ຕະຫຼາດຫວຽດນາມ ນໍາມາກາລະໂອກາດເຕີບໂຕທີ່ມີຄວາມສາມາດ ບົ່ມຊ້ອນໃຫ້ບັນດານັກລົງທຶນ

11:38 | 14/02/2022

ຍສໝ - ນີ້ແມ່ນຂໍ້ສັງເກດທີ່ບົດຂຽນໃນເວັບໄຊ ETF Trends ຂອງອາເມລິກາ ຫາກໍ່ລົງພິມ.

​ສິນ​ຄ້າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພັນ ລັ​ດ​ເຊຍ ​ສິນ​ຄ້າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພັນ ລັ​ດ​ເຊຍ
ໄຂງານວາງສະແດງຕະຫຼາດນັດ “ເສດຖະກິດ - ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ”- VIDEX 2021 ໄຂງານວາງສະແດງຕະຫຼາດນັດ “ເສດຖະກິດ - ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ”- VIDEX 2021

ບັນດາຕະຫຼາດພົ້ນເດັ່ນຂຶ້ນໃໝ່ຄື ຫວຽດນາມ ອາດຈະນໍາມາກາລະໂອກາດເຕີບໂຕ ທີ່ມີຄວາມສາມາດບົ່ມຊ້ອນໃຫ້ບັນດານັກລົງທຶນ ແລະການລົງທຶນໄປຍັງຕະຫຼາດ ພົ້ນເດັ່ນຂຶ້ນໃໝ່ ສາມາດນຳມາເຊິ່ງລັກສະນະສະເພາະເພື່ອຄວາມມີປະສິດທິຜົນຂອງການເຄື່ອນໄຫວຢູ່ແຕ່ລະປະເທດແມ່ນແຕກຕ່າງກັນຕາມລະດັບໝັ້ນຄົງຂອງເສດຖະກິດ.

ຕະຫຼາດຫວຽດນາມ ນໍາມາກາລະໂອກາດເຕີບໂຕທີ່ມີຄວາມສາມາດ ບົ່ມຊ້ອນໃຫ້ບັນດານັກລົງທຶນ
ພາບປະກອບ: TTXVN

ນີ້ແມ່ນຂໍ້ສັງເກດທີ່ຂຽນໃນເວັບໄຊ ETF Trends ຂອງອາເມລິກາ ທີ່ຫາກໍ່ຖືກລົງພິມ. ຕາມບົດຂຽນແລ້ວ, ໃນສະພາບການພະຍາດໂຄວິດ-19 ສົ່ງຜົນກະທົບເຖິງບັນດາຕະຫຼາດພົ້ນເດັ່ນຂຶ້ນໃໝ່ໃນປີ 2020 ຫຼາຍຢ່າງ, ຫວຽດນາມ ແມ່ນຕົວຢ່າງທີ່ພົ້ນເດັ່ນຍ້ອນລັດຖະບານມີປະຕິກິລິຍາຢ່າງໄວວາ ແລະ ຈະແຈ້ງ.

ໃນຂະນະນັ້ນ, ບົດລາຍງານຫຼ້າສຸດຂອງອົງການຕີລາຄາຈັດອັນດັບຄວາມເຊື່ອຖື Fitch Ratings ໃຫ້ຂໍ້ສັງເກດວ່າ ຂັ້ນຕອນຟື້ນຟູຂອງຫວຽດນາມ ຈະມີເພີ່ມກໍາລັງໜູນໃນປີ 2022, ເມື່ອຄວາມຕ້ອງການພາຍໃນປະເທດເພີ່ມຄືນ ແລະການເຄື່ອນໄຫວນໍາອອກຍັງມີທ່າແຮງຄືປະຈຸບັນ.

Fitch Ratings ຖືວ່າ ການເຕີບໂຕຂອງຫວຽດນາມ ຈະເພີ່ມຂຶ້ນ 7,9% ໃນປີ 2022 ແລະ 6,5% ໃນປີ 2023 ເມື່ອພື້ນຖານເສດຖະກິດຟື້ນຟູ. ຕາມ Fitch Ratings ແລ້ວ, ຜົນສະທ້ອນເສດຖະກິດຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງພະຍາດໂຄວິດ-19 ຄືຈັ່ງວ່າບໍ່ຮ້າຍແຮງປານໃດ ຍ້ອນລັດຖະບານມີການກະທໍາຍູ້ແຮງການສັກວັກຊິນ.

ບູນມີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.