ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI

14:07 | 06/01/2022

ຍສໝ - ຫາຍ​ຟ່ອງ ​ໄດ້​ລື່ນ​ກາຍ​ນະຄອນ ​ໂຮ່ຈີ​ມິນ, ຮ່າ​ໂນ້ຍ, ບິ່ງ​ເຢືອງ... ຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ປີ 2021 ​ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 5,26 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 3,5 ​ເທົ່າ​ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ 2020​.

FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ

ອັນດັບທີ 2 ແມ່ນ ລອງອານ ດ້ວຍມູນຄ່າ 3,84 ຕື້ USD, ນະຄອນ ໂຮ່ຈີມິນ ຢືນອັນດັບທີ 3 ດ້ວຍມູນຄ່າກວ່າ 3,7 ຕື້ USD, ຖັດໄປແມ່ນ ແຂວງ ບິ່ງເຢືອງ, ບັກນິງ, ຮ່າໂນ້ຍ...

ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI
ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI. (ພາບ: VGP)

ໃນ​ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່​ຢູ່ ຫາຍ​ຟ່ອງ ຕ້ອງເວົ້ົ້າເຖິງ LG - ບໍ​ລິ​ສັດ​ເອ​ເລັກ​ໂຕຣ​ນິກ​ຈາກ ສ.​ເກົາ​ຫຼີ. ໃນປີກາຍນີ້, ກຸ່ມ LG ນີ້ໄດ້ດັດປັບເພີ່ມທຶນການລົງທຶນຢູ່ LG Display ສອງຄັ້ງ ດ້ວຍທຶນຈົດທະບຽນເພີ່ມເຕີມ 750 ລ້ານ USD ແລະ 1.4 ຕື້ USD.

ດ້ວຍ​ການ​ເພີ່ມ​ທຶນ 2 ​ແຫ່ງ​ນີ້, ຍອດ​ຈຳນວນ​ທຶນ​ທີ່ LG Display ຫາຍ​ຟ່ອງ ​ໄດ້​ເພີ່ມ​ຂຶ້ນ​ເປັນ 4,65 ຕື້ USD, ​ເຮັດ​ໃຫ້ LG ກາຍ​ເປັນ​ວິ​ສາ​ຫະກິດ FDI ​ໃຫຍ່​ທີ່​ສຸດ​ຂອງ​ ຫາຍ​ຟ່ອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.