ທ່ານນາງ ຫງວຽນເຟືອງງາ ປະທານ VUFO ເຮັດວຽກຢູ່ກູບາ

19:31 | 22/09/2021

ຍສໝ - ເມື່ອບໍ່ດົນມານີ້, ນອກຈາກການເຄື່ອນໄຫວໃນຂອບເຂດການຢ້ຽມຢາມກູບາຢ່າງເປັນທາງການຂອງປະທານປະເທດ ຫງວຽນຊວນຟຸກ ແລ້ວ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ພົບປະ ແລະເຮັດວຽກກັບສະຖາບັນມິດຕະພາບກູບາກັບບັນດາຊົນຊາດ (ICAP), ຄູ່ຮ່ວມມືຂອງສະຫະພັນມິດຕະພາບ ແລະໄດ້ໄປຢ້ຽມຢາມມະຫາວິທະຍາໄລ Havana.

ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ
ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”
ທ່ານນາງ ຫງວຽນເຟືອງງາ ປະທານ VUFO ເຮັດວຽກຢູ່ກູບາ
ໃນການພົບປະແລະເຮັດວຽກຢູ່ມະຫາວິທະຍາໄລ La Havana, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ທົບທວນຄືນຄວາມຊົງຈຳທີ່ເປັນໜ້າຈົດຈຳໃນສາຍພົວພັນລະຫວ່າງກູບາ ແລະຫວຽດນາມ, ຢືນຢັນຄວາມຮູ້ສຶກ, ມິດຕະພາບ ແລະຄວາມສາມັກຄີລະຫວ່າງປະຊາຊົນຂອງສອງປະເທດ ທີ່ໄດ້ສະຫງວນໃຫ້ກັນໃນໄລຍະເວລາທີ່ຫຍຸ້ງຍາກທີ່ສຸດ.

ທີ່ການເຮັດວຽກກັບ ICAP, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງສອງອົງການຈັດຕັ້ງ, ຕີລາຄາໝາກຜົນແຫ່ງການປະຕິບັດຂໍ້ຕົກລົງມິດຕະພາບ ແລະການຮ່ວມມືໄລຍະ 2020-2025 ລະຫວ່າງ ICAP ແລະ VUFO. ເນື່ອງຈາກສະຖານະການມີການຜັນແປຢ່າງສັບສົນຂອງການແຜ່ລະບາດຂອງພະຍາດ COVID-19, ທັງສອງຝ່າຍໄດ້ປ່ຽນວິທີການເຄື່ອນໄຫວໃໝ່ເພື່ອປັບ ແລະຈັດຕັ້ງປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງໃຫ້ເປັນຢ່າງດີ, ຈັດຕັ້ງກິດຈະກໍາແທດຈິງຫຼາຍຢ່າງເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງອົງການຈັດຕັ້ງ ແລະປະຊາຊົນຂອງສອງປະເທດ.

ICAP ໄດ້ຈັດຕັ້ງການພົບປະມິດຕະພາບທາງອອນລາຍເພື່ອອາໄລຫາ ປະທານ ໂຮ່ຈີມິນ, ສະເຫຼີມສະຫຼອງວັນຊາດຫວຽດນາມ, ສະເຫຼີມສະຫຼອງການຢ້ຽມຢາມ ກວາງຈີ້ ຂອງຜູ້ນໍາ Fidel Castr...

ທ່ານນາງ ຫງວຽນເຟືອງງາ ປະທານ VUFO ຢືນຢັນວ່າ ການທູດປະຊາຊົນແມ່ນໜຶ່ງໃນບັນດາເສົາຄໍ້າຂອງການທູດຫວຽດນາມທີ່ທັນສະໄໝ, ພວມໄດ້ຮັບການຊຸກຍູ້ຢ່າງແຮງ. ດ້ວຍຄວາມຮູ້ສຶກ, ການພົວພັນມິດຕະພາບມູນເຊື້ອເປັນພິເສດ ລະຫວ່າງຫວຽດນາມ ແລະກູບາ, ດ້ວຍຄວາມຄ້າຍຄືກັນກ່ຽວກັບເປົ້າໝາຍ ແລະ ຮູບແບບການດໍາເນີນງານລະຫວ່າງ VUFO ແລະ ICAP, ສອງຝ່າຍຕ້ອງໄດ້ສືບຕໍ່ຍູ້ແຮງບັນດາເຄື່ອນໄຫວຕ່າງເພື່ອຊຸກຍູ້ສາຍພົວພັນລະຫວ່າງປະຊາຊົນຂອງສອງປະເທດ.

ທ່ານຮອງປະທານ ຜູ້ທີໜຶ່ງ ຂອງ ICAP Noemi Rabaza Fernandez ເຫັນດີກັບຄວາມຄິດເຫັນຂອງ ທ່ານນາງ ຫງວຽນເຟືອງງາ ແລະສະເໜີໃຫ້ VUFO ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ແລກປ່ຽນປະສົບການໃນການດໍາເນີນງານແລະ ໜູນຊ່ວຍ ICAP ໃນບັນດາການເຄື່ອນໄຫວສາກົນ...

ໃນການພົບປະແລະເຮັດວຽກຢູ່ມະຫາວິທະຍາໄລ La Havana, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ທົບທວນຄືນຄວາມຊົງຈຳທີ່ເປັນໜ້າຈົດຈຳໃນສາຍພົວພັນລະຫວ່າງກູບາ ແລະຫວຽດນາມ, ຢືນຢັນຄວາມຮູ້ສຶກ, ມິດຕະພາບ ແລະຄວາມສາມັກຄີ ລະຫວ່າງ ປະຊາຊົນຂອງສອງປະເທດ ທີ່ໄດ້ສະຫງວນໃຫ້ກັນໃນໄລຍະເວລາທີ່ຫຍຸ້ງຍາກທີ່ສຸດ. ດ້ວຍການເຄື່ອນໄຫວອັນຕັ້ງໜ້າຂອງຕົນ, ມະຫາວິທະຍາໄລ La Habana ໄດ້ປະກອບສ່ວນອັນມີຄວາມໝາຍເຂົ້າໃນບັນດາຄວາມມານະພະຍາຍາມນີ້ຂອງປະຊາຊົນສອງປະເທດ.

ມະຫາວິທະຍາໄລ Havana ມີຄວາມເປັນມາທາງປະຫວັດສາດອັນຍາວນານ ເຊິ່ງເປັນບ່ອນທີ່ຜູ້ນໍາ Fidel Castro ເຄີຍສຶກສາຮໍ່າຮຽນ. ນັກສຶກສາຫວຽດນາມຫຼາຍລຸ້ນຄົນໄດ້ ແລະພວມສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລ La Havana ແລະເປັນບັນດານັກຮຽນທີ່ດີເລີດຕະຫຼອດມາ. ພະນັກງານ ແລະນັກສຶກສາກູບາ ຍາມໃດກໍ່ມອບຄວາມຮູ້ສຶກອັນດີໃຫ້ແກ່ຫວຽດນາມ…

ໄຊພອນ

ເຫດການ
302 Found

Found

The document has moved here.