ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງບິ່ງເຟືອກ ໄດ້ສົມທົບກັບບໍລິສັດໃຫຍ່ Becamex IDC ແລະ ທະນາຄານກໍ່ສ້າງຈີນ (CCB) ຈັດຕັ້ງກອງປະຊຸມທາງອອນໄລ ເພື່ອຊຸກຍູ້ການລົງທຶນກັບວິສາຫະກິດຈີນ.
ຍສໝ - ວັນທີ 30 ມີນາ, ເວທີປາໄສການລົງທຶນຫວຽດນາມ ດ້ວຍຫົວຂໍ້ “ສັກກະຫຼາດ ໃໝ່ກ່ຽວກັບການຫັນປ່ຽນດີຈີຕອນ ແລະຫັນປ່ຽນສີຂຽວ” ໄດ້ຈັດຕັ້ງຢູ່ລອນດອນ, ປະເທດອັງກິດ ເພື່ອຊຸກຍູ້ການລົງທຶນຕ່າງປະເທດເວົ້າລວມ ແລະການລົງທຶນ ຂອງອັງກິດ ເຂົ້າຫວຽດນາມ ເວົ້າສະເພາະ ໃນສະພາບທີ່ປະເທດເປີດປະຕູ ຄືນໃໝ່ພາຍຫຼັງພະຍາດໂຄວິດ-19.
ຍສໝ - ນີ້ແມ່ນຂໍ້ສັງເກດທີ່ບົດຂຽນໃນເວັບໄຊ ETF Trends ຂອງອາເມລິກາ ຫາກໍ່ລົງພິມ.
ຍສໝ - ບັນດາວິສາຫະກິດຜູ້ປະກອບຊາວສິງກະໂປມີຄວາມຄາດຫວັງທີ່ຈະເປີດກວ້າງການລົງທຶນເຂົ້າໃສ່ນະຄອນຫຼວງຮ່າໂນ້ຍ ແລະ ບັນດາທ້ອງຖິ່ນໃກ້ຄຽງ, ສອງຝ່າຍຄວນຕ້ອງເຊື່ອມໂຍງ, ແລກປ່ຽນກັນໂດຍໄວ ເພື່ອໃຫ້ມີພາສາຮຽກຮ່ວມກັນ...
ຍສໝ - ຕາມການສຳຫຼວດ Eurocham, 58% ຂອງບັນດາຜູ້ນຳວິສາຫະກິດເອີລົບ ຄາດຄະເນວ່າ: ເສດຖະກິດຫວຽດນາມ ຈະເຕີບໂຕໃນໄຕມາດທຳອິດຂອງປີ 2022, ແລະ 43% ຈຳນວນວິສາຫະກິດ ມີແຜນການເພີ່ມການລົງທຶນເຂົ້າຫວຽດນາມ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: ຫວຽດນາມ ມີ 209 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນ 5,1 ຕື້ USD. ຫວຽດນາມຢືນອັນດັບ 3 ໃນບັນດາປະເທດລົງທຶນຢູ່ລາວ.
ຍສໝ - ຫາຍຟ່ອງ ໄດ້ລື່ນກາຍນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ບິ່ງເຢືອງ... ຂຶ້ນເປັນອັນດັບໜຶ່ງໃນປີ 2021 ໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 5,26 ຕື້ USD, ເພີ່ມຂຶ້ນເກືອບ 3,5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນໃນປີ 2020.
ຍສໝ - ບັນດາວິສາຫະກິດຢູ່ເຂດ Hokuriku ຂອງ ຍີ່ປຸ່ນ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ແລະ ມຸ່ງໄປເຖິງແງ່ຫວັງ ການຮ່ວມມືລະຫວ່າງພາກພື້ນນີ້ ແລະ ຫວຽດນາມ ໃນອະນາຄົດ.
ຍສໝ - ຍຸດທະສາດດັ່ງກ່າວ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສອງປະເທດ ໃນການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ຈະໜູນຊ່ວຍການຟື້ນຕົວດ້ານເສດຖະກິດ ພາຍຫຼັງໂລກລະບາດໂຄວິດ-19.
ຍສໝ - ຜູ້ອໍານວຍການພະແນກແຜນການ ແລະ ການລົງທຶນ ກຽນຢາງ ໃຫ້ຮູ້ວ່າ: ປີ 2022, ແຂວງ ກຽນຢາງ ຈະຍູ້ແຮງການລະດົມດຶງດູດການລົງທຶນເຂົ້າບັນດາເຂດ, ກຸ່ມອຸດສາຫະກຳ, ເຂດເສດຖະກິດຊາຍແດນ, ສົມທົບເພື່ອການປັບປຸງສະພາບການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາບັນດາພາກສ່ວນເສດຖະກິດ.
ຍສໝ - ຫວ່າງແລ້ວນີ້, ຢູ່ສະຖານກົງສຸນໃຫຍ່ລາຊະອານາຈັກໄທ ປະຈຳນະຄອນໂຮ່ຈິມິນ ແລະ ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ປະຈຳນະຄອນ ດາຫນັງ ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບການເພີ່ມທະວີການພົວພັນມິດຕະພາບ ແລະ ການເຊື່ອມຕໍ່ການຄ້າ - ການລົງທຶນ - ທ່ອງທ່ຽວ ລະຫວ່າງນະຄອນ ດາຫນັງ - ໄທ.
ຍສໝ - ດ້ວຍຫົວຂໍ້ວ່າ “ກຳໄດ້ກາລະໂອກາດ, ປັບຕົວເຂົ້າກັບການພັດທະນາໃນສະພາບການໃໝ່”, ເວທີປາໄສການຄ້າ ຫວຽດນາມ - ອາເມລິກາ 2021 ຈັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຫ້ອງການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ ໄດ້ດຳເນີນໃນຕອນເຊົ້າວັນທີ 7 ທັນວາ.
