ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ

15:42 | 21/09/2021

ຍສໝ - ຕອນເຊົ້າວັນທີ 20 ກັນຍາ, ທີ່ຫໍປະຕິວັດ, ພາຍຫຼັງທີ່ການເຈລະຈາລະຫວ່າງສອງຝ່າຍໄດ້ສິ້ນສຸດລົງຢ່າງຈົບງາມ, ທ່ານປະທານປະເທດ ສາທາລະນະລັດ ກູບາ Miguel Diaz Canel ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti - ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ລັດ ກູບາ ໃຫ້ແກ່ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ
ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ
ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: zingnews.vn

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເປັນກຽດ ແລະ ມີຄວາມຕື້ນຕັນໃຈທີ່ໄດ້ຮັບຫຼຽນໄຊອັນສູງສົ່ງທີ່ສຸດຂອງລັດ ກູບາ.

ຕາງໜ້າໃຫ້ລັດ ແລະປະຊາຊົນຫວຽດນາມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ອາລົມຈິດ ແລະ ການຮັບຮູ້ຂອງຜູ້ນຳພັກ, ລັດ ແລະປະຊາຊົນກູບາ ສຳລັບຄວາມມານະພະຍາຍາມແລະການປະກອບສ່ວນ ເພື່ອການພັດທະນາການພົວພັນຄວາມສາມັກຄີມິດຕະພາບ ລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດຫວຽດນາມ - ກູບາ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ກ່າວແຈ້ງວ່າ ການໄດ້ຮັບຫຼຽນໄຊອັນສູງສົ່ງແມ່ນມີຄວາມເປັນກຽດອັນໃຫຍ່ຫຼວງ ແລະ ປາດຖະໜາວ່າຈະໄດ້ແບ່ງປັນຄວາມເອກອ້າງທະນົງໃຈກັບບັນດາສະຫາຍຖານອ້າຍນ້ອງຫວຽດນາມ ແລະກູບາ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຢ້ຳຄືນຄຳເວົ້າທີ່ມີຊື່ສຽງຂອງ ຜູ້ນຳ Fidel Castro ທີ່ວ່າ: “ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດສ່ວນທັງເລືອດເນື້ອຂອງຕົນ” ແລະ ຄຳເວົ້າຂອງປະທານ ໂຮ່ຈີມິນ ເມື່ອຕ້ອນຮັບຄະນະຜູ້ແທນຂັ້ນສູງກູບາ ໃນເດືອນ ຕຸລາ 1966 ທີ່ວ່າ: “ຫວຽດນາມ ແລະ ກູບາ ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສາຍຈິດມິດໃຈລະຫວ່າງສອງປະເທດແມ່ນໃກ້ຊິດສະໜິດສະໜົມເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວ”.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຢັ້ງຢືນຄວາມຕັດສິນໃຈ ແລະ ມານະພະຍາຍາມ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີທີ່ບໍລິສຸດຜຸດຜ່ອງ ແລະ ເປັນແບບຢ່າງນີ້ ໂດຍປະທານໂຮ່ຈີມິນ ແລະ ຜູ້ນຳ Fidel Castro ພ້ອມດ້ວຍການນຳ ແລະປະຊາຊົນລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ໄດ້ຮັບການຫຼໍ່ຫຼອມໃນຕະຫຼອດໄລຍະປະຫວັດສາດ 60 ກວ່າປີທີ່ຜ່ານມາ.

ກ່ອນໜ້ານັ້ນ, ໃນຕອນບ່າຍຂອງວັນທີ 19 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະ ຢ້ຽມຢາມເຂດອະນຸສອນສະຖານນັກວິລະຊົນແຫ່ງຊາດ Jose Marti.

ພວງມາລາ ໄດ້ຂຽນໂຕແຖວໜັງສືວ່າ: ກຽດສະຫງ່າແມ່ນຂອງວິລະຊົນແຫ່ງຊາດກູບາ Jose Marti ຕະຫຼອດໄປ.

ເຂົ້າຮ່ວມພິທີຖະຫວາຍທູບທຽນມີ ທ່ານກຳມະການກົມການເມືອງ, ຮອງປະທານປະເທດກູບາ Salvador Valdés Mesa ແລະບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງຂອງພັກ ແລະລັດຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.