ເປີດກວ້າງການພົວພັນແລກປ່ຽນດ້ານການຄ້າ, ດຶງດູດການລົງທຶນ

16:03 | 09/11/2021

ນັບແຕ່ວັນທີ 14 ຫາວັນທີ 17 ທັນວາ 2021, ກະຊວງປ້ອງກັນປະເທດສົມທົບກັບກະຊວງອຸດສາຫະກຳ ແລະການຄ້າ ເປັນປະທານຮ່ວມຈັດຕັ້ງງານວາງສະແດງ “ຜົນງານພົ້ນເດັ່ນໃນການສົມທົບດ້ານເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດກັບເສດຖະກິດ” ແລະງານຕະຫຼາດນັດການຄ້າປີ 2021 ຜ່ານເຄືອຂ່າຍອິນເຕີແນັດ (VIDEX 2021).

ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ
ຫວຽດນາມ ສັກວັກຊິນກັນໂຄວິດ-19 ຫຼາຍກວ່າ 90 ລ້ານໂດສ ແລ້ວ ຫວຽດນາມ ສັກວັກຊິນກັນໂຄວິດ-19 ຫຼາຍກວ່າ 90 ລ້ານໂດສ ແລ້ວ
ພາບປະກອບ
ພາບປະກອບ

ນີ້ແມ່ນຄັ້ງທໍາອິດທີ່ງານວາງສະແດງ-ງານຕະຫຼາດນັດໄດ້ຈັດຕັ້ງຜ່ານເຄືອຂ່າຍອິນເຕີແນັດເພື່ອແນໃສ່ຢັ້ງຢືນຄວາມສາມາດບົ່ມຊ້ອນດ້ານວິທະຍາສາດ-ເຕັກໂນໂລຢີການທະຫານ, ການປະກອບສ່ວນສຳຄັນຂອງກອງທັບໃນການປະຕິບັດໜ້າທີ່ເສດຖະກິດສົມທົບກັບການປ້ອງກັນຊາດ, ການປ້ອງກັນຊາດສົມທົບກັບເສດຖະກິດ; ເປີດກວ້າງກາລະໂອກາດພົວພັນແລກປ່ຽນດ້ານການຄ້າ, ດຶງດູດການລົງທຶນໃຫ້ວິສາຫະກິດ.

ຜົນງານພົ້ນເດັ່ນ

ວິສາຫະກິດກອງທັບມີຫຼາຍຂະແໜງອາຊີບ, ຜະລິດຕະພັນ, ການບໍລິການທີ່ມີທ່າໄດ້ປຽບໃຫ້ການເຄື່ອນໄຫວສົ່ງອອກ. ອີງໃສ່ຄວາມຕ້ອງການຂອງຕະຫຼາດ, ໃນໄລຍະຜ່ານມາ, ບັນດາວິສາຫະກິດກອງທັບ ໄດ້ຕັ້ງໜ້າປ່ຽນແປງໃໝ່ເຕັກໂນໂລຢີ, ຍົກສູງຄຸນນະພາບຜະລິດຕະພັນ ເພື່ອເພີ່ມກຳລັງແຮງແກ່ງແຍ້ງ. ບັນດາຜະລິດຕະພັນພົ້ນເດັ່ນຂອງວິສາຫະກິດກອງທັບໃນຂະແໜງກົນຈັກ, ເຄມີ, ໄຟຟ້າ, ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ... ໄດ້ເຂົ້າສູ່ຕະຫຼາດສາກົນເທື່ອລະກ້າວ.

ຕາມທ່ານພົນຈັດຕະວາ ເຈິ່ນດິ່ງທັງ, ຫົວໜ້າກົມເສດຖະກິດ, ກະຊວງປ້ອງກັນປະເທດແລ້ວ, ນີ້ແມ່ນຄັ້ງທຳອິດທີ່ງານວາງສະແດງກ່ຽວກັບຜົນງານພົ້ນເດັ່ນໃນການສົມທົບເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດສົມທົບກັບເສດຖະກິດ ແລະງານຕະຫຼາດນັດໄດ້ດຳເນີນຜ່ານເຄືອຂ່າຍອິດເຕີແນັດ. ການເຄື່ອນໄຫວພົ້ນເດັ່ນໃນຂອບເຂດງານຕະຫຼາດນັດ-ງານວາງສະແດງ ແມ່ນວາງສະແດງ, ແນະນຳຜະລິດຕະພັນໃນຂົງເຂດການທະຫານ, ການປ້ອງກັນຊາດ, ວິທະຍາສາດເຕັກໂນໂລຢີ, ກິດຈະການຄົ້ນຄວ້າ, ຂໍ້ລິເລີ່ມປັບປຸງດ້ານເຕັກນິກທີ່ພົ້ນເດັ່ນ...; ແນະນຳຜົນງານພົ້ນເດັ່ນຂອງກອງທັບໃນການປະຕິບັດໜ້າທີ່ສົມທົບເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດສົມທົບກັບເສດຖະກິດ; ລາຍການກອງປະຊຸມສຳມະນາການພົວພັນແລກປ່ຽນດ້ານການຄ້າ ແລະເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການດ້ານເຕັກໂນໂລຢີທາງອອນລາຍລະຫວ່າງບັນດາວິສາຫະກິດພາຍໃນປະເທດ ແລະກຸ່ມບໍລິສັດຕ່າງໆ, ວິສາຫະກິດປ້ອງກັນຊາດ, ກົນຈັກ, ເອເລັກໂຕນິກ, ເຕັກໂນໂລຢີສູງ... ຂອງ ສ. ເກົາຫຼີ, ຍີ່ປຸ່ນ, ສິງກະໂປ; ບັນດາການເຄື່ອນໄຫວດ້ານນະໂຍບາຍສັງຄົມ...

