ກາລະໂອກາດ ແລະຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ຫວຽດນາມ ຂອງວິສາຫະກິດສິງກະໂປ

11:40 | 05/07/2021

ຫວ່າງແລ້ວນີ້, ເວທີປາໄສວິສາຫະກິດສິງກະໂປ (SBF) ໄດ້ຈັດຕັ້ງເຫດການ FYIstival The ASEAN Edition ດ້ວຍຫົວຂໍ້ “ກາລະໂອກາດ ແລະການເຕີບໂຕຂອງຫວຽດນາມ ປີ 2021” ຜ່ານລະບົບທາງໄກ ເພື່ອແນໃສ່ສະໜອງຂໍ້ມູນພື້ນຖານກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ພ້ອມກັບນະໂຍບາຍບຸລິມະສິດດຶງດູດການລົງທຶນຕ່າງປະເທດຂອງຫວຽດນາມ ໃຫ້ປະຊາຄົມວິສາຫະກິດສິງກະໂປ.

ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ
ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ” ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”
ພາບປະກອບຄັດຈາກ: baochinhphu.vn.
ພາບປະກອບຄັດຈາກ: baochinhphu.vn.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ຫງວຽນທິບິ໊ກງອັກ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຊົມເຊີຍ ແລະຕີລາຄາສູງຂໍ້ລິເລີ່ມ FYIstival ຂອງ SBF, ຢັ້ງຢືນວ່າ ຫວຽດນາມ ພວມແມ່ນສະຖານທີ່ລົງທຶນຂອງກວ່າ 140 ປະເທດ ແລະເຂດແຄວ້ນ. ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ 3 ຢູ່ຫວຽດນາມ ແຕ່ໄດ້ບືນຕົວຂຶ້ນນໍາໜ້າໃນ 6 ເດືອນຕົ້ນປີ 2021 ດ້ວຍຍອດເງິນລົງທຶນປະມານ 5,64 ຕື້ໂດລາສະຫະລັດ.

ຫວຽດນາມ ແລະສິງກະໂປ ມີການພົວພັນຮ່ວມມືດ້ານເສດຖະກິດຢ່າງແໜ້ນແຟ້ນດ້ວຍຂອບນິຕິກຳຄົບຖ້ວນ, ນັບມື້ນັບສົມບູນແບບ, ລວມມີຂໍ້ຕົກລົງ, ສັນຍາສອງຝ່າຍ ແລະໃນຂອບເຂດບັນດາສັນຍາການຄ້າຫຼາຍຝ່າຍ, ສ້າງກົນໄກສະດວກເພື່ອໃຫ້ວິສາຫະກິດຊອກຫາກາລະໂອກາດລົງທຶນ, ຮ່ວມມືດໍາເນີນທຸລະກິດ.

ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ ກໍ່ຖືວ່າ ການສຶກສາກໍ່ສ້າງ, Fintech, E-wallets, ການຄ້າເອເລັກໂຕນິກ... ແມ່ນບັນດາຂົງເຂດ, ຂະແໜງອາຊີບທີ່ມີກາລະໂອກາດຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດໃຫ້ວິສາຫະກິດລົງທຶນສິງກະໂປ.

la.qdnd.vn

ເຫດການ
302 Found

Found

The document has moved here.