ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ

11:23 | 18/04/2022

ຍສໝ - ຫວ່າງແລ້ວນີ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ເຟືອກ ​ໄດ້​ສົມທົບ​ກັບ​ບໍລິສັດໃຫຍ່ Becamex IDC ​ແລະ ​ທະນາຄານ​ກໍ່ສ້າງ​ຈີນ (CCB) ຈັດ​ຕັ້ງ​ກອງ​ປະຊຸມ​ທາງ​ອອນ​ໄລ ​ເພື່ອ​ຊຸກຍູ້​ການ​ລົງທຶນ​ກັບ​ວິ​ສາ​ຫະກິດ​ຈີນ.

ຈີນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າແປ້ງ​ມັນ​ຕົ້ນ​ຂ​ອງ ຫວຽດ​ນາມ ຈີນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າແປ້ງ​ມັນ​ຕົ້ນ​ຂ​ອງ ຫວຽດ​ນາມ
ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜ່ານ​ທາງ​ອອນ​ໄລ​ຢູ່​ຂົວເຊື່ອມຕໍ່ແຂວງ​ບິ່ງ​ເຟືອກ ມີ: ທ່ານ ​ເຈີ່ນ​ວັນ​ມີ​, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ເຟືອກ; ທ່ານ ຮ່ວາງແອງມິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຟືອກ; ທ່ານ ຫງວຽນແທ່ງຍາ, ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນພັດທະນາພື້ນຖານໂຄງລ່າງເຕັກນິກ Becamex - ບິ່ງເຟືອກ; ທ່ານ​ນາງ ເຈີ່ນເໜີ໊ນ, ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ກໍ່ສ້າງ​ຈີນ-ສາຂາ​ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມນຳກັນ ​ມີ​ຜູ້ຕາງໜ້າ​ການ​ນຳ​ຂອງ​ພະ​ແນ​ກ ​ແລະ ຂະແໜງການຕ່າງໆ​ຂອງ​ແຂວງ.

​ເຂົ້າ​ຮ່ວມເບື້ອງ​ຂົວເຊື່ອມຕໍ່​ຈີນ ​ມີ​ທ່ານ​ນາງ Li Xiang - ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະນາຄານ​ກໍ່ສ້າງ​ຈີນ (CCB) - ສຳນັກງານໃຫຍ່​ ແລະ ​ວິ​ສາ​ຫະກິດ​ຈີນ 100 ກວ່າ​ແຫ່ງ.

ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ
ແຂວງ ບິ່ງເຟືອກ ຮ່ວມມືກັບ Becamex IDC ຈັດຕັ້ງກອງປະຊຸມອອນໄລ ກ່ຽວກັບການສົ່ງເສີມການລົງທຶນກັບຈີນ. (kiemsat.vn)

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ ເຈີ່ນ​ວັນ​ມີ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ເຟືອກ ຖື​ວ່າ: ບິ່ງ​ເຟືອກ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ລົງທຶນ, ຮັກສາ ​ແລະ ພັດທະນາການດຳ​ເນີນ​ທຸລະ​ກິດທຳ​ການ​ຜະລິດ. ​ໃນ​ຫຼາຍ​ປີ​ມາ​ນີ້, ບິ່ງ​ເຟືອກ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທີ່​ໜ້າ​ເຊື່ອ​ຖື ​ແລະ ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ຈີນ.

ມາ​ຮອດ​ປະຈຸ​ບັນ, ​ແຂວງ​ໄດ້​ດຶງ​ດູດ 347 ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ 3,3 ຕື້ USD, ​ໃນ​ນັ້ນ ມີ 102 ​ໂຄງການ​ຂອງ​ນັກ​ລົງທຶນ​ຈີນ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ 510 ລ້ານ USD, ກວມ 15,5% ຍອດ​ຈຳນວນ​ທຶນ FDI ຂອງ​ແຂວງ. ຂົງ​ເຂດ​ການ​ລົງ​ທຶນ​ຕົ້ນຕໍແມ່ນ​ການ​ຜະ​ລິດ​ເກີບ, ເຟີ​ນີ​ເຈີ, ແຜ່ນ​ແພ, ຜະ​ລິດອາໄຫຼ່​ເອ​ເລັກ​ໂຕຣ​ນິກ, ອຸ​ປະ​ກອນ​ພາດ​ສະ​ຕິກ, ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ...

ທີ່ກອງປະຊຸມ, ຜູ້ຕາງໜ້າບໍລິສັດໃຫຍ່ Becamex IDC ໄດ້ສະເໜີກ່ຽວກັບກຳລັງບົ່ມຊ້ອນ ແລະ ກາລະໂອກາດລົງທຶນຂອງຕ່າງປະເທດຢູ່ ບິ່ງເຟືອກ ແລະ ເຂດອຸດສາຫະກຳ Becamex – ບິ່ງເຟືອກ, ກອງປະຊຸມໄດ້ໃຫ້ເວລາເພື່ອໃຫ້ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື. ຫຼາຍ​ບັນຫາ​ໄດ້​ປຶກສາ​ຫາລື ​ແລະ ກ່າວ​ເຖິງ​ຄື: ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່ບໍລິເວນ​ແຂວງ; ບັນດາ​ນະ​ໂຍບາຍ​ຂອງ​ແຂວງ ບິ່ງ​ເຟືອກ ກ່ຽວ​ກັບ​ການ​ກໍ່ສ້າງ​ສາງສິນຄ້າ, ບຸລິມະສິດດ້ານ​ພາສີ, ລະບຽບ​ການ​ຍື່ນ​ຂໍ​ໃບ​ອະນຸຍາດ​ລົງທຶນ​ໃໝ່; ບັນຫາລະບົບໂຄງສ້າງພື້ນຖານການສັນຈອນເຊື່ອມຕໍ່ຈາກບິ່ງເຟືອກ ຫາ ນະຄອນໂຮ່ຈີມິນ. ນະຄອນ​ໂຮ່ຈິ​ມິນ... ບັນດາ​ວິ​ສາ​ຫະກິດ​ຈີນ​ມີ​ຄວາມ​ສົນ​ໃຈ​ຕໍ່​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນຂອງແຂວງ, ຂົງ​ເຂດ ​ແລະ ຂະແໜງອາຊີບ​ທີ່​ດຶງ​ດູດ​ການ​ລົງທຶນ, ບຳລຸງ​ສ້າງ​ຜູ້​ອອກ​ແຮງ​ງານ, ເງິນເດືອນ​ຂອງ​ຄົນ​ງານ.

ສະຫລຸບ​ກອງ​ປະຊຸມ, ທ່ານ ​ເຈີ່ນ​ວັນ​ມີ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ເຟືອກ ​ເນັ້ນ​ໜັກ​ວ່າ: “​ແຂວງ ບິ່ງ​ເຟືອກ ຍາມ​ໃດ​ກໍ່​ຍິນ​ດີ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາຊອກຮູ້ ​ແລະ ລົງທຶນ​ຢູ່​ແຂວງ. ແຂວງ ບິ່ງເຟືອກ ແລະ Becamex IDC ຢືນຢັນຍາມໃດກໍຄຽງຂ້າງ ແລະ ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ; ຮັບຟັງ, ແບ່ງປັນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ບ້ານ​ເກີດ​ເມືອງ​ນອນ ບິ່ງ​ເຟືອກ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.