ທ່ານພົນຕີ ຮິ່ງຈ໊ຽນຖັ໊ງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ-ງານຕະຫຼາດນັດ ເນັ້ນໜັກວ່າ ງານວາງສະແດງ-ງານຕະຫຼາດນັດ ໄດ້ຈັດຕັ້ງດ້ວຍຈຸດປະສົງປະກອບສ່ວນໂຄສະນາ ແລະສຶກສາຢ່າງເລິກເຊິ່ງກ່ຽວກັບມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ວິລະຊົນໃນແນວຮົບອອກແຮງງານທຳການຜະລິດ, ກໍ່ສ້າງເສດຖະກິດສົມທົບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນປຸກລະດົມ, ລະດົມກຳລັງໃຈທົ່ວປວງຊົນ, ທົ່ວກອງທັບເບິ່ງແຍງດູແລເຖິງການກໍ່ສ້າງທ່າຮົບໃນຈິດໃຈປະຊາຊົນຢ່າງໝັ້ນຄົງເຂັ້ມແຂງ. ຄຽງຂ້າງກັນນັ້ນ, ງານວາງສະແດງ-ງານຕະຫຼາດນັດ ກໍ່ໜູນຊ່ວຍການໂຄສະນາຜະລິດຕະພັນ, ການບໍລິການຂອງວິສາຫະກິດພາຍໃນ ແລະນອກກອງທັບໃນເຄືອຂ່າຍອິນເຕີແນັດຜ່ານພື້ນຖານເຕັກໂນໂລຢີກ້າວໜ້າ, ໜູນຊ່ວຍເຊື່ອມຕໍ່ວິສາຫະກິດກັບບັນດາອົງການ, ກົມກອງ ແລະອົງການສົ່ງເສີມດ້ານການຄ້າກໍ່ຄືນັກລົງທຶນພາຍໃນ ແລະຕ່າງປະເທດໃຫ້ມີປະສິດທິຜົນ. ປະກອບສ່ວນຢັ້ງຢືນກຳລັງບົ່ມຊ້ອນດ້ານວິທະຍາສາດ-ເຕັກໂນໂລຢີການທະຫານ, ຄວາມສາມາດດ້ານອຸດສາຫະກຳປ້ອງກັນຊາດ ແລະການປະກອບສ່ວນສຳຄັນເຂົ້າໃນໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດໃຫ້ໝັ້ນຄົງເຂັ້ມແຂງ.

ການຫັນຜະລິດຕະພັນເປັນດີຈີຕອນຢ່າງຮີບດ່ວນ

ເພື່ອຈັດຕັ້ງງານວາງສະແດງ-ງານຕະຫຼາດນັດຜ່ານເຄືອຂ່າຍອິນເຕີແນັດໃຫ້ປະສົບຜົນສຳເລັດ, ໜຶ່ງໃນບັນດາເນື້ອໃນກະກຽມທີ່ມີຄວາມສຳຄັນ ເຊິ່ງບັນດາອົງການ, ກົມກອງ, ວິສາຫະກິດພວມຮີບເຮັ່ງຜັນຂະຫຍາຍແມ່ນການຫັນຜະລິດຕະພັນເປັນດີຈີຕອນທີ່ວາງສະແດງຢູ່ VIDEX 2021. ໂດຍຕີລາຄາງານວາງສະແດງ-ງານຕະຫຼາດນັດຜ່ານເຄືອຂ່າຍອິນເຕີແນັດແມ່ນທິດທາງເໝາະສົມໃຫ້ວິສາຫະກິດໃນປະຈຸບັນ, ທ່ານພັນເອກ ຮວ່າງລອງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ກໍ່ສ້າງ ລູງໂລ ທັງເປັນຜູ້ອຳນວຍການບໍລິສັດກໍ່ສ້າງຂົວ-ອຸມົງ ໃຫ້ຮູ້ວ່າ ງານວາງສະແດງ-ງານຕະຫຼາດນັດອອນລາຍ ໄດ້ຊ່ວຍເປີດກວ້າງເປົ້າໝາຍເຂົ້າຮ່ວມ, ສ້າງເງື່ອນໄຂໃຫ້ວິສາຫະກິດເຂົ້າຮ່ວມທຸກການເຄື່ອນໄຫວຂອງງານວາງສະແດງ-ງານຕະຫຼາດນັດຢ່າງຄົບຖ້ວນ.

