ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ

16:30 | 30/05/2022

ຍສໝ - ຕອນເຊົ້າ ວັນທີ 26 ພຶດສະພາ, ສະຫາຍ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການໄດ້ພົບປະເຈລະຈາທາງໄກກັບ ທ່ານ RobertoMoralesOjeda ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ.

ສະຫາຍ ຫງວຽນເກ໊ເລິມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມການຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ ສະຫາຍ ຫງວຽນເກ໊ເລິມ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມການຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ
ສະຫາຍ ເວືອງດິ່ງເຫວ້ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ສະຫາຍ ເວືອງດິ່ງເຫວ້ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ
ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ. ພາບ: TTXVN
ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ. ພາບ: TTXVN

ສະຫາຍ ຫວໍວັນເຖືອງ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນທີ່ຍາດມາໄດ້ໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດ, ການພັດທະນາເສດຖະກິດຂອງຫວຽດນາມ, ຄວາມພະຍາຍາມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ບັນດາໝາກຜົນທີ່ຕັ້ງໜ້ານັ້ນສະແດງໃຫ້ເຫັນເຖິງຄວາມສາມັກຄີ, ເປັນເອກະພາບກັນສູງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ມີຄວາມເຊື່ອໝັ້ນເຂົ້າພາລະບົດບາດການນຳຂອງພັກ ເພື່ອພາຫວຽດນາມສືບຕໍ່ພັດທະນາໂດຍໄວ, ໝັ້ນຄົງໃນໄລຍະຈະ ມາເຖິງ.

ທ່ານ Roberto Morales Ojeda ກໍ່ແຈ້ງໃຫ້ຊາບກ່ຽວກັບຍຸດທະສາດ, ນະໂຍບາຍໃນບັນດາຂົງເຂດ ຫຼັງຈາກໜຶ່ງປີຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກອມມູນິດກູບາ, ແນວທາງ, ນະໂຍບາຍການຕ່າງປະເທດຂອງກູບາ ແລະ ບັນດາບູລິມະສິດເພື່ອອັບເດດຮູບການພັດທະນາເສດຖະກິດ ແລະ ສັງຄົມໃນຕໍ່ໜ້າ.

ສອງຝ່າຍເປັນເອກະພາບຖືວ່າໃນສະພາບການພະຍາດCovid-19, ບັນດາການພົບປະ, ແລກປ່ຽນເປັນປະຈຳລະຫວ່າງສອງພັກ, ສອງປະເທດ ໄດ້ເປັນຫຼັກຖານໃຫ້ແກ່ສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດ. ນີ້ແມ່ນຊັບສິນອັນລໍ້າຄ່າທີ່ພັກ, ລັດ ແລະ ປະຊາຊົນສອງປະເທດຕ້ອງອອກເຫື່ອເທແຮງຮັກສາ, ປ້ອງກັນ, ເສີມສ້າງ ແລະ ສືບທອດໃຫ້ແກ່ບັນດາຄົນລຸ້ນຫຼັງເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ພາລະກິດການປະຕິວັດຂອງສອງພັກ.

ສະຫາຍ ຫວໍວັນເຖືອງ ຢືນຢັນອີກຄັ້ງໜຶ່ງກ່ຽວກັບຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ,ປະຊາຊົນຫວຽດນາມ ສະໜັບສະໜູນພາລະກິດປະຕິວັດຢ່າງຊອບທຳຂອງພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ; ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳຂອງພັກກອມມູນິດກູບາ, ປະຊາຊົນກູບາຈະປະຕິບັດສຳເລັດຂະບວນການຫັນເປັນການອັບເດດຮູບການເສດຖະກິດ ແລະ ສັງຄົມ, ເປີດໄລຍະພັດທະນາໃໝ່ໜຶ່ງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດກູບາ.

ໃນງານພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ບັນດາບັນຫາທີ່ສອງຝ່າຍມີຄວາມສົນໃຈ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.