ເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດຫວຽດນາມ-ກູບາ

18:00 | 29/05/2022

ວັນທີ 26 ພຶດສະພາ, ທີ່ສໍານັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະເຈລະຈາທາງໄກກັບທ່ານ Morales Ojeda ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດກູບາ.

ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ
ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ
ເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດຫວຽດນາມ-ກູບາ
ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບພະຍາດໂຄວິດ-19, ບັນດາການພົບປະ, ແລກປ່ຽນລະຫວ່າງສອງພັກ, ສອງລັດເປັນປະຈໍາແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນມິດຕະພາບແບບພິເສດໂດຍປະທານໂຮ່ຈີມິນ ແລະຜູ້ນໍາ Fidel Castro ເປັນຜູ້ກໍ່ຕັ້ງ. ນີ້ແມ່ນຊັບສົມບັດອັນລໍ້າຄ່າເຊິ່ງພັກ, ລັດ ແລະປະຊາຊົນສອງປະເທດຕ້ອງປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະສືບທອດໃຫ້ລຸ້ນຕ່າງໆໃນອະນາຄົດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະພາລະກິດການປະຕິວັດຂອງສອງພັກ.

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດສອງທ່ານ ໄດ້ແລກປ່ຽນກ່ຽວກັບທິດທາງ, ມາດຕະການຢ່າງລະອຽດເພື່ອສືບຕໍ່ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງ, ເອກະສານຮ່ວມມືໃນຫຼາຍຂົງເຂດ, ຄື: ການແພດ, ກະສິກໍາ, ສິນໃນນໍ້າ, ເຕັກໂນໂລຢີຊີວະສາດ, ພະລັງງານທົດແທນ ແລະບັນດາໂຄງການຮ່ວມມືຢ່າງລະອຽດ. ທ່ານ ຫວໍວັນເຖືອງ ຢັ້ງຢືນຄືນໃໝ່ຄວາມສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນຫວຽດນາມ ສະໜັບສະໜູນພາລະກິດການປະຕິວັດທີ່ຊອບທໍາຂອງພັກ, ລັດ ແລະປະຊາຊົນກູບາ ອ້າຍນ້ອງ; ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດກູບາ, ປະຊາຊົນກູບາ ຈະປະຕິບັດວິວັດທະນາການສ້າງຮູບແບບເສດຖະກິດ ແລະສັງຄົມສໍາເລັດຜົນ, ເປີດອອກໄລຍະພັດທະນາໃໝ່ໃນວິວັດການສ້າງສາ ແລະປົກປັກຮັກສາປະເທດກູບາ. ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

la.qdnd.vn

ເຫດການ
302 Found

Found

The document has moved here.