ນັບແຕ່ວັນທີ 14 ຫາວັນທີ 17 ທັນວາ 2021, ກະຊວງປ້ອງກັນປະເທດສົມທົບກັບກະຊວງອຸດສາຫະກຳ ແລະການຄ້າ ເປັນປະທານຮ່ວມຈັດຕັ້ງງານວາງສະແດງ “ຜົນງານພົ້ນເດັ່ນໃນການສົມທົບດ້ານເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດກັບເສດຖະກິດ” ແລະງານຕະຫຼາດນັດການຄ້າປີ 2021 ຜ່ານເຄືອຂ່າຍອິນເຕີແນັດ (VIDEX 2021).
ຍສໝ - ເວທີປາໄສແມ່ນເຫດການມີຄວາມໝາຍພິເສດ ໃນສະພາບການສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ໂດຍຫວຽດນາມ ແລະ ອີຢູ.
ກອງປະຊຸມພົບປະລະຫວ່າງຄະນະນຳແຂວງຈໍາປາສັກ ກັບບັນດານັກທຸລະກິດຫວຽດນາມ ທີ່ດໍາເນີນທຸລະກິດຢູ່ແຂວງຈຳປາສັກ ໄດ້ມີຂຶ້ນຫວ່າງແລ້ວນີ້ທີ່ຫ້ອງວ່າການແຂວງຈໍາປາສັກ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ບຸ່ຍເຖຢູງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ພາກໃຕ້ລາວ, ມີ ທ່ານຮອງເຈົ້າແຂວງ, ບັນດາພະແນກການກ່ຽວຂ້ອງ, ສະມາຄົມຫວຽດນາມ, ພ້ອມດ້ວຍບັນດານັກທຸລະກິດຫວຽດນາມ ເຂົ້າຮ່ວມ.
ຍສໝ - ໄລ່ມາຮອດວັນທີ 20 ສິງຫາ, ຫວຽດນາມມີ 1.428 ໂຄງການລົງທຶນຢູ່ຕ່າງປະເທດ, ດ້ວຍຍອດເງິນລົງທຶນບັນລຸ 21,8 ຕື້ USD.
ຍສໝ - ວັນທີ 14 ກໍລະກົດ, ສະຖາບັນວິທະຍາສາດການສຶກສາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການສຶກສາຫວຽດນາມ 2011 – 2020” ພາຍໃຕ້ຮູບການທາງອອນລາຍ ສົມທົບກັບໂດຍກົງ. ເຂົ້າຮ່ວມກອງປະຊຸມສຳມະນາມີ ນັກບໍລິຫານ, ພະນັກງານສ້າງນະໂຍບາຍ, ນັກຊ່ຽວຊານ, ນັກວິທະຍາສາດທີ່ມີຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 1.000 ຄົນ...
ຍສໝ - ຫວ່າງມໍ່ໆນີ້ໃນຕົ້ນເດືອນກໍລະກົດ, ຢູ່ປະເທດເຢຍລະມັນ, ກຸ່ມບໍລິສັດການເງິນນາໆຊາດ HSBC ໄດ້ຈັດກອງປະຊຸມສຳມະນາທາງໄກໄກ ເພື່ອແນະນຳກາລະໂອກາດການລົງທຶນຢູ່ບັນດາປະເທດອາຊຽນ ກັບບັນດາວິສາຫະກິດສະຫະພາບເອີຣົບ (EU) ແລະ ອັງກິດ; ແນະນຳນະໂຍບາຍດຶງດູດການລົງທືນຂອງຫວຽດນາມ, ກາລະໂອກາດຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA), ລະຫວ່າງຫວຽດນາມ ແລະ ອັງກິດ (UKVFTA).
ຫວ່າງແລ້ວນີ້, ເວທີປາໄສວິສາຫະກິດສິງກະໂປ (SBF) ໄດ້ຈັດຕັ້ງເຫດການ FYIstival The ASEAN Edition ດ້ວຍຫົວຂໍ້ “ກາລະໂອກາດ ແລະການເຕີບໂຕຂອງຫວຽດນາມ ປີ 2021” ຜ່ານລະບົບທາງໄກ ເພື່ອແນໃສ່ສະໜອງຂໍ້ມູນພື້ນຖານກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ພ້ອມກັບນະໂຍບາຍບຸລິມະສິດດຶງດູດການລົງທຶນຕ່າງປະເທດຂອງຫວຽດນາມ ໃຫ້ປະຊາຄົມວິສາຫະກິດສິງກະໂປ.
ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານ ໃນວັນທີ 10 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ໄດ້ນໍາໃຊ້ລະບົບອອນລາຍ ເຂົ້າມາຊ່ວຍ ໃນການຈັດກອງປະຊຸມທາງໄກ ແລະ ຈໍາກັດຈໍານວນລົງ ເພື່ອຮັກສາໄລຍະຫ່າງ, ສ່ວນນະໂຍບາຍສະໜັບສະໜູນການລົງທຶນ ເລີ່ມຕັ້ງແຕ່ຂັ້ນຕອນ ການອະນຸຍາດການລົງທຶນ, ໃບອະນຸຍາດການລົງທຶນ, ເອກະສານຂໍ້ຕົກລົງ, ໃບອະນຸຍາດນໍາເຂົ້າ ວັດຖຸອຸປະກອນ, ກົນຈັກ, ນະໂຍບາຍດ້ານວິຊາ ແລະ ການປະສານງານ ກັບຂະແໜງການຕ່າງໆ ແມ່ນຍັງຈັດຕັ້ງປະຕິບັດປົກກະຕິ.