ອຳ​ລາ​ນັກ​ຂ່າວ ກູ​ບາ Marta Rojas - ເພື່ອນ​ມິດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ

16:43 | 06/10/2021

ຍ​ສ​ໝ - ເວັບ​ໄຊ​ສື່​ເອ​ເລັກ​ໂຕ​ນິກ httpswww.cubadebate.cu ໄດ້​ລົງ​ຂ່າວ, ທ່ານ​ນາງ Marta Rojas - ນັກ​ປະ​ພັນ, ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຂອງ ກູ​ບາ ເພື່ອນ​ມິດ​ສະ​ໜິດ​ສະ​ໜົມ​ຂອງ​ປະ​ຊາ​ຊົນ​ກູ​ບາ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ ໃນ​ວັນ​ທີ 3 ຕຸ​ລາ (ຕາມ​ເວ​ລາ ກູ​ບາ) ຍ້ອນພະຍາດ​ຫົວ​ໃຈ.

DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ
ມະ​ຕິ​ຂອງລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊື້​ວັກ​ຊິນ​ຂອງກູ​ບາ 10 ລ້ານ​ໂດ​ສ ມະ​ຕິ​ຂອງລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊື້​ວັກ​ຊິນ​ຂອງກູ​ບາ 10 ລ້ານ​ໂດ​ສ
ອຳ​ລາ​ນັກ​ຂ່າວ ກູ​ບາ Marta Rojas - ເພື່ອນ​ມິດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ
ທ່ານນາງ Marta Rojas (ພາບ: chicagotribune.com)

ທ່ານ​ນາງ Marta Rojas ເກີດ​ວັນ​ທີ 17 ພຶດ​ສະ​ພາ 1931 ຢູ່ Santiago de, ປະ​ເທດ​ກູ​ບາ , ຮຽນ​ຂະແໜງ​ສື່ມວນ​ຊົນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Havana.

ທ່ານນາງ Marta Rojas ແມ່ນ​ສະ​ມາ​ຊິກ​ສ້າງ​ຕັ້ງ​ໜັງ​ສື​ພິມ Granma - ໂດຍ​ແມ່ນ​ອົງ​ການ​ກະ​ບອກ​ສຽງ​ຂອງ ພັກ​ກອມ​ມູ​ນິດ ກູ​ບາ, ແມ່ນ​ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຂອງ​ກູ​ບາ…

ໃນ​ໄລ​ຍະ​ເກີດ​ສົງ​ຄາມ​ຢູ່​ຫວຽດ​ນາມ ທ່ານ​ນາງ ໄດ້​ມາ​ຫວຽດ​ນາມ ເປັນຫຼາຍ​ຄັ້ງ. ບັນ​ດາ​ບົດ​ຂ​ຽນ​ຂອງ​ທ່ານ​ນາງ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ກູ​ບາ ແລະ ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ລາ​ຕິນ ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ການ​ຕໍ່​ສູ້​ອັນ​ຊອບ​ທຳ​ເພື່ອ​ເອ​ກະ​ລາດຂອງ​ຊົນຊາດ ຫວຽດ​ນາມ.

ພ້ອມ​ກັບ​ບັນ​ດາ​ນັກ​ຂ່າວ​ຍິງ Madeleine Riffaud ຂອງ​ຝ​ລັ່ງ, Blaga Dimitrova ຂອງ​ບູນ​ກາ​ຣີ, ທ່ານນາງ Marta Rojas ແມ່ນ​ນັກ​ຂ່າ​ວ​ສາ​ກົນ​ທີ່​ມີ​ໜ້າ​ຢູ່ຫຼາຍ​ເຂດ​ປົດ​ປ່ອຍ​ທາງ​ພາກ​ໃຕ້​ຫວຽດ​ນາມ ໃນ​ສົງ​ຄາມ, ໄດ້​ຮ່ວມ​ດຳ​ລົງ​ຊີ​ວິດ ແລະ ມີ​ຄວາມ​ຊົ​ງ​ຈຳຫຼາຍ​ຢ່າງ​ກັບ ກອງຫຼອ​ນ​ປົດ​ປ່ອຍ​ຊາດ.

ທ່ານນາງ Marta Rojas ໄດ້​ມາ​ຫວຽດ​ນາມ 13 ຄັ້ງ ແລະ​ ໄດ້​ສ​ຳ​ພ​າດ ​ທ່ານ​ປະ​ທານ​ໂຮ່​ຈີ​ມິນ ໃນ​ເດືອນ​ກໍ​ລະ​ກົດ​ປີ 1969. ພ້ອມ​ທັງ, ທ່ານ​ນາງກ​ໍ່​ແມ່ນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ຄົນ​ສຸດ​ທ້າຍ ທີ່ໄດ້​ສຳ​ພາດ ​ທ່ານ​ປະ​ທານ​ໂຮ່​ຈີ​ມິນ ກ່ອນ​ເວ​ລາ​ເພິ່ນ​ເຖິງ​ແກ່​ມໍ​ລະ​ນະ​ກຳ.

ທ່ານນາງ Marta Rojas ໄດ້​ສະ​ຫງວນ​ນ້ຳ​ໃຈ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ປະ​ຊາ​ຊົນ​ຫວຽດ​ນາມ, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ພາບ​ພົດ​ຂອງ​ລຸງ​ໂຮ່ ແລະ ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ ຢູ່ ຫວຽດ​ນາມ ໄປ​ຍັງ​ກູ​ບາ ແລະ ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ.

ໂດຍ​ໄດ້​ຮູ້​ວ່າ ທ່ານນາງ Marta Rojas ໄດ້​ມີ​ໜ້າ​ຢູ່​ການ​ພົບ​ປະ​ໃນ​ວັນ​ທີ 19 ກັນ​ຍາ 2021 ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ກັ​ບ ​ທ່ານ​ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ຖາ​ບັນ​ກູ​ບາ​ມິດ​ຕະ​ພາບກັບ​ບັນ​ດາ​ຊົນ​ຊາດ Noemi Rabaza Fernandez, ທ່ານ​ນາງປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກູ​ບາ - ຫວຽດ​ນາມ Maria Yolanda Ferrer Gomez ແລະ ຜູ້​ຕາງ​ໜ້າ​ການ​ນຳ​ບັນ​ດາ​ໂຮງ​ຮຽນ​ທີ່​ມີ​ຊື່​ ໂຮ່​ຈີ​ມິນ, ຫງວຽນ​ວັນ​ເຈີຍ, ຫວໍ​ທິ​ທັງ…

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານນາງ Marta Rojas ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ການ​ພົວ​ພັນ​ສອງ​ປະ​ເທດ ອ້າຍ​ນ້ອງ ຫວຽດ​ນາມ - ກູ​ບາ​ ນັບ​ມື້​ນັບ​ພັດ​ທະ​ນາ, ໝັ້ນ​ແກ່ນ ແລະ ໃຫ້​ຮູ້​ວ່າ ເມື່ອ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ ທ່ານ​ນາງ​ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.