສູ່​ຂະ​ຕິ.

ອຳ​ລາ​ນັກ​ຂ່າວ ກູ​ບາ Marta Rojas - ເພື່ອນ​ມິດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ອຳ​ລາ​ນັກ​ຂ່າວ ກູ​ບາ Marta Rojas - ເພື່ອນ​ມິດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ
DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ
ອຳ​ລາ​ນັກ​ຂ່າວອາ​ວຸ​ໂສ​ປະ​ຕິ​ວັດກູ​ບາ Marta Rojas
ນັກ​ຂ່າວ Marta Rojas

ທ່ານ​ພົນ​ເອກ Raúl Castro Ruz ແລະທ່ານເລ​ຂາ​ທິ​ການ​ຜູ້​ທີ​ໜຶ່ງພັກ​ກອ​ມ​ມູ​ນິດ - ປະ​ທານ​ປະ​ເທດກູ​ບາ Miguel Díaz-Canel Bermúdez ໄດ້​ສົ່ງ​ພວງ​ມາ​ລາ​ອຳ​ລາ​ໜຶ່ງ​ໃນ​ບັນ​ດາ​ນັກ​ຂ່າວ​ທີ່​ມີຄວາມໄວ້ວາງໃຈທີ່​ສຸດແລະຕົວ​ພະ​ຍານ​ປະ​ຫວັດ​ສາດຈາກ​ຊຸມ​ວັນ​ທຳ​ອິດ​ຂອງ​ການ​ປະ​ຕິ​ວັດກູ​ບາ.

ທ່ານ​ປະ​ທານ​ປະ​ເທດຫງວຽນ​ຊວັນ​ຟຸກໄດ້​ສົ່ງ​ພວງ​ມາ​ລາ, ໝູ່​ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດຫວຽດ​ນາມປະ​ຈຳກູ​ບາໄດ້ໄປໄຫວ້​ອາ​ໄລເພື່ອ​ສະ​ແດງ​ຄວາມ​ຮູບ​ບຸນ​ຄຸນຕໍ່​ນັກ​ຂ່າວ​ບັ້ນ​ຮົບ​ຊາວ​ກູ​ບາແລະອາ​ເມ​ລິ​ກາ​ລາ​ຕິນ​ຄົນ​ທຳ​ອິດໃນ​ການ​ຕໍ່​ສູ້​ຕ້ານອາ​ເມ​ລິ​ກາຂອງປະ​ຊາ​ຊົນຫວຽດ​ນາມແລະແມ່ນ​ຜູ້​ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ໄລ​ຍະ​ທີ່ມີການປ່ຽນແປງຂອງ​ຊາດຫວຽດ​ນາມ,​ເພີ່ມ​ພູນຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລ​ຍະ 6 ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ນັກ​ຂ່າວ Marta Rojas ເກີດ​ວັນ​ທີ 28 ພຶດ​ສະ​ພາ​ປີ 1928 ຢູ່ Santiago de ປະ​ເທດ​ກູ​ບາ. ພາຍ​ລັງ​ຮຽນ​ຈົບ​ພະ​ແນກ​ສື່ມວນ​ຊົນ​ຢູ່​ມະ​ຫາ​ວິ​ທ​ະ​ຍາ​ໄລ La Habana, ທ່ານ​ນາງໄດ້​ເຫັນ​ປະ​ຈັກ​ຕ​າ​ການ​ບຸກ​ໂຈມ​ຕີ​ເຂົ້າ​ຄ້າຍ​ທະ​ຫານ Moncada ໃນ​ວັ​ນ​ທີ 26 ກໍ​ລະ​ກົດປີ 1953 ໂດຍ​ການ​ນຳ Fidel Castro ບັນຊາການແລະເຫັນ​ປະ​ຈັກ​ຕາ​ວາ​ລະ​ດຳ​ເນີນ​ຄະ​ດີ​ຂອງ​ລະ​ບອບຜະເດັດການ Batista ເພື່ອ​ພິ​ພາກ​ສາ​ເພິ່ນແລະເພື່ອ​ນ​ຮ່ວມ​ກົມ​ກອງ.

ທ່ານ​ນາງໄດ້​ຈົດແລະຖ່າຍ​ທອດ​ຢ່າງ​ລະ​ອຽດ​ບັນ​ດາ​ເຫດ​ການ​ປະ​ຫວັດ​ສາດນີ້ໃນ​ປືຶ້ມ“ວາ​ລະ​ດຳ​ເນີນ​ຄະ​ດີMoncada” ໂດຍ​ແມ່ນຜົນ​ງານ​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງທີ່ສຸດ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ສື່ມວນຊົນ.

ພາ​ຍຫຼັງ​ການ​ປະ​ຕິ​ວັດ​ກູ​ບາ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ປີ 1959, ທ່ານ​ນາງ​ໄດ້​ເຮັດ​ວຽກ​ໃນ​ບາງ​ອົງ​ການ​ສື່ມວນ​ຊົນ​ປະ​ຕິ​ວັດແລະເຮັດ​ວຽກ​ຢູ່Granma ນັບ​ແຕ່​ປີ 1965 ໂດຍ​ແມ່ນ​ປີ​ສ້າງ​ຕັ້ງໜັງ​ສື​ພິມ Granma.

