ເອກອັກຄະລັດຖະທູດກູບາ ຕີລາຄາສູງນະໂຍບາຍທີ່ໄຫວພິບຂອງຫວຽດນາມ ຊ່ວຍຍູ້ຖອຍພະຍາດ, ຟື້ນຟູເສດຖະກິດ

06:21 | 27/12/2021

ຍສໝ - ທ່ານເອກອັກຄະລັດຖະທູດກູບາ ຍົກສູງຄວາມສະເໝີຕົ້ນສະເໝີປາຍ, ຕັ້ງໜັ້ນ ແລະເດັດດ່ຽວຂອງຫວຽດນາມ ໃນການຜັນຂະຫຍາຍມະຕິ, ພິເສດແມ່ນ ນະໂຍຍາຍທາງການທູດຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

ຜົນສໍາເລັດຂອງຫວຽດນາມ ໃນການຮັກສາເສດຖະກິດມະຫາພາກແບບຍືນຍົງ ແລະຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໃນໄລຍະຜ່ານມາເລີ່ມຈາກບັນດາລັດຖະນະໂຍບາຍທີ່ສ່ອງໃສ ແລະມີໄຫວພິບຂອງພັກ ແລະລັດຖະບານ. ນີ້ແມ່ນການຢັ້ງຢືນຂອງທ່ານ Orlando Nicolas Hernandez Guillen ເອກອັກຄະລັດຖະທູດກູບາ ປະຈໍາຫວຽດນາມ.

ເອກອັກຄະລັດຖະທູດກູບາ ຕີລາຄາສູງນະໂຍບາຍທີ່ໄຫວພິບຂອງຫວຽດນາມ ຊ່ວຍຍູ້ຖອຍພະຍາດ, ຟື້ນຟູເສດຖະກິດ
ທ່ານ Orlando Nicolas Hernandez Guillen ເອກອັກຄະລັດຖະທູດກູບາ ປະຈໍາຫວຽດນາມ. ພາບ: bvhttdl.gov.vn

ທ່ານ Orlando Nicolas Hernandez Guillen ເນັ້ນໜັກວ່າ ໃນສະພາບການພະຍາດໂຄວິດ-19 ຍັງພວມສົ່ງຜົນສະທ້ອນທີ່ໜັກໜ່ວງໃນທົ່ວໂລກ, ຄວາມມານະພະຍາຍາມຂອງທັງລະບົບການເມືອງທີ່ແນໃສ່ຮັບປະກັນມີແຫຼ່ງສະໜອງວັກຊິນຢ່າງຄົບຖ້ວນເພື່ອບັນລຸອັດຕາສັກວັກຊິນສູງນັ້ນ ໄດ້ສວມບົດບາສໍາຄັນຊ່ວຍຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະແຜນການພັດທະນາເສດຖະກິດໃຫ້ປະກົດຜົນເປັນຈິງ, ພິເສດແມ່ນໃນຂົງເຂດພະລັງງານທົດແທນ, ເສດຖະກິດດີຈີຕອນ ແລະດຶງດູດການລົງທຶນຕ່າງປະເທດ.

ເມື່ອເຕື້ອງເຖິງການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ທ່ານເອກອັກຄະລັດຖະທູດກູບາ ໄດ້ຍົກສູງ ຄວາມສະເໝີຕົ້ນສະເໝີປາຍ, ຕັ້ງໜັ້ນ ແລະເດັດດ່ຽວຂອງຫວຽດນາມ ໃນການ ຜັນຂະຫຍາຍມະຕິ, ພິເສດແມ່ນນະໂຍຍາຍທາງການທູດ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ສັນຕິພາບ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການພັດທະນາເສດຖະກິດ, ດຶງດູດການລົງທຶນຕ່າງປະເທດ, ຊຸກຍູ້ວິວັດການເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະຍົກລະດັບການພົວພັນການທູດກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືສໍາຄັນ ແລະເພື່ອນມິດທີ່ເປັນມູນເຊື້ອ.

ບູນມີ

ເຫດການ
302 Found

Found

The document has moved here.