ວິສາຫະກິດຜູ້ປະກອບການຊາວສິງກະໂປຄາດຫວັງໃນການເປີດກວ້າງການລົງທຶນທີ່ຮ່າໂນ້ຍ

15:13 | 11/02/2022

ຍ​ສ​ໝ - ບັນ​ດາ​ວິ​ສາ​ຫະ​ກິດ​ຜູ້​ປະ​ກອບ​ຊາວ​ສິງ​ກະ​ໂປ​ມີ​ຄວາມ​ຄາດ​ຫວັງ​ທີ່​ຈະ​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ໃສ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃກ້​ຄຽງ, ສອງ​ຝ່າຍ​ຄວນ​ຕ້ອງ​ເຊື່ອມ​ໂຍງ, ແລກ​ປ່ຽນ​ກັນ​ໂດຍ​ໄວ ເພື່ອ​ໃຫ້​ມີ​ພາ​ສາ​ຮຽກຮ່ວມ​ກັນ...

ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ
ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ

ເອ​ກະ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສິງ​ກະ​ໂປ ປະ​ຈຳ ສ​ສ. ຫວຽດ​ນາມ ທ່ານ Jaya Ratnam ໄດ້​ໃຫ້​ຊາບ​ເນື້ອ​ໃນ​ດັ່ງ​ກ່າວ​ໃນ​ວາ​ລະ​ການ​ເຂົ້າ​ພົບ​ປະຄຳ​ນັບ​ສະ​ຫາຍ​ເລ​ຂາ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ດິງຕຽນຢຸ້ງ ໃນວັນ​ທີ 10 ກຸມ​ພາ 2022.

ວິສາຫະກິດຜູ້ປະກອບການຊາວສິງກະໂປຄາດຫວັງໃນການເປີດກວ້າງການລົງທຶນທີ່ຮ່າໂນ້ຍ
ວິສາຫະກິດຜູ້ປະກອບການຊາວສິງກະໂປຄາດຫວັງໃນການເປີດກວ້າງການລົງທຶນທີ່ຮ່າໂນ້ຍ. ພາບ​: netnews

ໃນ​ວາ​ລະ​ການ​ພົບ​ປະ​ຄຳ​ນັບ, ສະ​ຫາຍ​ເລ​ຂາ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ດິງຕຽນຢຸ້ງ ໄດ້​ແລກ​ປ່ຽນ​ຢ່າງກວມ​ລວມ​ກ່ຽວ​ກັບ​ສະ​ພາບ​ການ​ຂະ​ຫຍາຍ​ຕົວຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຜ່ານ​ມາ. ຊີ້​ໃຫ້​ເຫັນ​ການ​ເຕີບ​ໂຕ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ຮ່າ​ໂນ້ຍ ໃນປີ 2021 ສູງ​ກວ່າ​ ໃນປີ 2020, ບັນ​ລຸ 4,78% ທຽບ​ກັບ 4,7%. ການ​ເຕີບ​ໂຕ​ຂອງ​ຜະ​ລິດ​ຕະ​ພັນ​ໃນ​ພື້ນ​ທີ່ (GRDP) ສົກ​ງົບ​ປະ​ມານ IV/2021 ເກີນ​ຄາດ​ໝາຍ​ເມື່ອ​ທຽບ​ໃສ່​ ປີ 2020, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ 2,92% ໃນ​ທັງ​ໝົດ​ປີ 2021 - ສູງກວ່າ​ຄ່າສ​ະ​ເລ່ຍໂດຍ​ລວມ​ທົ່ວ​ປະ​ເທດ (2,58%).

ຮ່າ​ໂນ້ຍ ຄາດ​ຄະ​ເນ​ຈະ​ສືບ​ຕໍ່​ເຕີບ​ໂຕ​ເປັນ​ຢ່າງ​ດີ​ໃນ​ສົກ​ງົບ​ປະ​ມານ I/2022... ຮ່າ​ໂນ້ຍ​ຍັງ​ຄົງ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ເວ​ລາ​ຍາວ​ນານ, ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ, ເປັນ​ຕົວ​ແບບ​ກໍ​ຄື ໂຄງ​ການ​ການ​ລົງ​ທຶນ​ເສັ້ນ​ທາງ​ຖະ​ໜົນ​ວົງ​ແຫວນ 4 ຂອງ​ນະ​ຄອນຫຼວງ, ໂຄງ​ການ​ປັບ​ປຸງ​ລະ​ບົບ​ທີ່​ພັກ​ຊຸມ​ຊົນອະ​ພາທ໌​ເມັນເກົ່າ; ພ້ອມ​ກັນ​ນັ້ນ, ສຸມ​ໃສ່​ລົງ​ທຶນ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ການ​ສຶກ​ສາອົບ​ຮົມ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ... ເປັນ​ຕົ້ນ.