ດ້ວຍ​ ​ບົດ​ຂຽນ​ເປັນ​ຈຳ​ນວນຫຼວງຫຼາຍ​ ພ້ອມກັບ​ປຶ້ມ​ນັບ​ສິບ​ຫົວ​ທີ່ໄດ້​ພິມ​ຈຳ​ໜ່າຍ, ນັກ​ຂຽນ Marta Rojas ໄດ້​ຮັບ​ລາງວັນ​ສື່ມວນ​ຊົນ​ທົ່ວ​ໂລກ José Martí (ລາງວັນ​ອັນ​ສູງ​ສົ່ງ​ທີ່​ສຸດທີ່​ສະ​ຫງ​ວນ​ໃຫ້​ແກ່​ບັນ​ດາ​ນັກ​ຂ່າວຢູ່ກູ​ບາແລະພິ​ຈາ​ລະ​ນາ​ຕາມ​ຜົນ​ງານ​ຕະຫຼອດ​ຊີ​ວິດ), ລາງວັນ​ວັນ​ນະ​ຄະ​ດີ Alejo Carpentier ແລະນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ແຫ່ງ​ຊາດ.

ໜັງ​ສື​ພິມ​ລາຍ​ວັນ Granma ເນັ້ນ​ໜັກ​ວ່ານັກ​ຂ່າວ Marta Rojas ໄດ້​ຮັບການຈົດ​ຈຳ​ຄື​ນັກ​ຂ່າວ​ບັ້ນ​ຮົບ​ຄົນ​ທຳ​ອິດ​ຂອງ​ຊາວ​ກູ​ບາແລະອາ​ເມ​ລິ​ກາ​ລາ​ຕິນໃນ​ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາຂອງ​ປະ​ຊາ​ຊົນຫວຽດ​ນາມ.

ນັກ​ຂ່າວMarta Rojas ໄດ້​ເຫັນ​ປະ​ຈັກ​ຕາບັນ​ດາ​ບັ້ນ​ຖິ້ມ​ລູກ​ລະ​ເບີດ​ທີ່​ຮ້າຍ​ແຮງຂອງກອງ​ທັບ​ອາ​ກາດ​ອາ​ເມ​ລິ​ກາທີ່​ທຳ​ລາຍ​ພາກ​ເໜືອຫວຽດ​ນາມ, ເຫັນ​ປະ​ຈັກ​ຕ​າ​ບັນ​ດາ​ບັ້ນ​ຕໍ່​ສູ້​ທີ່​ສະຫຼາດ​ສ່ອງ​ໄສ, ອົງ​ອາດກ້າ​ຫານ​ຂອງກອງຫຼອນກູ​ຈີຢູ່​ພາກ​ໃຕ້...​ໃນ​ໄລ​ຍະກ່​ວາ 10 ປີ. ນັກ​ຂ່່າວ Marta Rojas ແມ່ນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ຄົນ​ສຸດ​ທ້າຍ​ໄດ້​ສຳ​ພາດ​ທ່ານ​ປະ​ທານ​ ໂຮ່​ຈີ​ມິນ.

ຍາມ​ໃດ​ນັກ​ຂ່າວ Marta Rojas ກໍ່​ຮັກ​ສາ​ນ້ຳ​ໃຈ​ພິ​ເສດແລະມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ບັນ​ດາ​ຂະ​ບ​ວນ​ການ, ການ​ເຄື່ອນ​ໄຫວ​ສະໜັບ​ສະ​ໜູນຫວຽດ​ນາມ, ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີລະ​ຫວ່າງ​ສອງ​ຊາດ. ທ່ານ​ນາງ​ໄດ້​ມີ​ບົດ​ຂຽນ​ຢ່າງ​ກະ​ທັດ​ລັດຢ່າງ​ເປັນ​ປະ​ຈຳ​ໃນ​ໜັງ​ສື​ພິມ​ລາຍ​ວັນ Granma ກ່ຽວ​ກັບ “ປະ​ເທດຊາດ​ບ້ານ​ເກີດ​ເມືອງນອນລຸງ​ໂຮ່” ໃນ​ບັນ​ດາ​ວັນ​ສະ​ເຫຼີມ​ສະຫຼອງ​ທີ່​ສຳ​ຄັນ.

ເຖິງວ່າ​ມີອາ​ຍຸ​ກ່​ວາ 90 ປີ​ແລ້ວ, ແຕ່​ນັກ​ຂ່າວ Marta Rojas ຍັງ​ຮັບດຳລົງຕຳແໜ່ງບົດ​ບາດ​ເປັນ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິ​ດ​ຕະ​ພາບກູ​ບາ -ຫວຽດ​ນາມ. ກ່ອນ​ຈະ​ເຖິງ​ແກ່​ມໍ​ລະ​ນະ​ກຳ, ນັກ​ຂ່າວ Marta Rojas ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ກັບ​ຜູ້​ຕາງ​ໜ້າ​ສະ​ຖາ​ບັນ​ກູ​ບາ​ມິດ​ຕະ​ພາບກັບ​ບັນ​ດາ​ຊົນ​ຊາດ (ICAP), ແລະສະ​ມາ​ຄົມ​ມິດ​ຕະ​ພາບກູ​ບາ - ຫວຽດ​ນາມທີ່​ໄດ້​ດຳ​ເນີນ​ໃນ​ການ​ຢ້ຽມ​ຢາມ​ກູ​ບາຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃນ​ລະ​ຫວ່າງວັນ​ທີ 18 – 20 ກັນ​ຍາ​ປີ 2021.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.