ຮ້ອຍໂທ ຕົ໊ງຊວັນແກັງ, ຜູ້ຊ່ວຍວຽກແຜນການດຳເນີນທຸລະກິດ, ໂຮງງານ Z176 ເນັ້ນໜັກວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຊຸກຍູ້ການຫັນປ່ຽນດີຈີຕອນໃນຍຸກສະໄໝເຕັກໂນໂລຢີ 4.0. ດ້ວຍເປົ້າໝາຍສ້າງຕັ້ງຮ້ານສິນຄ້າ 3D ມາດຕະຖານ, ກົມກອງພວມຕັ້ງໜ້າກະກຽມການຫັນຜະລິດຕະພັນເປັນດີຈີຕອນ. ໜຶ່ງໃນບັນດາຜະລິດຕະພັນ ເຊິ່ງໂຮງງານ Z176 ໄດ້ເລືອກເຟັ້ນເພື່ອວາງສະແດງຢູ່ VIDEX 2021 ແມ່ນຮູບຈຳລອງລົດຕັງ, ເຮືອບິນ; ຜ້າອັດປາກ-ອັດດັງຂອງວິທະຍາຄານການແພດກອງທັບ... ກໍ່ຕັ້ງໜ້າກະກຽມເຂົ້າຮ່ວມ VIDEX 2021, ໂຮງງານ X61 (ເຫຼົ່າຮົບເຄມີ) ໄດ້ຕັ້ງໜ້າຫັນຜະລິດຕະພັນທີ່ໄດ້ເລືອກເຟັ້ນເປັນດີຈີຕອນ ເພື່ອຮັບໃຊ້ງານວາງສະແດງ. ຕາມທ່ານພັນເອກ ຫງວຽນດິ່ງຮຸຍ, ຫົວໜ້າການເມືອງໂຮງງານ X61 ແລ້ວ, ໜຶ່ງໃນບັນດາຜະລິດຕະພັນທີ່ໄດ້ເລືອກເອົາໄປວາງສະແດງແມ່ນລົດຂ້າເຊື້ອທີມີໝາຍເລກ T-14Đ. ນີ້ກໍ່ແມ່ນຜະລິດຕະພັນລ້າສຸດໂດຍໂຮງງານຄົ້ນຄວ້າ, ຕິດຕ້ັງ, ຜະລິດສຳເລັດດ້ວຍສ່ວນປະກອບຫຼາຍຢ່າງແມ່ນຜະລິດພາຍໃນປະເທດ ເພື່ອຮັບໃຊ້ວຽກງາານພົ່ນຢາຂ້າເຊື້ອ ແລະດັບເພີງ.

ສຳລັບສະຖາບັນເຄມີສິ່ງແວດລ້ອມການທະຫານ (ເຫຼົ່າຮົບເຄມີ), ການຫັນເປັນດີຈີຕອນໄດ້ກາຍເປັນທ່າອ່ຽງທີ່ຈຳເປັນ ແລະແມ່ນຄວາມຮຽກຮ້ອງຕ້ອງການຂາດບໍ່ໄດ້. ພິເສດໃນວຽກງານຄົ້ນຄວ້າວິທະຍາສາດເຕັກໂນໂລຢີ. ຫຼາຍຜະລິດຕະພັນ, ກິດຈະກຳຄົ້ນຄວ້າຂອງສະຖາບັນເຄມີສິ່ງແວດລ້ອມການທະຫານຈະໄດ້ແນະນຳຢູ່ VIDEX 2021, ໃນນັ້ນມີຫຸ່ນຍົນສອດແນມກຳມັນຕະພາບລັງສີ ແລະເຄມີສາດ. ຫຸ່ນຍົນມີຄວາມສາມາດສຳຜັດກັບເຂດຕິດທາດພິດ, ມີຄວາມສາມາດຈື່ຈຳທັກສະ, ເຄື່ອນໄຫວເປັນເອກະລາດ ຫຼືໄດ້ບັນຊາຈາກໄກ. ທ່ານພັນເອກ ເດົ້າຊວັນຮວ່າຍ, ຮອງຫົວໜ້າສະຖາບັນເຄມີສິ່ງແວດລ້ອມການທະຫານ ໃຫ້ຮູ້ວ່າ ປະຈຸບັນ, ບັນດາໂຄງການຄົ້ນຄວ້າຂອງສະຖາບັນລ້ວນແຕ່ເອົາໃຈໃສ່ເຖິງເຕັກໂນໂລຢີດີຈີຕອນ, ພິເສດແມ່ນບັນດາໂຄງການກ່ຽວຂ້ອງເຖິງໜ້າທີ່ສອດແນມດ້ານເຄມີ ແລະສິ່ງແວດລ້ອມ.

la.qdnd.vn

ເຫດການ
302 Found

Found

The document has moved here.