ເພີ່ມທະວີການຮ່ວມມືດ້ານການແພດລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນກູບາ

14:48 | 20/12/2021

ຍ​ສ​ໝ - ໃນລະຫວ່າງວັນທີ 15 – 16 ທັນວາ 2021, ກົມການຕ່າງປະເທດ (ກະຊວງຕຳຫຼວດ) ໄດ້ດຳເນີນກອງປະຊຸມທາງອິນເຕີເນັດ ຄັ້ງທີ 2 ເພື່ອແລກປ່ຽນປະສົບການດ້ານການແພດລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນກູບາ.

ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ຝ່າຍຫວຽດນາມ - ກູບາ
ນັກ​ຮຽນ​ຮູ​້​ກູ​ບາ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ ສັດຈະວິພາກ ແລະ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ນັກ​ຮຽນ​ຮູ​້​ກູ​ບາ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ ສັດຈະວິພາກ ແລະ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ເພີ່ມທະວີການຮ່ວມມືດ້ານການແພດລະຫວ່າງ ກະຊວງຕຳຫຼວດຫວຽດນາມ  ແລະ ກະຊວງພາຍໃນກູບາ
ກອງ​ປະ​ຊຸມ​ແບບ​ທາງ​ໄກ ລະ​ຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນກູບາ

​ເຂົ້າ​ຮ່ວມ​ຢູ່ສະ​ຖານ​ທີ່​ເຊື່ອມຕໍ່ຖ່າຍ​ທອດ​ສົດຮ່າ​ໂນ້ຍ (ຫວຽດນາມ) ມີ​ບັນດາ​ການ​ນຳ​ກົ​ມ​ການ​ຕ່າງປະ​ເທດ; ຕາງໜ້າການນຳບັນດາຫົວໜ່ວຍຂຶ້ນກັບກົມການຕ່າງປະເທດ, ກົມສາທາລະນະສຸກ, ໂຮງໝໍ 198, ໂຮງໝໍຢາພື້ນເມືອງ ແລະ ໂຮງໝໍ 199, ກະຊວງຕຳຫຼວດ; ຢູ່​ສະ​ຖານ​ທີ່​ເຊື່ອມ​ຕໍ່ ນະຄອນ​ໂຮ່ຈິ​ມິນ ມີການ​ເຂົ້າ​ຮ່ວມ​ຂອງ​ໂຮງໝໍ 30/4.

ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ ກູ​ບາ ມີ ທ່ານ​ພັນ​ເອກ Rebeca Fernandez Otero, ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມືສາ​ກົນ, ກະຊວງ​ພາຍ​ໃນ ກູ​ບາ; ທ່ານ Roberto Castellanos Gutierres, ຜູ້ອໍານວຍການໂຮງໝໍ CIMEQ, ແລະບັນດາຜູ້ຊ່ຽວຊານ ແລະທ່ານໝໍຈາກໂຮງໝໍ CIMEQ Cuba.

​ໃນ​ໄລຍະກອງປະຊຸມ​ສຳ​ມະ​ນາ​ເປັນ​ເວລາ 2 ວັນ, 2 ຝ່າຍ​ໄດ້​ສຸມ​ໃສ່​ແລກປ່ຽນ​ບົດຮຽນ, ​ເພີ່ມ​ທະວີ​ຄວາມ​ຮູ້​ຂອງ​ບັນດາ​ນັກ​ຊ່ຽວຊານ, ທ່ານໝໍ​ໃນ​ຂົງ​ເຂດ​ການ​ແພດ, ພິ​ເສດ​ແມ່ນ​ໂປແກຼມການ​ນຳ​ໃຊ້​ຢາ​ຟື້ນ​ຟູ ​ແລະ ຄົ້ນຄວ້າ​ວັກ​ແຊງ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

ນອກຈາກ​ນັ້ນ, ບັນດາ​ຜູ້​ຊ່ຽວຊານ ​ແລະ ທ່ານ​ໝໍ​ໂຮງໝໍ CIMEQ ກູ​ບາ ​ແລະ ກະຊວງ​ຕຳຫລວດ ຫວຽດນາມ ຍັງ​ໄດ້​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ວິທີ​ປິ່ນປົວ​ພະຍາດ​ມະ​ເຮັງຈຳນວນໜຶ່ງ.

ເພີ່ມທະວີການຮ່ວມມືດ້ານການແພດລະຫວ່າງ ກະຊວງຕຳຫຼວດຫວຽດນາມ  ແລະ ກະຊວງພາຍໃນກູບາ
ບັນຍາກາດທີ່ກອງປະຊຸມ

ສິ້ນ​ສຸດກອງປະຊຸມ, ບັນດາການນຳຂອງກົມພົວພັນຕ່າງປະເທດ (ກະຊວງຕຳຫຼວດ) ໄດ້ຕີລາຄາສູງບັນດາເນື້ອໃນການນຳສະເໜີຢ່າງເລິກເຊິ່ງ, ກວ້າງຂວາງ ພ້ອມທັງມີຄຳເຫັນ ແລະ ແລກປ່ຽນບົດຮຽນອັນສຳຄັນຂອງບັນດານັກຊ່ຽວຊານ; ພ້ອມ​ກັນ​ນັ້ນ, ກໍ​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ພົບ​ປະ​ສອງ​ຝ່າຍແບບໂດຍກົງ ຫຼື ຜ່ານ​ທາງ​ອອນ​ລາຍ​ໃນ​ຂົງ​ເຂດ​ການ​ແພດ ​ເພື່ອ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຄຳ​ຮຸ່ງ

ເຫດການ
302 Found

Found

The document has moved here.