ຮ່າ​ໂນ້ຍ ແລະ ສິງ​ກະ​ໂປ ຈະ​ມີ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ ເປັນ​ຕົ້ນ​ແມ່ນ​ໃນ​ບາງ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ເຊັ່ນ: ການ​ເມືອງ, ການ​ຕ້ານ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ລະ​ບ​າດ, ລົງ​ທຶນ​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ຕົວ​ເມືອງ​ທີ່​ອັດ​ສະ​ລິ​ຍະ, ການ​ສຶກ​ສາ - ຝຶກ​ອົບ​ຮົມ, ວັດ​ທະ​ນະ​ທຳ...

ທ່ານ ດິງຕຽນຢຸ້ງ ຕັ້ງ​ປະ​ເດັນ​ໃຫ້​ສິງ​ກະ​ໂປ ຊັ່ງ​ຊາ​ຄົ້ນ​ຄວ້າ​ເປີດກວ້າງ​ການ​ລົງ​ທຶນ​ເພີ່ມ​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ​ນອກ​ຈາກ​ອະ​ສັງ​ງ​ຫາ​ລິ​ມະ​ຊັບ, ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ງານ​ຝີ​ມື​ອັນ​ເປັນ​ມູນ​ເຊື້ອ, ພິ​ຈາ​ລະ​ນາ​ຄວາມ​ສາ​ມາດ​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ - ສິງ​ກະ​ໂປ (VSIP)... ເທິງ​ພື້ນ​ທີ່​ຂອງ​ນະ​ຄອນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ເປັນ​ເອ​ກະ​ພາບ​ທັງ​ສອງ​ຝ່າຍ​ຄວນ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ແລະ ການ​ພົວ​ພັນ​ຮ່ວມ​ມື​ໃນ​ໄລ​ຍະ​ຕໍ່​ໜ້າ. ພ້ອມ​ກັບ​ເນັ້ນ​ໜັກ​ຄວາມ​ເຊື່ອ​ໝັ້ນ​ທາງ​ການ​ເມືອງ​ສູງ​ລະ​ຫວ່າງ​ຫວຽດ​ນາມ - ສິງ​ກະ​ໂປ ເປັນ​ຄວາມ​ສະ​ດວກ​ອັນ​ໃຫຍ່ຫຼວງ ເພື່ອ​ທີ່​ສອງ​ຝ່າຍ​ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ເຊັ່ນ ການ​ພັດ​ທະ​ນາ​ແຫຼ່ງ​ກຳ​ລັງ​ບຸກ​ຄະ​ລາ​ກອນ; ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ຍືນ​ຍົງ; ເປີດກວ້າງ​ການ​ທູດ​ປະ​ຊາ​ຊົນ...

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ໃຫ້​ຊາບ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຜູ້​ປະ​ກອບ​ການ​ຊາວ​ສິງ​ກະ​ໂປ​ມີ​ຄວາມ​ຄາ​ດ​ຫວັງເປີດກວ້າງ​ການ​ລົງ​ທຶນ​ໃສ່​ຮ່າ​ໂນ້ຍ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃກ້​ຄຽງ, ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ມີ​ການ​ເຊື່ອມ​ໂຍງ​ແລກ​ປ່ຽນ​ໂດຍ​ໄວ ເພື່ອ​ໃຫ້​ມີ​ພາ​ສາ​ຮຽກ​ຮ່ວມ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຮ່າ​ໂນ້ຍ​ໃຫ້​ຄວາມ​ສົນ​ໃຈ.

ທ່ານ​ທູດ​ຫວັງ​ວ່າ ດ້ວຍ “ການ​ເຄື່ອນ​ໄຫວ​ລະ​ອຽດ, ຜົນ​ໄດ້​ຮັບ​ສະ​ເພາະ” ແມ່ນ​ທິດ​ທາງ​ການ​ຮ່ວມ​ມື, ຮ່າ​ໂນ້ຍ ແລະ ສິງ​ກະ​ໂປ ຈະ​ມີ​ທ່າ​ປ່ຽນ​ແຜນຄາດ​ຫວັງ​ການ​ຮ່ວມ​ມືໃຫ້​ກາຍ​ເປັນ​ການ​ເຄື່ອນ​ໄຫວແທ້​ຈິງ​ໂດຍ​ໄວ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ໂອ​ກາດ​ລະ​ນຶກ 50 ປີ ຄົບ​ຮອບ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທູດ ກໍ​ຄື 10 ປີ ຄົບ​ຮອບ​ວັນ​ສ້າງ​ຕັ້ງການ​ພົວ​ພັນ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ໃນ​ປີ 2023.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.